Shopping Centre “ສູນການຄ້າ”


ມື້ນີ້ຈະພາທ່ານໄປເດີ່ນຫ້າງ, ສົມມຸດວ່າໄປກັບເພື່ອນທີ່ເວົ້າພາສາອັງກິດ ແລະ ເດີ່ນຫ້າງທີ່ນິວຢອກ (ສົມມຸດຫ້າງ Atlantic Terminal Mall). ມາສຶກສາກັນວ່າຈະມີຄຳສັບໃດແດ່ທີ່ຕ້ອງຮູ້.

Coffee shop ຮ້ານກາແຟ (ປະຈຸບັນຄົນສະຫັວນນະເຂດຮູ້ດີ, ເພາະຮ້ານກາແຟເກີດເຕັມບ້ານໄປໜົດແລ້ວ, ເອີ້ນວ່າ “ຍຸກປະຕິວັດກາແຟ” ກະວ່າໄດ້)
 See you at the coffee shop. ເຈິກັນທີ່ຮ້ານກາແຟ

Shop assistant ພະນັກງານຮ້ານຄ້າ
 The shop assistant was very helpful. ພະນັກງານໃນຮ້ານຄ້າໃຫ້ຄວາມຊ່ວຍເຫລືອດີຫລາຍ

Shopping bag ຖົງໃສ່ເຄື່ອງຂອງ
 Her shopping bag is full of fruits. ໃນຖົງຊອບປິ້ງຂອງລາວເຕັມໄປດ້ວຍໜາກໄມ້

Shop opening hour ເວລາເປີດຮ້ານ
 Can you tell me what the shop opening hour is, please? ຊ່ວຍບອກຂ້ອຍແດ່ວ່າຮ້ານເປີດຈັກໂມງ

Shopper ລູກຄ້າ (ຜູ້ໄປເລະຊື້ເຄື່ອງ)
This shop has low prices so there are a lot of shopper.ຮ້ານນີ້ເຄື່ອງລາຄາຖືກ, ດັ່ງນັ້ນລູກຄ້າຈິ່ງຫລາຍ

Shoplifter  ພວກຂີ້ລັກຕາມຮ້ານ
The shoplifter was caught yesterday. ຄົນຂີ້ລັກຖືກຈັບມື້ວານນີ້

Toyshop ຮ້ານຂາຍເຄື່ອງຫລິ້ນ
Window shopping ເດີ່ນຫ້າງ (ເດີ່ນເບິ່ງເຄື່ອງຂອງແຕ່ບໍ່ໄດ້ຊື້)
Discount voucher ບັດສ່ວນຫລຸດລາຄາ
Crowds of people ຜູ້ຄົນແອອັດ (ຝູງຊົນ)
Information desk ປະຊາສຳພັນ
He went to the information desk to ask where the food court was. ລາວຍ່າງໄປຖາມປະຊາສຳພັນວ່າສູນອາຫານຢູ່ໃສ
Car park ລານຈອດລົດ

Decoration ເຄື່ອງປະດັບ, ເຄື່ອງຕົບແຕ່ງ





Comments

Popular posts from this blog

ປັດຊະຍາ: ວັດຖຸ ແລະ ຈິດໃຈ. ສະຕິແມ່ນຫຍັງ

ປັດຊະຍາ: ບັນດາຄູ່ມາດຕະເກນພື້ນຖານຂອງວິທີສັດຈະວິພາກວັດຖຸນິຍົມ

ປັດຊະຍາ: ຄວາມສຳນຶກກ່ຽວກັບກົດເກນ