Golf Tour 2016- Ba Na Hills Golf Club


ໃນຊ່ວງເດືອນເມສາ 2016 (ຫລັງປີໃໜ່ລາວ) ພໍດີທິມງານຂອງຂ້າພະເຈົ້າໄດ້ຮັບເຊີນເຂົ້າຮ່ວມກອງປະຊຸມລະຫວ່າງຊາດກ່ຽວກັບການຂຽນບົດນິພົນທາງວິທະຍາສາດ ທີ່ ມະຫາວິທະຍາໄລແພດສາດ ແລະ ການຢາເຫ້ວ (ນະຄອນເຫ້ວ, ສ.ສ ຫວຽດນາມ). ຫລັງຈາກປິດກອງປະຊຸມແລ້ວ,​ທິມງານຂອງຈ້າພະເຈົ້າໄດ້ເດີນທາງໄປພັກຜ່ອນຕໍ່ທີ່ເມືອງດານັງ.
ທິມງານພັກຜ່ອນ ແລະ ທ່ຽວຫລິ້ນເທິງພູບານາ (Ba Na Hill Resort), ສ່ວນຂ້າພະເຈົ້າເອົາໂອກາດນີ້ໄປຕີກັອຟທີ່ຕີນພູບານານັ້ນເຫລະ.
ເດີ່ນກອັຟບານາຮິວ (Ba Na Hills Golf Club) ເປັນເດີ່ນກັອຟໃໜ່ແຫ່ງທີສາມຢູ່ດານັງ, ຫາກໍ່ເປີດກ່ອນສອງ ຫລື ສາມເດືອນກ່ອນຂ້າພະເຈົ້າມານີ້ແລະ, ອອກແບບໂດຍ Luke Donald ນັກກັອຟອາຊີບທີ່ມີຊື່ສຽງ, ເປັນເດີ່ນມາດຕະຖານລະດັບໂລກ (PGA Standard) 72 ພາຣ໌, 18 ຫລຸມ, ລວມໄລຍະທັງໜົດ 7.857 yards. ຫຍ້າງາມຫລາຍ, fairway ພໍດີ (ບໍ່ໃຫ່ຍບໍ່ນ້ອຍ) ອ້ອມຮອບໄປດ້ວຍພູ, ຕີສະບາຍ, Banker ແລະ water hazard ບໍ່ຫລາຍປານໃດ. ບັນຍາກາດສຸດຍອດ, ຊ່ວງຫລຸມ 1 ຫາ 9 ສະໜາມຂ້ອນຂ້າງຮາບພຽງ, ແຕ່ຫລັງຈາກນັ້ນ (ຫລຸມ 10 ໄປ) ແມ່ນຕີຂຶ້ນພູ.
ສຳລັບສິ່ງອຳນວຍຄວາມສະດວກໃນເດີ່ນກໍ່ດີຫລາຍ, ຮ້ານອາຫານຝະລັ່ງຊັ້ນດີ (ສະເຕັກແຊບສຸດໆ) ມີຫ້ອງນອນພັກຜ່ອນ, ຫ້ອງຂາຍເຄື່ອງກອັຟ, ຫ້ອງອາບນໍ້າທີ່ສວຍງາມ
ຄ່າເດີ່ນ: 150 ໂດລາ/18 ຫລຸມ (ວັນທຳມະດາ) ແລະ 200 ໂດລາ/18 ຫລຸມ (ວັນພັກ)




























Comments

Popular posts from this blog

ປັດຊະຍາ: ວັດຖຸ ແລະ ຈິດໃຈ. ສະຕິແມ່ນຫຍັງ

ປັດຊະຍາ: ບັນດາຄູ່ມາດຕະເກນພື້ນຖານຂອງວິທີສັດຈະວິພາກວັດຖຸນິຍົມ

ປັດຊະຍາ: ຄວາມສຳນຶກກ່ຽວກັບກົດເກນ