Money supply: M2 (ປະລິມານເງິນ)



ປະລິມານເງິນ ຫລື M2” (ພາສາອັງກິດ: money supply) ໝາຍເຖິງຈຳນວນເງິນທັງໝົດ ຖືໂດຍບຸກຄົນ ແລະ ອົງກອນ ນອກເໜືອຈາກສະຖາບັນການເງິນລວມທັງທະນາຄານກາງໃນເສດຖະກິດໃດໜຶ່ງ.

ຂໍ້ມູນກ່ຽວກັບປະລິມານເງິນ ຖືກບັນທຶກ ແລະ ເປີດເຜີຍ ຍ້ອນບັນດານັກວິເຄາະທາງດ້ານເສດຖະກິດ ເຊື່ອກັນວ່າມັນມີຜົນກະທົບຕໍ່ກັບການເຄື່ອນໄຫວທາງດ້ານເສດຖະກິດ ແລະ ລະດັບລາຄາໃນໂຕຈິງ. ນອກຈາກນີ້​ ປະລິມານເງິນຍັງຖືເປັນເຄື່ອງມືສຳຄັນໃນການຄວບຄຸມອັດຕາເງິນເຟີ້. ໂດຍທົ່ວໄປ ຖ້າຄວາມຕ້ອງການຕໍ່ປະລິງມານເງິນຢູ່ໃນສະພາວະສົມດຸນ ການເພີ່ມປະລິມານເງິນຈະນຳໄປສູ່ອັດຕາເງິນເຟີ້ທີ່ສູງຂຶ້ນ.
ປະລິມານເງິນປະກອບມີ: ເງິນແຄບ ແລະ ເງິນກວ້າງ ທີ່ໃນທາງເສດຖະສາດ ໂດຍທົ່ວໄປຈະໃຊ້ໂຕອັກສອນ M ບວກກັບໂຕເລກ, ເຊັ່ນ M0, M1, M2, M3 ເປັນເຄື່ອງໝາຍ. ໂຕເລກຍິ່ງໃຫຍ່ຂຶ້ນເທົ່າໃດ ຄວາມກ້ວາງຍິ່ງໃຫຍ່ຂຶ້ນນຳ. ໝາຍຄວາມວ່າ M0 ແມ່ນເງິນແຄບທີ່ສຸດ ແລະ ກວ້າງຂຶ້ນຕາມໂຕເລກ.
M0: ເງິນຕາໂຕຈິງ. ແມ່ນການວັດແທນປະລິມານເງິນໂດຍເງິນສົດທີ່ໝຸນວຽນໃນເສດຖະກິດ ແລະ ທີ່ຝາກໄວ້ນຳທະນາຄານກາງ. ມັນແມ່ນປະລິມານເງິນທີ່ແຄບທີ່ສຸດ ແລະ ທີ່ມີສະພາບຄ່ອງສູງທີ່ສຸດ.
M1: M0 + ເງິນຝາກບັນຊີກະແສລາຍວັນ.
M2: M1 + ເງິນຝາກບັນຊີປະຈຳມູນຄ່າບໍ່ຫຼາຍ, ເງິນຝາກບັນຊີອອມ, ກອງທຶນການເງິນສ່ວນບຸກຄົນ. M2 ແມ່ນໂຕຊີ້ບອກປະລິມານເງິນທີ່ຖືກໃຊ້ຢ່າງແຜ່ຫຼາຍທີ່ສຸດ ເພື່ອຄາດຄະເນສະພາວະເງິນເຟີ້.
M3: M2 + ເງິນຝາກບັນຊີປະຈຳທັງໝົດ, ກອງທຶນການເງິນລາຍໃຫຍ່ລວມທັງຊັບສິນທີ່ມີສະພາບຄ່ອງອື່ນໆ.





Comments

Popular posts from this blog

ປັດຊະຍາ: ວັດຖຸ ແລະ ຈິດໃຈ. ສະຕິແມ່ນຫຍັງ

ປັດຊະຍາ: ບັນດາຄູ່ມາດຕະເກນພື້ນຖານຂອງວິທີສັດຈະວິພາກວັດຖຸນິຍົມ

ປັດຊະຍາ: ຄວາມສຳນຶກກ່ຽວກັບກົດເກນ