empathy ແລະ sympathy



ຄຳສັບ empathy ແລະ sympathy
1.      Sympathy, Sympathize, Sympathetic ຄືຄວາມເຫັນອົກເຫັນໃຈ,​ຄວາມເຂົ້າໃຈຕໍ່ຜູ້ອື່ນທີ່ກຳລັງຕົກຢູ່ໃນຍາມທຸກ, ເປັນຄວາມຮູ້ສຶກ “ໂອ້ໜ້າສົງສານຄົນນັ້ນ”
Sympathy        ຄຳນາມ
Sympathize      ຄຳກິລິຍາ
Sympathetic     ຄຳຂະຫຍາຍນາມ
I sympathize with you. ຂ້ອຍເຫັນໃຈເຈົ້າ
We sympathize with the flood victims. ພວກເຮົາຮູ້ສຶກເຫັນອົກເຫັນໃຈຜູ້ປະສົບໄຟນໍ້າຖ້ວມ
I really sympathize with my friend. ຂ້ອຍຮູ້ສຶກສົງສານໜູ່ຂອງຂ້ອຍຫລາຍ
I have sympathy toward you. ຂ້ອຍສົງສານເຈົ້າ
I feel sympathy for the mother of the boy who died in the car accident. ຂ້ອຍຮູ້ສຶກສົງສານແມ່ຂອງເດັກນ້ອຍຜູ້ນັ້ນທີ່ເສຍຊີວິດໃນອຸປະຕິເຫດລົດຕໍາ
I feel sympathetic toward you. ຂອ້ຍສົງສານເຈົ້າ (ນິຍົມໃຊ້ກັບ toward ແຕ່ຈະໃຊ້ to ຫລື for ແທນກະໄດ້)
All they want is a little sympathy. ເຂົາພຽງແຕ່ຕ້ອງການຄວາມເຫັນໃຈຈັກໜ້ອຍໜິ່ງ
You don’t deserve my sympathy. ເຈົ້າບໍ່ຄວນທີ່ຈະໄດ້ຮັບຄວາມເຫັນໃຈ (ສົມນໍ້າໜ້າ !!!! ແຮງເດີ)

Sympathetic ແປວ່າ “ໜ້າສົງສານ ຫລື ໜ້າເຫັນໃຈ”
His story is so sympathetic. ເລື່ອງຂອງເຂົາໜ້າເຫັນໃຈເຫລືອເກີນ
This story turns him into a sympathetic character. ເລື່ອງນີ້ກັບປ່ຽນໃຫ້ລາວເປັນໂຕລະຄອນທີີ່ໜ້າເຫັນອົກເຫັນໃຈ
2.      Empathy (ຄຳນາມ) ແລະ empathize (ຄຳກິລິຍາ)
ໜາຍເຖິງ “ຄວາມຮູ້ສຶກເຫັນອົກເຫັນໃຈຜູ້ອື່ນ” ມັນເປັນຄວາມຮູ້ສຶກລວມ, ເໜືອນກັບວ່າເຮົາເຂົ້າໄປໃນຄວາມຮູ້ສຶກຂອງຄົນອື່ນ, ເຮົາຮູ້ດີວ່າຄົນນັ້ນຮູ້ສຶກແນວໃດ, ເພາະໂຕເຮົາເອງກໍ່ເຄືຍປະສົບບັນຫານັ້ນມາກ່ອນ.

I feel empathy for that man who lost his father; the same thing happened to me last year. ຂ້ອຍເຫັນອົກເຫັນໃຈຊາຍຄົນນັ້ນເຊິ່ງພໍ່ຂອງລາວເສຍຊີວິດໄປ, ເພາະສະຖານະການແບບນີ້ເກີດຂຶ້ນກັບຂ້ອຍເອງໃນປີກາຍນີ້

I can empathize with parents who are stressed out from their kids. ຂ້ອຍເຂົ້າໃຈຄວາມຮູ້ສຶກຂອງຜູ້ປົກຄອງທີ່ມີຄວາມຄຽດຈາກການລ້ຽງລູກ (ຄືຊິແມ່ນລູກບໍ່ດີປານໃດເນະ, 555)



Comments

Popular posts from this blog

ປັດຊະຍາ: ວັດຖຸ ແລະ ຈິດໃຈ. ສະຕິແມ່ນຫຍັງ

ປັດຊະຍາ: ບັນດາຄູ່ມາດຕະເກນພື້ນຖານຂອງວິທີສັດຈະວິພາກວັດຖຸນິຍົມ

ປັດຊະຍາ: ຄວາມສຳນຶກກ່ຽວກັບກົດເກນ