ປະຫວັດຫໍ້ຍຂອງທ່ານຜູ້ນຳທີ່ຍິ່ງໃຫ່ຍ

ປະຫວັດຫໍ້ຍຂອງທ່ານຜູ້ນຳທີ່ຍິ່ງໃຫ່ຍ
ປະ​ຫວັດ​ຫຍໍ້ຂອງ​ທ່ານ ​ໄກສອນ​ພົມວິ​​ຫານ
                  
 ທ່ານ​ ໄກສອນ​ ພົມວີ​ຫານ ​ເກີດ​ເມືອ​ວັນ​ທີ່ 13.12.1920 ທີ່​ ບ້ານນາ​ເຊ​ງ ​ເມືອງຄັນທະ​ບູລີ, ​ແຂວງ​ສະຫວັນ​ນະ​ເຂດ ​ເມື່ອ​ທ່ານ​ໄດ້​ອາ​ຍູ 7 ປີ ທ່ານ​ໄດ້​ເຂົ້າ​​ໂຮງຮຽນ​ປະຖົມ​ພາສາ​ລາວ​ທີ່​ບ້ານ​ເໜືອ (ບ້າ​ນ​ໄຊ​ຍະ​ພູມ )​ແລະ ຕໍ່​ມາ​ໄດ້​ເຂົ້າ​ຮຽນ​ຢູ່​ໂຮງຮຽນ​ປະຖົມພາສາ​ຝຣັ່ງບ້ານ​ໃຕ້ ບ້ານ​ທ່າ​ແຮ່ . ​ເມື່ອ​ທ່ານ​ໄດ້​ຮຽນ​ຈົບ​ປະ​​ຖົມ ​ໃນ​ປີ 1934 ທີ່​ແຂວງ​ສະຫວັນ​ນເຂດ ​ແລ້ວ​ທ່ານ​ໄດ້​ໄປ​ຮຽນ​ຕໍ່​ຢູ່​ໂຮງຮຽນວິທະຍາ​ໄລ​ເຕັກ​ໂຕຣາທີ່​ນະຄອນຫລວງ​ຮ່າ​​ໂນ​ຍ ປະ​ເທດ​ຫວຽດນາມ, ເມື່ອ​ຮຽນ​ຈົບ​ວິທະຍາ​ໄລ​ໃນ​ປີ 1942 ທ່ານ​ໄດ້​ເ​ສັງ​ເຂົ້າ​ວິທະຍາ​ໄລ​ສາຂາ​ວິຊາ​ການ​​ແພດ, ​ເມື່ອ ​ທ່ານ​ໄກສອນ​ ພົມວິຫານ ​ເຂົ້າ​ສູ່​ປິ 1944 ໄດເຂົ້າ​ເປັນ​ສະມາ​ຊິກສະມາຄົມ​ຊາວ​ໜູ່ມກູ້​ຊາດ​ຫວຽດນາມ​ວັນ​ທີ່ 20 ​ມັງກອນ  1949 ປະ​ທານ ​ໄກສອນ​ ​ໄດ້​ປະກາດ​ສ້າງ​ຕັ້ງ​ກອງທັບ​ລາວ​ອິດ​ສະຫຼະ​ຂື້ນ ​ແລະ ​ໄດ້​ກາຍ​ເປັນ​ວັນ​ສ້າງ​ຕັ້ງ​ກອງທັບ​ປະຊາຊົນ​ລາວ, ມາ​ຮອດ​ເດືອນ​ ສິງຫາ ປີ 1950 ທ່ານ​ ພ້ອມ​ດ້ວຍ​ຜູ້​ແທນ 120 ຄົນ ​ໄດ້​ເຂົ້າ​ຮ່ວມ​ກອງ​ປະ​ຊູ​ມ​ໃຫ່ຍ​ແນວ​ລາວ​ຕໍ່ຕ້ານ​ທົ່ວ​ປະ​ເທດ​ຢູ່​ແຂວງ ຕວຽນ​ກວາງ, ມາ​ຮອດ​ເດືອນ ກັນຍາ ປີ 1969 ທ່ານ​ໄດ້​ຊື້​ນຳ​ການ​​ໂຈມ​ຕີ ຍາດ​ເອົາ​ບໍລິ​ເວນ​ທົ່ງ​ໄຫ​ຫີນ​ຄືນ ​ແລະ ມາຕີ​ຕ້ານ​ບັ້ນ​ເຄື່ອນ​ທັບ​ຂອງ​ສັດຕູ​ເຊິ​ງ​ເປັນ​ບັ້ນ​ເຄື່ອນ​ທັບ​ທີ່​ໃຫ່ຍກ່ວາ​ໝູ່ ຂອງ​ອາ​ເມ​ລິ​ກາ ວັນ​ທີ່ 18 ກໍລະກົດ ປີ 1977 ທ່ານ​ໄດ້​ເຂົ້າ​ຮ່ວມ​ເຊັນ​ສັນຍາ​ມິດຕະ ພາບ​ລະຫວ່າງ​ລາວ​ຫວຽດນາມ ທີ່​ເປັນ​ນະຄອນຫລວງ​ວຽງ​ຈັນ, ຈົນ​ມາ​ຮອດ​ວັນ​ທີ່ 21 ​ເດືອນ ພະຈິກ ປີ 1992 ທ່ານ​ໄດ້​ເສຍ​ຊີວິດ.

ປະຫວັດ​ຫຍໍ້​ຂອງ ​ທ່ານ ກາກ​ມາກ. Karl Marx

ປະຫວັດ​ຫຍໍ້ ທ່ານ ກາກ​ມາກ ປີ 1818- 1883
 ທ່ານ​ກາກ​ມາກ ​ເກີດ​​ເມືອ​ວັນ​ທີ່ 5.5.1818 ທີ່​ລັດ​ປາ​ລຸດຊີ (ຝຣັ່ງ​ແມ່ນ​ນ້ຳໄຮ)​ ໃນ​ຄອບຄົວ​ມີ​ຖານະ ວັດທະນະທຳ​ດີ,ພາຍຫຼັງ​ສຳ​ເລັດ​ການສຶກສາ​ຊັ້ນ​ມັດທະຍົມ​ຕອນ​ປາຍທີ່​ເມືອງຕີ​ຮ​ເຮີ​ແລ້ວ,ແລ້ວ​ທ່ານ ກາກ​ມາ​ກໍ່​ໄດ້​ເຂົ້າ​ຮຽນ​ຕໍ່​ວິທະຍາ​ໄລ " ​ແບກ​ແລ້ງ " ​ໃນ​ຂະ​ແໜ່​ງກົດໝາຍປີ  1841 ທ່ານ ກາກ​ມາໄດ້​ປ້ອງ​ກັນ​ ວິທະຍານິຍົມ​ປະລິຍາ​ເອກ​ ​ເດືອນ ຕຸລາ ປີ 1842 ມາກ ໄດ້​ເດີນທາງ​ໄປ​ປາຣີ ​ເພື່ອ​ພີ​ມຈຳໜ່າຍ​ເອກະສານ " ​ຮາ​ດີກາ​ນ " ( ວາລະສານ​ລາຍ​ປີຂອງຝຣັ່ງ - ​ເຢຍລະ​ມັນ ) ປີ 1844 ທ່ານ ອັງ​ແກນ​ເດີນທາງ​ໄປ​ປາ​ຣີ ​ເພື່ອ​ພົບ​ກັບ​ທ່ານ ກາກ​ມາກ ​ແລະ ​ໃນ​ທີ່​ສຸດ ທ່ານ ກາກ​ມາກ​ໄດ້​ຖຶກກົດດານ​ຈາກ​ລັດຖະບານ​ເຢຍລະ​ມັນ​ໃຫ້​​ຍົກຍ້າຍ​ຈາກ​ປາຣີ​ໄປ​ຢູ່​ບຣຸກ​ໄຫວ " ​ສະຫະພັນ​ຄອມ​ມູນິດ "ພາຍຫຼັງ​ຄອມ​ມູປາຣີຖຶກປະຣາ​ໄຊ ລົງ​ໃນ​ວັນ​ທີ່ 28.5.1817 ຫຼັງ​ຈາກ​ນັ້ນ​ກອງ​ປະ​ຊູ​ມ​ໃຫ່ຍຂອງ​ສາກົນທີ່1 ສະ​ໄໝ​ທີ່ 2 ​ໄດ້​ສ້າງ​ຕັ້ງ​ຂື້ນ ທ່ານ​ກາກ​ມາກ ​ໄດ້​ກັບ​ຄືນ​ໄປ​ລອນດອນ​ປະ​ເທດ​ອັງກິດ ​ແລະ ຢູ່​ທີ່​ນັ້ນ​ຈົນ​ຮອດ​ມື້​ທີ່​ ທ່ານ ມໍ​ລະກຳ 17.3.1883.

 ປະ​ຫຍໍ້​ຂອງ​ ທ່ານ ຟ ອັງ​ແກນ ( 1820- 1895). Friedrich Engels

 ທ່ານ ຟະຣິຣິກ ອັງ​ແກນ ​ເກີດ​ເມືອ​ວັນ​ທີ່ 28.11.1820 ທີ່​ເມືອງ​ບາຣ​ແມນ ປະ​ເທດ​ເຢຍລະ​ມັນ ປີ 1837 ທ່ານ​ອາຍຸ​ໄດ້17 ປີ ທ່ານ ຟ ອັງ​ແກນ ​ໄດ້​ເຂົ້າ​ຮຽນ​ວິຊາ​ການ​ຄ້າ​ແຕ່​ໃນເວລາ​ຕົວ​ຈິງ​ທ່ານ​ບໍ່​ເອົາ​​ໃຈ​ໃສ່​ພໍ​ເທົ່າ​ໃດ ​ເວລາ​ສ່ວນ​ຫຼາຍ​ໃຊ້​ເຂົ້າໃນ​ການ​ຄົ້ນ​ຄ້ວາ​ວິທະຍາ​ສາດ​ສັງຄົມ​ເຊັ່ນ: ວັນນະຄະດີ, ພາສາຕ່າງປະ​ເທດ, ປະຫວັດສາດ ​ແລະ ອື່ນໆ.  ທ້າຍ​ປີ 1842 ທ່ານ ຟ ອັງ​ແກນ​ໄດ້​ເດີນທາງ​ໄປ​ເມືອງ ​ແມນ​​ແຊດ​ເຕີ ປະ​ເທດອັງກິດ​ເພື່ອ​ເຝິກງານ​ກ່ຽວ​ກັບ​ວຽກງານການ​ຄ້າ
ປີ 1847 ທ່ານ ​ຟ ອັງ​ແກນ ພ້ອມ​ກັບ​ ທ່ານ ກາກ​ມາກສ້າງ​ຕັ້ງ​ສາກົນ​ທີ່ I ທີ່​ລອນດອນວັນ​ທີ່ 14.7.1889 ສາກົນ​ທີ່ II ​ໄດ້​ສ້າງ​ຕັ້ງ​ທີ່​ນະຄອນ​ປາຣີ ທ່ານຟ ອັງ​ແກນ ​ໄດ້​ກາຍ​ເປັນ​ຜູ້ນຳ​ສາກົນ, ທ່ານ ​ຟ ອັງ​ແກນ ມີ​ຜົນງານ​ອັນ​ໃຫ່ຍຫລວງ​ທາງ​ດ້ານ​ວິທະຍາສາດ ທ່ານ ​ໄດ້​ຂຽນ​ບົດ​ນິພົມ​ນ້ອຍ- ​ໃຫ່ຍຫລາຍ​ບ​ົດຮ່ວມ​ກັບ ທ່ານ ກາກ​ມາກ ປີ 18771878 ທ່ານ ຟ ອັງ​ແກນ​ຂຽນ​ປື້​ມຊື່ວ່າ ຕ້ານ​ດຸ​ຍສິງ ​ເພື່ອ​ຕ້ານ​ກັບທິດ​ສະ​ດີ​ດຸ​ຍລິງ ທ່ານ ຟ ອັງ​ແກນ ຕ້ອງ​ໃຊ້​​ເວລາ​ຄົ້ນ​ຄ້ວາ​ວິທະຍາສາດ ​ແລະ ຂຽນ​ເຖິງ 8 ປີ .        

ປະຫວັດ​ຂອງ​ທ່ານ ວະ​ລາ​ດີ ​ເມຍ​ອິ​ເດຍ ​ເລ​ນິນ. Vladimir Ilyich Ulyanov

ທ່ານ ວະ​ລາ​ດີ ​ເມຍ​ອິ​ເດຍ ​ເລ​ນິນ ( 1870- 1924 )
ທ່ານ ​ເລ​ນິນ ​ເກີດ​ເມືອ​ວັນ​ທີ່  22.4.1870 ທີ່​ເມືອງ " ​ຊິ​ມບຽກສະ​ກິ  "ປະ​ຈູ​ບັນ​ແມ່ນ​ເມືອງ" ​ອູ​ລິ​ອາ​ນົບ "​ແຄມ​ຝຣັ່ງຊ້າຍ​ຂ​ອງ​ແມ່​ນໍ້າໂວ​  ນກາ, ຕອນລູມຂອງ​ເມືອງ " ​ກາ​ຊານ " ພໍ່​​ແມ່​ເປັນ​ປັນຍາ​ຊົນ​ທີ່​ກ້າ​ວ ໜ້າ​ປີ 1887 ​ໄດ້​ເຂົ້າ​ຮຽນ​ຢູ່​ມະຫາວິທະຍາ​ໄລ " ​ກາ​ຊານ " ​ໃນ​ຂະ​ແໜ່​ງກົດໝາຍ​ແຕ່​ບໍ່​ທັນ​ຈົບ​ພັດ​ຖຶໄລ່​ອອກ​ຈາກ​ໂຮ​ງຮຽນ ປີ 1891 ​ໄດ້​ເຂົ້າ​ສອບ​ເສັງ​ວິຊາ​ ກກົດໝາຍຢູ່​ມະຫາວິທະຍາ​ໄລ​​ເປ​​ເຕັງ​ບວກ ​ໄດ້​ຢ່າງ​ງ່າຍດາຍ​ທັງ​ໄດ້​ຮັບ​ໃບ​ປະກາດ​ກຽດຕິຍົດ​ອັນ 1 ປີ1892 ທ່ານ ​ເລ​ນິນ​ໄດ້​ກໍ່ສ້າງ​ສະ​ໂມ​ສອນ​ມັກ​ມາກ​ຊິດ​ໜ່ວຍ​ທຳ​ອິດ​ທີ່​ເມືອງ​ຊາ​ມາລາ ຕໍ່​ມາ​ໄດ້​ເຄື່ອນ​​ໄຫວ​ປະຕິວັດ​ຢູ່​ເມືອງ​ເປ​ເຕກບວກ, ປີ 1895 ທ່ານ​ເລ​ນິນ​ໄດ້​​ເດ​ີນທາງ​ໄປ​ຕ່າງປະ​ເທດ ໂດຍ​ໄດ້​ຮັບ​ພາລະ​ ຈາກ​ຊາວນາ​ມາ​ກຊິດ​ເປ​ເຕກບວກ ​ໄປ​ຕິດ​ຕໍ່​ພົວພັນ​ກັບກ​ກຸ່ມ"ປົດ​ປ່ອຍ​ແຮງ​ງານ"​ ​ແລະ​ເພື່ອ​ໄປ​ສຶກສາ​ເບິ່ງ​ຂະ​ບວນກຳມະກອນ​ໃນ​ເອີ​ລົບ​ຕາ​ເວັນ​ຕົກ, ວັນ​ທີ່ 29.1.1900 ທ່ານ​ເລ​ນິດ​ໄດ້​ພົ້ນ​ອອກ​ຈາກ​ການ​ເນ​ລະ​ເທດ​ແລ້ວ​ກັບ​ຄືນ​ໄປ​ເຕກບວກ ​ເພື່ອ​ສືບ​ທອດ​ຕໍ່​ການ​ປະຕິວັດ, ວັນ​ທີ່ 17.7.1900 ຈົນ​ຮອດ ​ເດືອນ 4 ປີ 1917 ​ແມ່ນ​ໄລຍະ​ເວລາ​ທີ່ ທ່ານ ​ເລ​ນິນ​ ດໍາລົງ​ຊີວິດ ​ແລະ ​ເຄື່ອນ​ໄຫວ​ຢູ່ ຕ່າງ​ປະ​ເທດ ​ເພື່ອ​ພາລະກິດ​ປະຕິວັດ​ຂອງ​ຊົນ​ຊັ້ນ​ກຳມະກອນ​ລັດ​​ເຊຍ ​ແລະ ກຳມະກອນ ​​ແມ່ນ​ໄລຍະ ການ​ຕໍ່ສູ້ ​ແລະ ນຳພາ​ຂອງ​ພັກ​ສັງຄົມ​ປະຊາທິປະ​ໄຕ ກຳມະກອນ​ລັດ​ເຊຍ.
        ພາຍ​ຫລັງ​ການ​ປະຕິວັດ ປະຊາ​ທິປະ​ໄຕ​ນາຍ​ທືນ​ໃນ​ ​ເດືອນ ກູ​ມພາ ປີ 1917 ​ໄດ້​ຮັບ​ໄຊຊະນະ ​ແລະ ການ​ສ້າງ​ລັດ​ຖະບານ​ຊົ່ວຄາວ​ຂອງ​ຊົນ​ຊັ້ນ​ນາຍ​ທືນ ​ໃນ​ລັດ​ເຊຍ​ແລ້ວ ທ່ານ ​ເລ​ນິນ ກໍ່​​ໄດ້​ກັບ​ມາ​ປະ​ເທດ​ຊາດ ​ໃນ​ວັນ​ທີ່ 3.4.1917 ​ເພື່ອ​ນຳພາ​ການ​ປະຕິວັດ​ສັງຄົມ ​ເດືອນ ຕຸລາ ປີ 1917 ດ້ວຍ​ຕົນ​ເອງ.
        ພາຍຫລັງ​ມະຫາ​ປະຕິວັດ​ສັງຄົມ​ນິຍົມ ​ເດືອນ ຕຸລາ ປີ 1917 ທ່ານ ​ເລ​ນິນ ​ໄດ້​ນຳພາ​ໃນ​ການ​ສ້າງ​ຕັ້ງ​ລັດ​ພະ​ເດັດ​ກຳມະ​ຊີບ ສ້າງ​ຕັ້ງ​ລະບອບ​ພະ​ເດັດ​ກຳມະ​ຊີບ​ພາຍ​ໃຕ້​ກາ​ນນຳພາ​ຂອງ​ພັກ​ກອມ​ມູນິດ​ນຳພາ​ປະຊາຊົນ​​ໂຊ​ວຽດ ຕ້ານ​ສົງຄາມ​​ໂລ​ກຄັ້ງ​ທີ່ I ​ແລະ ​ແກ້​ໄຂ​ບັນຫາ​ຕ່າງໆ​ຂອງ​ອຳນາດ​ລັດ​ແບບ​ໃໝ່.
        ທ່ານ ​ເລ​ນິນ​ໄດ້​ສ້າງ​ຕັ້ງ​ສາກົນ​ທີ່ II ຂື້ນ​ໃນ​ວັນ​ທີ່ 2.3.1919 ທີ​ມົດ​ສະ​ກູ ​ເພື່ອ​ສືບ​ທອດ​ພາລະກິດ​ປະຕິວັດ​ຂອງ​ສາກົນ​ທີ່ I,II ຢູ່​ໃນ​​ເງື່ອນ​ໄຂ ປະຫວັດສາດ​ໃໝ່, ທ່ານ​ ​ເລ​ນີນ​ ​ເປັນ​ຜູ້​ສືບ​ທອດ​ພາລະກິດ​ຂອງ ທ່ານ ກາກ​ມາກ ​ແລະ ທ່ານ​ ອັງ​ແກນ, ​ໃນ​ການ​ເສີມ​ຂະຫຍາຍ​ ລັດທິມາກ​ ຢ່າງປະດິດ​ສ້າງ​ຂຶ້ນ​ເຂົ້າ​ການ​ປະຕິວັດ​ລັດ​ເຊຍ​ແຕ່​ປີ 18101924 ທັດສະນະ​ປະດິດ​ສ້າງ​ຂອງ​ເພີ່ນ​ສະ​ແດງ​ໃຫ້​ເຫັນ​ຢູ່​ບົດ​ນິພົນ​ຄົບ​ຊູດ​ທຳ​ອິດ​ໃນ​ປື້​ມ ​ເພື່ອນ​ຂອງ​ປະຊາຊົນ​ແມ່ນ​ຫຍັງ ຈະ​ຕໍ່​ສູ້ຕ້ານ​ກັບ​ນັກ​ສົງຄາມ​ປະຊາທິປະ​ໄຕ.


Comments

Popular posts from this blog

ປັດຊະຍາ: ວັດຖຸ ແລະ ຈິດໃຈ. ສະຕິແມ່ນຫຍັງ

ປັດຊະຍາ: ບັນດາຄູ່ມາດຕະເກນພື້ນຖານຂອງວິທີສັດຈະວິພາກວັດຖຸນິຍົມ

ປັດຊະຍາ: ຄວາມສຳນຶກກ່ຽວກັບກົດເກນ