ພາສາອັງກິດທີ່ຄົນລາວເຮົາໃຊ້ບໍ່ຄ່ອຍຖືກ (ປານໃດ), ຕອນ Fitness “ໄປຟິດເນສ໌ກັນປະ”


Fitness “ໄປຟິດເນສ໌ກັນປະ”
 Fitness “ໄປຟິດເນສ໌ກັນປະ
 ເຫັນເວົ້າກັນຫລາຍໃນບັນດາບ່າວ- ສາວ ຜູ້ທີ່ຮັກຄວາມງາມ (ຂ້າພະເຈົ້າໜາຍວ່າທາງດ້ານຮູບຮ່າງ,​ ເຮືອນກາຍ ຫລື ເຊັກຊີ ນັ້ນເອງ). ທຸກຄົນຕື່ນຕົວໃນການຮັກສາສຸຂະພາບ ແລະ ອອກກຳລັງກາຍເປັນປະຈຳ, ​ຜູ້ມັກເຕາະບານ, ຕີກັອຟ (ເໜືອນຂ້າພະເຈົ້າ) ຫລື ອື່ນໆຕາມຖະໜັດ ແລະ ຄວາມມັກ... ບໍ່ວ່າກັນ.
ມື້ໜິ່ງພໍດີມີເພື່ອນຕ່າງປະເທດຖາມທ່ານວ່າ ‘’ເຈົ້າເຮັດແນວໃດນິຄືຮູບຮ່າງ- ເຮືອນກາຍຄືງາມແທ້’’ ທ່ານເລືຍຕອບໄປວ່າ ‘’ຂ້ອຍໄປຟິດເນສ໌’’ ທຸກວັນ. ເພື່ອນຕ່າງປະເທດກໍ່ເກົາຫົວໜ້ອຍໜິ່ງ, ອ້າປາກງົງ.. ທ່ານກໍ່ຕອບຊໍ້າໄປອີກວ່າ ‘’Yes, yes I go to fitness every day’’ ມັນຍິ່ງເກົາຫົວກັນໃຫ່ຍ. ເພາະໃນຄວາມຈິ່ງແລ້ວ, ຄຳວ່າ  “Fitness” ມີຄວາມໜາຍວ່າ ‘’ສະພາບຂອງຮ່າງກາຍ’’. ດັ່ງນັ້ນຖ້າຢາກຊື່ຄວາມໜາຍໃຫ້ຖືກຕ້ອງຕ້ອງໃຊ້ຄຳວ່າ “Fitness center” ຫລື  “gym” ກະໄດ້ເຊັ່ນ: I’m going to the gym every day ຈະດີກວ່າ.
555 ແລ້ວເຈິກັນຢູ່ຟິດເນສ໌ 




Comments

Post a Comment

Popular posts from this blog

ປັດຊະຍາ: ວັດຖຸ ແລະ ຈິດໃຈ. ສະຕິແມ່ນຫຍັງ

ປັດຊະຍາ: ບັນດາຄູ່ມາດຕະເກນພື້ນຖານຂອງວິທີສັດຈະວິພາກວັດຖຸນິຍົມ

ປັດຊະຍາ: ຄວາມສຳນຶກກ່ຽວກັບກົດເກນ