ບົດສົນທະນາພາສາອັງກິດຕອນ: ການກ່າວສະແດງຄວາມເຫັນໃຈ


ການກ່າວສະແດງຄວາມເຫັນໃຈເປັນການສະແດງເຖິງຄວາມຈິ່ງໃຈ, ຮັກແພງ ແລະ ເຫັນອົກເຫັນໃຈກັບຜູ້ທີ່ເຄາະຮ້າຍ ຫລື ຜູ້ທີ່ພົບກັບເລື່ອງລາວທີ່ບໍ່ດີ,​ ເຊິ່ງໃນພາສາອັງກິດກໍ່ສາມາດເວົ້າໄດ້ຫລາຍແບບ, ເຊັ່ນ:
·         I’m very sorry to hear that………………. ຫລື I was very sorry to hear of …………………
(ຂ້ອຍເສຍໃຈຫລາຍທີ່ໄດ້ຍິນວ່າ...........)
·         Please accept my sincere sympathy.
(ຂໍສະແດງຄວາມເສຍໃຈດ້ວຍ)
·         How unfortunate !
(ມັນຊ່າງໂຊກຮ້າຍອາຫລີເນະ)
·         What a pity !
(ເປັນຕາໜ້າສົງສານ)
·         What a shame !
(ເປັນຕາລະອາຍເນະ)

ສຳລັບການຕອບຮັບການສະແດງຄວາມເຫັນໃຈນັ້ນ, ສ່ວນຫລາຍມັກຈະເວົ້າວ່າ,
·         Thank you for your concern (ຂອບໃຈສຳລັບຄວາມເຫັນຫວ່າງເປັນໄຍຂອງເຈົ້າ)

·         Thank you. I appreciate it. (ຂອບໃຈ, ຂ້ອຍຊາບເຊິ້ງໃນນໍ້າໃຈຂອງເຈົ້າ) ຫລື ກ່າວສັ້ນໆວ່າ ‘’ຂອບໃຈ’’ ກະໄດ້



Comments

Popular posts from this blog

ປັດຊະຍາ: ວັດຖຸ ແລະ ຈິດໃຈ. ສະຕິແມ່ນຫຍັງ

ປັດຊະຍາ: ບັນດາຄູ່ມາດຕະເກນພື້ນຖານຂອງວິທີສັດຈະວິພາກວັດຖຸນິຍົມ

ປັດຊະຍາ: ຄວາມສຳນຶກກ່ຽວກັບກົດເກນ