ປັດຊະຍາ: ວັດຖຸ ແລະ ຈິດໃຈ. ສະຕິແມ່ນຫຍັງ



1. ຄົນເຮົາສາມາດຮັບຮູ້ໂລກໄດ້ຜ່ານທາງອິນຊີທັງ 5 ຄື:
1.      ຫູ: ເຮົາສາມາດເອົາໄວ້ຟັງສຽງທຸກສິ່ງທີ່ເກີດຂື້ນໃນແຕ່ລະມື້.
ຕົວຢ່າງ: ຟັງສຽງຄົນ, ຟັງສຽງເພັງ ແລະສຽງອື່ນໆ.
2.      ຕາ: ເອົາໄວ້ເບິ່ງສິ່ງຕ່າງໆ.
ຕົວຢ່າງ: ເບິ່ງຄົນ,ເບິ່ງດອກໄມ້...ເຮົາຮູ້ສຶກໄດ້ວ່າເປັນຕາໜ້າເບິ່ງແລະບໍ່ເປັນຕາໜ້າເບິ່ງ
3.      ດັງ: ເອົາໄວ້ດົມກິ່ນ
ຕົວຢ່າງ: ດົມນ້ຳຫອມ.ດົມດອກໄມ້ ເຮົາຮູ້ສຶກວ່າກິ່ນນັ້ນມັນເປັນກິ່ນແນວໃດ
4.      ລີ້ນ: ລີ້ນເອົາໄວ້ຊີ້ມລົດຊາດ
ຕົວຢ່າງ: ເຮົາກິນສົ້ມເຮົາກໍ່ຈະຮູ້ວ່າມັນສົ້ມ.
5.      ຜິວໜັງ: ເຮົາສາມາດເອົາໄວ້ສຳພັດ

ຕົວຢ່າງ: ສຳພັດອາກາດວ່າມື້ນີ້ຮູ້ສຶກແນວໃດວ່າຮ້ອນຫຼືໜາວ

ສະຕິແມ່ນ: ບັນດາເຄືອນເໜັງທັງໝົດທາງດ້ານຈິດໃຈຂອງຄົນ, ແມ່ນສິ່ງທີ່ຄົງຕົວໄດ້, ມັນແມ່ນວິນຍານຂອງຄົນເຮົາ ມັນຈະອອກຈາກຮ່າງກາຍຂອງຄົນເຮົາທີ່ຕາຍໄປແລ້ວ.

ສະຕິເກີດມາຈາກ 4 ປັດໃຈຄື:
• ເກີດມາຈາກການອອກແຮງງານ: ຜ່ານການອອກແຮງງານຂອງຄົນເຮົາເປັນເວລາດົນນານຈຶ່ງເຮັດໃຫ້ຄົນເຮົາອຸດົມສົມບຸນຂື້ນ.
• ເກີດມາຈາກໂລກພາວະວິໄສ: ໂລກພາວະວິໄສສ່ອງແສງເຂົ້າໃນມັນສະໝອງຂອງຄົນເຮົາພາໃຫ້ເກີດມີສະຕິ.
• ເກີດມາຈາກກະໂຕມັນສະໝອງຂອງຄົນເຮົາ: ມັນສະໝອງຂອງຄົນເຮົາແມ່ນສູນກາງວິຊາການເຄືອນໄຫວຂອງຄົນ.
• ເກີດມາຈາກຄຳເວົ້າ: ພາສາຄຳເວົ້າແມ່ນເປືອກຂອງສະຕິ.

ການພົວພັນລະຫວ່າງວັດຖຸກັບສະຕິຄື:
ວັດຖຸແລະສະຕິມີການພົວພັນກັນຢ່າງສະໜິດແໜ້ນໃນນັ້ນວັດຖຸຕັດສິນສະຕິ (ຈິດໃຈ) ແຕ່ເມື່ອສະຕິເກີດຂື້ນມັນກໍ່ມີບົດບາດກະທົບຄືນຕໍ່ວັດຖຸຢ່າງຕັ້ງໜ້າ. ບົດບາດຂອງສະຕິ (ຈິດໃຈ) ເນື້ອແທ້ແມ່ນບົດບາດຂອງຄົນ
ຕົວຢ່າງ: ຄົນສະຕິບໍ່ດີເຮັດຫຍັງກໍ່ບໍ່ເປັນ ນັ້ນມັນສະແດງໃຫ້ເຫັນວ່າກະທົບກັບວັດຖຸໂດຍກົງ
ດັ່ງນັ້ນ: ທາດແທ້ຂອງສະຕິແມ່ນການສ່ອງແສງຕົວຈິງພາວະວິໄສແຕ່ແມ່ນຮູບການສ່ອງແສງສູງສຸດທີ່ມີລັກສະນະສັງເຂບແລະຕື່ນຕົວ ມີແຕ່ຄົນເຮົາເທົ່ານັ້ນຈິ່ງມີສິ່ງດັ່ງກ່າວ ສັດເດຍລະສານແມ່ນບໍ່ມີ

Comments

Popular posts from this blog

ປັດຊະຍາ: ບັນດາຄູ່ມາດຕະເກນພື້ນຖານຂອງວິທີສັດຈະວິພາກວັດຖຸນິຍົມ

ປັດຊະຍາ: ຄວາມສຳນຶກກ່ຽວກັບກົດເກນ