ປັດຊະຍາ: ປັດຊະຍາກ່ອນມາກເລນິນ



ປັດຊະຍາກ່ອນມາກເລນິນ
1.      ປັດຊະຍາກະເລັກບູຮານກຳເນີດຂື້ນໃນເງື້ອນໄຂແນວໃດແລະເນື້ອໃນພື້ນຖານແນວໃດ?ຈົ່ງອະທິບາຍ
ປັດຊະຍາກະເລັກບູຮານກຳເນີດຂື້ນໃນເງື້ອນໄຂແບບວິທີການຜະລິດຍຶດຈ່ອງຂ້າທາດໄດ້ປະກົດການຂື້ນກວ່າໝູ່ໃນປະເທດເກຣັກ.ບາບີໂລນ.ເມືອ 4000 ປີກ່ອນ ຄ.ສ ຄຽງຄູ່ກັບການຂະຫຍາຍຕົວ ການຜະລິດບັນດາໜໍ່ແໜ່ງແນວຄິດທາງດ້ານປັດຊະຍາ.ວິທະຍາສາດ.ທຳມະຊາດ.ວັດທະນະທຳກໍ່ຄ່ອຍປະກົດຕົວຂື້ນໃນນັ້ນໜໍ່ແໜ່ງແນວຄິດວັດຖຸນິຍົມກໍ່ປະກົດຕົວຂື້ນແຕ່ໄປພ້ອມກັບການກຳເນີດແລະການຕໍ່ສູ້ເພື່ອດັບມອດແນວຄິດວັດຖຸນິຍົມ.
-         ວັດຖຸພື້ນຖານຂອງໂລກປະກອບສ້າງດ້ວຍນ້ຳ
-         ວັດຖຸພື້ນຖານຂອງໂລກປະກອບສ້າງດ້ວຍໄຟ
-         ວັດຖຸພື້ນຖານຂອງໂລກປະກອບສ້າງດ້ວຍທາດອາຍ (ອາກາດ)
-         ວັດຖຸພື້ນຖານຂອງໂລກປະກອບສ້າງດ້ວຍປະລະມະນູນ
-         ວັດຖຸແມ່ນປະກອບດ້ວຍປະລະມະນູນ,ປະລະມະນູນບໍ່ສາມາດແບ່ງໄດ້ອີກປະລະມະນູນເປັນຫົວໜ່ວຍສຸດທ້າຍ.
ໂດຍຍຶດໝັ້ນທັດສະນະວັດຖຸນິຍົມແລະວິທີວິພາກທ່ານໃຫ້ທັດສະນະວ່າສັດຈະທຳມີລັກສະນະລະອຽດຈຶ່ງຈະພົວພັນກັບເງື່ອນໄຂອັນລະອຽດຂອງເປົ້າໝາຍແຫ່ງຄວາມຮັບຮູ້.
2.      ເນື້ອໃນພື້ນຖານຂອງປັດຊະຍາອິນເດຍມີແນວໃດ?ຈົ່ງອະທິບາຍ
ປັດຊະຍາອິນເດຍກຳເນີດຂື້ນໃນສະໄໝພະເວດປະມານ 1800 ປີກ່ອນ ຄ.ສ ຕໍ່ມາໄດ້ປັບປຸງປັດຊະຍາພະເວດເປັນປັດຊະຍາອຸປະຕິສັດປະມານ 600 ປີກ່ອນ ຄ.ສ ຫຼັງຈາກນັ້ນຈຶງເກີດມີປັດຊະຍາສອງລະບົບຄື:
·         ປັດຊະຍາກຸ່ມຮັບຮູ້ອິດທິພົນພະເວດມີ:ປັດຊະຍານະຢາຍ,ປັດຊະຍາໄວເສຊິກ,ປັດຊະຍາສາງຂະຍະ
·         ປັດຊະຍາທີບໍ່ຂື້ນກັບອິດທິພົນພະເວດເຊິ່ງມີປັດຊະຍາຈາລະວາກ,ປັດຊະຍາເຊນ,ປັດຊະຍາພຸດທະຊາດສະໜາ.
3.      ເນື້ອໃນພື້ນຖານຂອງປັດຊະຍາຈີນມີແນວໃດ?(ຈົ່ງອະທິບາຍ)
ພື້ນຖານທິດສະດີຂອງທ່ານແມ່ນການນຳໃຊ້ທຳມະຄະຕິ (ທິດສະດີເຕົ້າ)ເພື້ອອະທິບາຍໂລກທ່ານເວົ້າວ່າຕົ້ນກຳເນີດທຸກສິ່ງທຸກຢ່າງແມ່ນ (ເຕົ້າ)ເຕົ້າຄົງຕົວຕະຫຼອດການ,ບໍ່ມີເບື້ອງຕົ້ນ,ບໍ່ມີສຸດທ້າຍ ວິຍານຂອງມະນຸດຢູ່ທີ່ເຕົ້າການຕາຍແມ່ນການກັບຄືນໄປຫາເຕົ້າ,ທຸກສິ່ງທຸກຢ່າງລວ້ນແຕ່ເກີດມາຈາກເຕົ້າເທົ່ານັ້ນ,ປັດຊະຍາຂົງຈື (551-479ກ່ອນ ຄ ສ​)
ຂົງຈືເອົາໃຈໃສ່ທາງດ້ານຈັນຍາສາດ.ການເມືອງແຕ່ບໍ່ໄດ້ເອົາໃຈໃສ່ທາງດ້ານວິທະຍາສາດ
ອະທິບາຍ
-         ປັດຊະຍາເສົາຈື່ທຸກສິ່ງທຸກຢ່າງລ້ວນແຕ່ປະກອບດ້ວຍດ້ານກົງກັນຂ້າມ,ດ້ານທີ່ກົງກັນຂ້າມສາມາດແລກປ່ຽນກັນໄດ້.
-         ປັດຊະຍາຂົງຈື່:ດ້ານຈັນຍາສາດກຳນົດຫຼັກຈັນຍາສາດ 5 ປະການຄື: ຄວາມເມດຕາ,ມີທຳມະ,ມີຄວາມເໝາະສົມ,ມີຄວາມຮູ້ຮອບ,ຄວາມເປັນຜູ້ເຊື້ອຖື.ດ້ານການເມືອງມີຫຼັກປົກຄອງ 3ປະການຄື:
ü  ປະຊາຊົນມີອາຫານພຽງພໍ,ມີຊີວິດເປັນຢູ່ດີ
ü  ມີກອງທັບພຽງພໍສຳລັບປົກປັກຮັກສາປະເທດຊາດຂອງຕົນ
ü  ປະຊາຊົນມີຄວາມໄວ້ເນື້ອເຊື່ອໃຈຜູ້ປົກຄອງຕ້ອງໃຫ້ການສຶກສາແກ່ປະຊາຊົນ.

4.      ປັດຊະຍາກາລາຊິກເຍຍລະມັນກຳເນີດຂື້ນໃນເງື່ອນໄຂສະພາບແວດລ້ອມແນວໃດ?
ການກຳເນີດໃນເງື່ອນໄຂສະພາບແວດລ້ອມ
-         ເງື່ອນໄຂທາງດ້ານເສດຖະກິດ-ສັງຄົມໃນຍຸກສະໄໝນາຍທຶນຂະຫຍາຍຕົວ.

-         ບັນດານັກປັດຊະຍາເຍຍລະມັນທີ່ເປັນຕົວແທນ.


Comments

Post a Comment

Popular posts from this blog

ປັດຊະຍາ: ວັດຖຸ ແລະ ຈິດໃຈ. ສະຕິແມ່ນຫຍັງ

ປັດຊະຍາ: ບັນດາຄູ່ມາດຕະເກນພື້ນຖານຂອງວິທີສັດຈະວິພາກວັດຖຸນິຍົມ

ປັດຊະຍາ: ຄວາມສຳນຶກກ່ຽວກັບກົດເກນ