ປັດຊະຍາ: ບັນດາຄູ່ມາດຕະເກນພື້ນຖານຂອງວິທີສັດຈະວິພາກວັດຖຸນິຍົມ


ບັນດາຄູ່ມາດຕະເກນພື້ນຖານຂອງວິທີສັດຈະວິພາກວັດຖຸນິຍົມ
ມາດຕະເກນປັດຊະຍາແມ່ນຫຍັງ: ມາດຕະເກນແມ່ນບັນດາຄວາມສຳນຶກລວມທີ່ສຸດເຊິ່ງຊ່ອງແສງເຖິງບັນດາດ້ານ, ບັນດາລັກສະນະປະຈຳຕົວທີ່ມີມາແຕ່ເດີມ, ບັນດາການພົວພັນພື້ນຖານ ແລະແຜ່ຫຼາຍທົ່ວໄປໂລກພາວະວິໄສ.
ມາດຕະເກນເກີດຂື້ນແນວໃດ? ມາດຕະເກນເກີດຂື້ນຈາກພຶດຕິກຳຂອອງຄົນເຮົາ. ເຊິ່ງໃນພຶດຕິກຳນັ້ນຄົນເຮົາຮູ້ກ່ຽວກັບໂລກແລະກະທົບໃສ່ໂລກໃນຂະບວນວິວັດແຫ່ງການສ້າງຄວາມຮັບຮູ້ກ່ຽວກັບໂລກນັ້ນແມ່ນຂະບວນແຫ່ງການສຳນຶກ ລວມ. ຄວາມສຳນຶກລວມນັ້ນເອີ້ນວ່າ: ມາດຕະເກນ
ບັນດາຄູ່ມາດຕະເກນມີການພົວພັນກັນແນວໃດ?
1.      ການພົວພັນສັດຈະວິພາກລະຫວ່າງອັນລວມແລະອັນສະເພາະ.
·         ອັນສະເພາະມີແຕ່ການຄົງຕົວຢູ່ໃນການພົວພັນກັບອັນລວມ. ບໍ່ວ່າອັນສະເພາະໃດໆກໍລ້ວນແຕ່ມີອັນລວມ
·         ອັນລວມພຽງແຕ່ຄົງຕົວຢູ່ໃນສະເພາະແລະສະແດງອອກໃນສະເພາະ
·         ອັນລວມແມ່ນ: ພາກສ່ວນໜຶ່ງຂອງອັນສະເພາະ, ອັນສະເພາະບໍ່ໄດ້ສັງລວມຢູ່ໃນສັງຄົມຢ່າງສົມບູນ

2.      ການພົວພັນລະຫວ່າງສາເຫດແລະໝາກຜົນ
ລັກສະນະພາວະວິໄສຂອງການພົວພັນສາເຫດແລະໝາກຜົນມີບັນດາສິ່ງວັດຖຸແລະປະກົດການມີການກະທົບເຊິ່ງກັນແລະກັນ. ບໍ່ມີສິ່ງວັດຖຸໃດແລະປະກົດການໃດໆປະກົດຂື້ນໂດຍປັດຊະຍາແລະສາເຫດ ພວກເຮົາບໍ່ສາມາດຊອກຫາສາເຫດຂອງສິ່ງວັດຖຸແລະປະກົດການຢູ່ນອກຄວາມເປັນຈິງຂອງພາວະວິໄສ.
ສາເຫດເວລາໃດກໍມີກ່ອນໝາກຜົນ. ໝາກຜົນເກີດຂື້ນຕາມຫລັງສາເຫດ. ທຳມະດາໝາກຜົນອັນໜຶ່ງມັນບໍ່ແມ່ນສາເຫດອັນດຽວແລະສາເຫດອັນໜຶ່ງກໍ່ບໍ່ແມ່ນໝາກຜົນອັນດຽວ.
3.      ການພົວພັນລະຫວ່າງເນື້ອໃນແລະຮູບການ
ເນື້ອໃນແລະຮູບການເປັນຮູບການເອກະພາບໜຶ່ງບໍ່ວ່າແນວໃດກໍ່ສະແດງອອກພາຍໃຕ້ຮູບການອັນໜຶ່ງທີ່ແນ່ນອນບໍ່ວ່າສິ່ງວັດຖຸໃດກໍ່ມີທັງເນື້ອໃນແລະຮູບການເນື້ອໃນໜຶ່ງອາດສະແດງດ້ວຍຫລາຍຮູບການ ຮູບການໜຶ່ງອາດສະແດງເຖິງຫຼາຍເນື້ອໃນ.
ໃນສິ່ງວັດຖຸໃດໜຶ່ງເນື້ອໃນຕັດສີ້ນຮູບການ. ຕັດສິ້ນແບບວິທີຈັດວ່າງຊັບຊ້ອນແລະແບບວິທີສະແດງອອກເຊັ່ນ: ຕໍ່ໃນເນື້ອໃນການດຳລົງຊິວິດຂອງຄົນ ຕັດສິນບັນຫາຮູບການດຳລົງຊິວິດແລະການພົວພັນສັງຄົມຂອງຄົນ ເນື້ອໃນປ່ຽນແປງມັນຮຽກຮ້ອງໃຫ້ຮູ້ການປ່ຽນແປງໄປ.
ຮູບການເວລາໃດມັນກໍກະທົບໃສ່ເນື້ອໃນຢ່າງເປັນປະຈຳ ອາດຂະຫຍາຍເນື້ອໃນບິດເບື່ອນເນື້ອໃນຫຼືອາດຈະມ້າງເພເນື້ອໃນເມືອມັນບໍ່ສ່ອດຄ່ອງກັບເນື້ອໃນ
ດັ່ງນັ້ນຖ້າຮູ້ແກ້ໄຂຂໍ້ຂັດແຍ່ງລະຫວ່າງເນື້ອໃນແລະຮູບການຢ່າງທັນເວລາກໍ່ຈະເຮັດໃຫ້ສິ່ງວັດຖຸຂະຫຍາຍຕົວຢ່າງວ່ອງໄວເວລາກົງກັນຂ້າມ.
4.      ຄວາມເປັນເອກະພາບລະຫວ່າງອັນແນ່ນອນແລະອັນບັງເອີນສະແດງອອກດັ່ງນີ້:
·         ອັນແນ່ນອນຍາມໃດກໍ່ຂີດເສັ້ນທາງເດີນໃຫ້ແກ່ຕົນເອງໂດຍຜ່ານອັນບັງເອີນແລະຍາມໃດກໍ່ແມ່ນຮູບການສະແດງອອກອັນແນ່ນອນ
·         ເຂດແດນລະຫວ່າງອັນແນ່ນອນແລະອັນບັງເອີນມີລັກສະນະສຳພັດຖານ (ຊົ່ວຄາວ) ເທົ່ານັ້ນ
·         ອັນແນ່ນອນແລະອັນບັງເອີນຈະຜັນປ່ຽນບ່ອນໃຫ້ແກ່ກັນຢູ່ໃນເງື່ອນໄຂອັນແນ່ນອນໃດໜຶ່ງ

5.      ການພົວພັນລະຫວ່າງທາດແທ້ແລະປະກົດການ
ທາດແທ້ແລະກົດການແມ່ນສອດຄ່ອງດ້ານທີ່ເປັນເອກະພາບກັນ ນອນຢູ່ໃນສິ່ງວັດຖຸໜຶ່ງແລະມີການພົວພັນແບບສັດຈະວິພາກນຳກັນ ທາດແທ້ສະແດງອອກໂດຍຜ່ານປະກົດການຍາມໃດກໍ່ແມ່ນການສະແດງແບບທາດແທ້.
6.      ການພົວພັນລະຫວ່າງຄວາມອາດສາມາດແລະຄວາມເປັນຈິງ
ຄວາມເອກະພາບກັນລະຫວ່າງຄວາມອາດສາມາດແລະຄວາມເປັນຈິງເມື່ອສິ່ງວັດຖຸໃໝ່(ແມ່ນຄວາມເປັນຈິງໃໝ່)ແລະກໍແມ່ນຄວາມອາດສາມາດໃໝ່ ກໍ່ຈະຫັນກາຍເປັນຄວາມຈິງໃນເງືອນໄຂທີ່ເໝາະສົມ
ຄວາມອາດສາມາດຈະຫັນກາຍເປັນຈິງ ເງືອນໄຂທີ່ເໝາະສົມບໍ່ແມ່ນທຸກຄວາມສາມາດຈະກາຍເປັນຈິງໄດ້.
ມີເງືອນໄຂທີ່ແນ່ນອນມີຫລາຍຄວາມອາດສາມາດທີບໍ່ແນ່ນອນ ບໍ່ແມ່ນມີແຕ່ຄວາມອາດສາມາດດຽວເຊັ່ນ:ການຍິ່ງເປົ້າບໍຖືກຈຸດໃດໜຶ່ງຕ້ອງຖືກຈຸດໜຶ່ງນີ້ແມ່ນຫຼາຍຄວາມອາດສາມາດ
ເວລາເງື່ອນໄຂເກີດຂື້ນໃໝ່ໃນສິ່ງວັດຖຸກໍ່ຈະປະກົດຂື້ນມີຄວາມອາດສາມາດໃໝ່ເກີດຂື້ນນອກຈາກຄວາມອາດສາມາດທີ່ເກີດຂື້ນທີ່ມີຢູ່ແລ້ວ.
ຈົ່ງຈຳແນກການພົວພັນສັດຈະວິພາກຂອງມາດຕະເກນ

ບັນດາຄູ່ມາດຕະເກນພື້ນຖານຂອງສັດຈະວິພາກຍັງມີໝ້າທີ່ຄົ້ນຄ້ວາປະກອບເພີ່ມເຕີ່ມໃຫ້ແກ່ບັນດາພື້ນຖານອີກ ສິ່ງທີ່ບັນດາສາມກົດເກນພື້ນຖານຍັງບໍ່ທັນໄດ້ເວົ້າເຖິງ ແຕ່ພວກມັນກໍ່ບໍ່ຄວນເຂົ້າໃຈວ່າບັນດາຄູ່ມາດຕະເກນນີ້ມີລັກສະນະສົມບູນຄົບຖ້ວນ ເປັນຈິງທັງໝົດຂອງພາວະວິໄສ ພວກເຮົາຍັງມີໜ້າທີ່ຄົ້ນຄ້ວາຊອກຮູ້ບັນຫາສາມມາດຕະເກນຕື່ມອີກ.


Comments

Popular posts from this blog

ປັດຊະຍາ: ວັດຖຸ ແລະ ຈິດໃຈ. ສະຕິແມ່ນຫຍັງ

ປັດຊະຍາ: ຄວາມສຳນຶກກ່ຽວກັບກົດເກນ