ປັດຊະຍາ: ບັນດາກົດເກນພື້ນຖານຂອງວິທີສັດຈະວິພາກ


ບັນດາກົດເກນພື້ນຖານຂອງວິທີສັດຈະວິພາກ
ຫຼັກມູນພື້ນຖານກ່ຽວກັບສັດຈະວິພາກມີ  2 ຫລັກມູນຄື:
1.      ຫລັກມູນການພົວພັນທົ່ວໄປຂອງສິ່ງວັດຖຸແລະປະກົດການ
·         ການພົວພັນທົ່ວໄປແມ່ນ: ການຜູກມັດກັນກະທົບເຊິ່ງກັນແລະກັນຂື້ນຕໍ່ກັນ.ອັນນີ້ເອົາອັນອື່ນເປັນເງືອນໄຂເພືອການຄົງຕົວຂອງຕົນ ຖ້າອັນນີ້ມີການປຽ່ນແປງກໍ່ຈະເຮັດໃຫ້ອັນອື່ນມີການປ່ຽນແປງໄປນຳ.
·         ການພົວພັນຂອງສິ່ງວັດຖຸແລະປະກົດການສະແດງອອກຢູ່ໃນກາລະເທສະ.
ການສະແດງອອກໃນກະລະ (ເວລາ) ແມ່ນການກະທົບເຊິ່ງກັນແລະກັນ ຂື້ນຕໍ່ກັນໃນຂະບວນວິວັດຢູ່ໃນໄລຍະແຫ່ງການຂະຫຍາຍຕົວທີ່ແຕກຕ່າງກັນຂອງບັນດາສິ່ງວັດຖຸແລະປະກົດການ
ການສະແດງອອກທາງດ້ານເທສະ (ສະຖານທີ່) ແມ່ນການກະທົບເຊິ່ງກັນແລະກັນລະຫວ່າງວັດຖຸແລະປະກົດການຢູ່ໃນທີ່ຕັ້ງຕ່າງກັນ.
·         ການພົວພັນ ແລະ ຄຸນປະໂຫຍດຂອງມັນ.
ບັນດາສິ່ງວັດຖຸ ແລະ ປະກົດການຢູ່ໃນໂລກພາວະວິໄສມີຫຼາຍຮູບຫຼາຍສີທີ່ແຕກຕ່າງກັນ.ມັນມີຄຸນປະໂຫຍດຕ່າງກັນມັນກຳເນີດຂື້ນໃນເງື່ອນໄຂແລະສະພາບແວດລ້ອມຕ່າງກັນດັ່ງນັ້ນຈິ່ງມີກັນພົວພັນກັນເຊັ່ນ:
ü  ການພົວພັນພາບໃນ ແລະ ການພົວພັນພາຍນອກ
ü  ການພົວພັນທາງກົງ ແລະ ທາງອ້ອມ
ü  ການພົວພັນທາດແທ້ ແລະ ບໍ່ແມ່ນທາດແທ້
ü  ການພົວພັນລະຫວ່າງອັນລວມ ແລະ ອັນສະເພາະ

2.      ຫລັກມູນກ່ຽວກັບການຂະຫຍາຍຕົວຂອງສິ່ງວັດ ແລະ ປະກົດການ
·         ການຂະຫຍາຍຕົວແມ່ນ: ການຫັນປ່ຽນຂອງສິ່ງວັດຖຸແລະປະກົດການທີ່ກ່າວຂື້ນແຕ່ສູງຫາຕໍ່າ.ແຕ່ອັນງ່າຍດາຍໄປຫາອັນສັບສົນ
ຕົວຢ່າງ: ການປ່ຽນແປງແລະການຂະຫຍາຍຕົວຂອງຄົນແຕ່ນ້ອຍຫາໃຫ່ຍ
·         ຄວາມແຕກຕ່າງລະຫວ່າງການເຄືອນເໜັງ ແລະ ການຂະຫຍາຍຕົວ.
ü  ການເຄືອນເໜັງແມ່ນການປ່ຽນແປງທີ່ເວົ້າລວມ: ໝາມຄວາມວ່າແມ່ນການປ່ຽນແປງໄປຕາມທິດທີ່ກ້າວຂື້ນ ຫຼື ຕາມທິດລົງຄ້ອຍຖ້ອຍຫລັງຂອງວັດຖຸ ແລະ ປະກົດການ.
ຕົວຢ່າງ: ການລະເມີດລະບຽງກົດໝາຍ
ü  ການຂະຫຍາຍຕົວແມ່ນ: ການເຄືອນເໜັງໄປຕາມທ່າອຽງທີ່ແນ່ນອນມີລັກສະນະກ້າວຂື້ນເທົ່ານັ້ນ.

ຕົວຢ່າງ: ປະເທດຊາດເຮົາແຕ່ກ່ອນຍັງບໍ່ທັນຈະເລີນມາຮອດປະຈຸບັນປະເທດຊາດເຮົາໄດ້ມີການພັດທະນາ ແລະ ຂະຫຍາຍຕົວຈະເລີນຂື້ນເທື່ອລະກ້າວ.


Comments

Popular posts from this blog

ປັດຊະຍາ: ວັດຖຸ ແລະ ຈິດໃຈ. ສະຕິແມ່ນຫຍັງ

ປັດຊະຍາ: ບັນດາຄູ່ມາດຕະເກນພື້ນຖານຂອງວິທີສັດຈະວິພາກວັດຖຸນິຍົມ

ປັດຊະຍາ: ຄວາມສຳນຶກກ່ຽວກັບກົດເກນ