ປັດຊະຍາ: ຄວາມສຳນຶກກ່ຽວກັບກົດເກນ


ຄວາມສຳນຶກກ່ຽວກັບກົດເກນ
ກົດເກນແມ່ນຫຍັງ ?
ຕາມທັດສະນະວັດຖຸນິຍົມສັດຈະວິພາກຊີ້ແຈງວ່າ: ‘’ ກົດເກນແມ່ນສາຍພົວພັນອັນໜິ່ງທີ່ເປັນທາດແທ້ ຈຳເປັນແນ່ນອນ, ເປັນປົກກະຕິແຜ່ຫລາຍທົ່ວໄປ, ຊ້ຳໄປຊ້ຳມາໃນສິ່ງວັດຖຸ ແລະ ປະກົດການໃດໜິ່ງ.
ຕົວຢ່າງ: ກົດເກນຂອງມະນຸດມີ ເກີດ ແກ່ ເຈັບແລະຕາຍ
ການພົວພັນກົດເກນ ແມ່ນບັນດາວັດຖຸແລະປະກົດການພົວພັນທີ່ສຸດແຕ່ກໍ່ບໍ່ແມ່ນວ່າການພົວພັນອັນໃດກໍ່ເປັນກົດເກນໄດ້ໝົດ. ມີແຕ່ການພົວພັນທີ່ເປັນທາດແທ້ພາຍໃນທ່າອຽ່ງຂະໝາດຕົ້ນຕໍຂອງສິ່ງວັດຖຸແລະປະກົດການທີເປັນກົດເກນ.
ເນື້ອໃນຂອງບັນດາກົດເກນພື້ນຖານຂອງວິທີສັດຈະວິພາກວັດຖຸນິຍົມ.
1.      ກົດເກນເອກະພາບ ແລະ ຕໍ່ສູ້ລະຫວ່າງດ້ານກົງກັນຂ້າມ.
ກົດເກນເຫລົ່ານີ້ມີບົດບາດເປີດຊ່ອງທາງໃຫ້ແກ່ຕົ້ນກຳເນີດ ແລະ ເປັນກຳລັງໝູນຢູ່ພາຍໃນ ເຮັດໃຫ້ສິ່ງວັດຖຸແລະປະກົດການມີການຂະຫຍາຍຕົວ.
ຕົວຢ່າງ: ພໍ່ແມ່ ຜິດຖ່ຽງກັນແຕ່ໃນທີ່ສຸດກໍ່ຍັງເອກະພາບກັນ
ບັນດາກົງກັນຂ້າມເວລາໃດກໍ່ມີທ່າຂະຫຍາຍຕົວກົງກັນຂ້າມກັນປະທະກັນ, ປະຕິເສດກັນກຳຈັດຜັດປ່ຽນເຊິ່ງກັນແລະກັນບັນຫາດັ່ງກ່າວໃນປັດຊະຍາເອີ້ນວ່າ: ບັນດາກົງກັນຂ້າມກັນ.
ຄວາມເປັນເອກະພາບຂອງບັນດາດ້ານກົງກັນຂ້າມ
ໃນສິ່ງວັດຖຸແລະປະກົດການໜຶ່ງໆລ້ວນແຕ່ປະກອບດ້ວຍຫຼາຍດ້ານປັດໃຈທີແຕກຕ່າງກັນແຕ່ໃນນັ້ນມີສອງດ້ານທີເປັນໃຈພື້ນຖານກ່ວາໝູ່ບັນດາດ້ານຕ່າງໆ ເຫຼົ່ານັ້ນມີຜົນກະທົບເຊິ່ງແລະກັນ, ຜູກມັດກັນສະເໝີ, ດ້ານນີ້ຖືເອົາດ້ານອື່ນເພື່ອເປັນເງືອນໄຂໃຫ້ແກ່ການຄົງຕົວຂອງຕົນເອງ.
ການຕໍ່ສູ້ບັນດາດ້ານກົງກັນຂ້າມ
ທຸກສິ່ງວັດຖຸແລະປະກົດການລ້ວນແຕ່ບັນຈຸສອງດ້ານທີ່ກົງກັນຂ້າມກັນ, ບັນດາດ້ານກົງກັນຂ້າມກັນມີການກະທົບເຊິ່ງກັນແລະກັນ, ປະທະກັນ, ຈຳກັດກັນ, ປະຕິເສດຕໍ່ກັນ, ຜັນປ່ຽນເຊິ່ງກັນແລະກັນ, ອັນນີ້ເຮັດໃຫ້ອັນອື່ນປ່ຽນແປງແລະຂະຫຍາຍຕົວຈາກຮູບຮ່າງນີ້ໄປສູ່ຮູບຮ່າງອື່ນ
2.      ກົດເກນການຫັນປ່ຽນຈາກການປ່ຽນແປງທາງດ້ານປະລິມານກາຍເປັນການປ່ຽນແປງທາງດ້ານຄຸນນະພາບແລະ ກົງກັນຂ້າມ.
ຄຸນນະພາບແມ່ນ: ຄວາມສຳນຶກທີ່ຊີ້ບອກລັກສະນະປະຈຳຕົວທີ່ມີມາແຕ່ເດີມຂອງສີ່ງວັດຖຸ ແລະ ປະກົດການ. ແມ່ນລັກສະນະລວມແລະລັກສະນະປະຈຳຕົວທີ່ມີມາແຕ່ເດີມເພື່ອຈຳແນກສີ່ງວັດຖຸແລະປະກົດການອື່ນໆ.
ປະລິມານແມ່ນ: ຄວາມສຳນຶກທີ່ຊີ້ບອກລັກສະນະປະຈຳຕົວທີ່ມີມາແຕ່ເດີມຂອງສີ່ງວັດຖຸແລະປະກົດການມັນບໍ່ໄດ້ເວົ້າແຈ້ງຄວາມແຕກຕ່າງກັນທາງດ້ານພື້ນຖານຂອງສິ່ງວັດຖຸນີ້ກັບສິ່ງວັດຖຸອື່ນ. ມັນມີແຕ່ເວົ້າເຖິງຂອບເຂດໃຫ່ຍ-ນ້ອຍ, ຕໍ່າ-ສູງ, ຈຳນວນໜອ້ຍ ຫຼື ຈຳນວນຫຼາຍຂອງສິ່ງວັດຖຸ ແລະ ປະກົດການເທົ່ານັ້ນ.
ການພົວພັນລະຫ່ວາງປະລິມານແລະຄຸນນະພາບ.
·         ປະລິມານແລະຄຸນນະພາບມີການພົວພັນນຳກັນແບບສັດຈະວິພາກ. ພວກມັນຄົງຕົວຢູ່ໃນວັດຖຸອັນດຽວກັນ.
·         ການປ່ຽນແປງທາງດ້ານຄຸນນະພາບຈະເຮັດໃຫ້ສິ່ງວັດຖຸແລະປະກົດການປ່ຽນແປງໄປສູ່ທາດໃໝ່, ແຕ່ການປ່ຽນແປງທາງດ້ານປະລິມານຢູ່ໃນລະດັບໜຶ່ງທີ່ແນ່ນອນຍັງບໍ່ທັນເຮັດໃຫ້ສິ່ງວັດຖຸປ່ຽນແປງໄປສູ່ສີ່ງວັດຖຸອື່ນເທື່ືອ.
3.      ການປະຕິເສດຂອງປະຕິເສດ.
ແມ່ນໜື່ງໃນສາມກົດເກນຂອງສັດຈະວິພາກທີ່ໄດ້ເວົ້າເຖິງທ່າອຽ່ງຂະຫຍາຍຕົວຂອງສິ່ງວັດຖຸ ແລະ ປະກົດການໃນໂລກພາວະວິໄສ. ມັນແມ່ນຂີດໝາຍບາດກ້າວທີ່ສຳຄັນໃນຂະບວນວິວັດແລະການກຳນົດຂອບເຂດ (ຕອ່ງໂສ້) ຕິດຕໍ່ກັນລະຫ່ວາງອັນເກົ່າແລະອັນໃໝ່.

ການປະຕິເສດແບບສັດຈະວິພາກແມ່ນ: ການປ່ຽນແປງແທນອັນເກົ່າມາເປັນອັນໃໝ່ ແຕ່ບົນຖານອັນເກົ່າ ເນື່ອງວ່າໂລກພາວະວິໄສມີການເຄືອນເໜັງ ແລະ ຂະຫຍາຍຕົວເລື້ອຍໆອັນເກົ່າໝົດໄປອັນໃໝ່ເກີດມາແທນ.


Comments

Popular posts from this blog

ປັດຊະຍາ: ວັດຖຸ ແລະ ຈິດໃຈ. ສະຕິແມ່ນຫຍັງ

ປັດຊະຍາ: ບັນດາຄູ່ມາດຕະເກນພື້ນຖານຂອງວິທີສັດຈະວິພາກວັດຖຸນິຍົມ