ມາຮູ້ກັບຄຳສັບ ‘’excuse’’ ກັນດີກວ່າ



-         ເມື່ອເປັນຄຳກິລິຍາ‘’excuse” ຈະແປວ່າ “ຂໍໂທດ”,​ ຕົວຢ່າງເຊັ່ນ
Excuse me, does this bus go to the City? ຂໍໂທດ, ລົດເມຄັນນີ້ໄປໃນເມືອງບໍ່?
Excuse me, but will you show me the way to the station. ຂໍໂທດ, ຊ່ວຍບອກທາງໄປຫາສະຖານີໃຫ້ຂ້ອຍໄດ້ບໍ່?
Please excuse me. I have to leave now. ຂໍອະນຸຍາດ, ຂ້ອຍຕ້ອງໄປກ່ອນ
Would you excuse us for a moment? ພວກເຮົາຂໍເວລາແດ່ຈັກໜ້ອຍໜິ່ງໄດ້ບໍ່?
-         ຖ້າຢູ່ໃນຄວາມໜາຍຂອງຄຳນາມ excuse ຈະໜາຍເຖິງ “ຂໍ້ແກ້ໂຕ, ຫລື ຂໍ້ອ້າງ” ຕົວຢ່າງເຊັ່ນ:
There’s no excuse for rape. ບໍ່ມີຂໍ້ແກ້ໂຕສຳລັບການຂົ່ມຂືນ
You must have a good excuse for being late. ເຈົ້າຕ້ອງມີຂໍ້ແກ້ໂຕດີໆຖ້າຫາກມາຊ້າ.
Don’t give me any excuses! ບໍ່ຕ້ອງມາແກ້ໂຕເລືຍ
It’s not an excuse. It’s a reason. ບໍ່ໄດ້ແກ້ໂຕ, ນີ້ແມ່ນເຫດຜົນ (ຂໍອະທິບາຍ)
You're late. What's your excuse? ເຈົ້າມາຊ້າ. ຂໍ້ແກ້ໂຕຂອງເຈົ້າແມ່ນຫຍັງ? (ເປັນຫຍັງເຈົ້າຈິ່ງມາຊ້າ)
It's not true. It's only an excuse. ມັນບໍ່ເປັນຄວາມຈິ່ງ, ມັນພຽງແຕ່ເປັນຂໍ້ອ້າງເທົ່ານັ້ນ.
I am not making excuses. ຂ້ອຍບໍ່ໄດ້ແກ້ໂຕ
Don't use other people as an excuse. ຢ່າໃຊ້ຄົນອື່ນເຂົາເປັນຂໍ້ອ້າງ.
Don't even try to excuse yourself. ຢ່າພະຍາຍາມແກ້ໂຕເລືຍ
I don't want to hear that sort of excuse. ຂ້ອຍບໍ່ຢາກຟັງການແກ້ໂຕປະເພດນີ້


Comments

Popular posts from this blog

ປັດຊະຍາ: ວັດຖຸ ແລະ ຈິດໃຈ. ສະຕິແມ່ນຫຍັງ

ປັດຊະຍາ: ບັນດາຄູ່ມາດຕະເກນພື້ນຖານຂອງວິທີສັດຈະວິພາກວັດຖຸນິຍົມ

ປັດຊະຍາ: ຄວາມສຳນຶກກ່ຽວກັບກົດເກນ