ປັດຊະຍາ: ຄວາມຮູ້ທົ່ວໄປກ່ຽວກັບປັດຊະຍາ



ຄວາມຮູ້ທົ່ວໄປກ່ຽວກັບປັດຊະຍາ

1. ລະຫວ່າງວັດຖຸແລະຈິດໃຈອັນໃດມີກ່ອນແລະອັນໃດຕັດສິນ?
ລະຫວ່າງວັດຖຸແລະຈິດໃຈແມ່ນວັດຖຸມີກ່ອນແລະວັດຖຸມີອັນຕັດສິນຈິດໃຈຍ້ອນວ່າ ໂລກນີ້ແມ່ນວັດຖຸທີ່ຄົງຕົວຢ່າງພາວະວິໄສບໍ່ຂື້ນກັບຈິດໃຈ. ຄົນເຮົາແມ່ນພາກສ່ວນໜຶ່ງຂອງໂລກທຳມະຊາດ ແລະ ຈິດໃຈຂອງຄົນເຮົາແມ່ນຜະລິດຕະພັນໜຶ່ງທີ່ມີການຈັດຕັ້ງສູງນັ້ນແມ່ນສະໝອງຂອງຄົນເຮົາ.
2. ຄົນເຮົາສາມາດຮັບຮູ້ໂລກໄດ້ບໍ?
ຄົນເຮົາສາມາດຮັບຮູ້ໂລກໄດ້ແລະຍັງສາມາດດັດສ້າງໂລກໄດ້, ມີແຕ່ປະກົດການທີ່ບໍ່ທັນຄົ້ນຄວ້າພົບເທົ່າທີ່ບໍ່ສາມາດຮັບຮູ້ໂລກໄດ້.
3. ປັດຊະຍາແມ່ນຫຍັງແລະມີປະຫວັດສາດແຫ່ງການກຳເນີດແລະຂະຫຍາຍຕົວແນວໃດ?
ປັດຊະຍາແມ່ນລະບົບບັນດາທັດສະນະແລະຄວາມສຳນຶກລວມທີ່ສຸດຂອງຄົນເຮົາກ່ຽວກັບໂລກ (ໂລກທຳມະຊາດສັງຄົມແລະຈິນຕະນະການ) ແມ່ນໂລກກະທັດຂອງຊົນຊັ້ນໜຶ່ງ ຫຼື ກຳລັງຂອງສັງຄົມໃດໜຶ່ງຢ່າງແນ່ນອນ.
-             ມີປະຫວັດສາດແຫ່ງການກຳເນີດຂະຫຍາຍຕົວຄື:
ໃນການດຳລົງຊິວິດຂອງຄົນເຮົາໄດ້ພົວພັນກັບໂລກພາວະວິໄສຢ່າງສະນິດແໜ້ນທີ່ສຸດ. ເພື່ອມີຊີວິດຢູ່ຂອງຄົນເຮົາຕ້ອງຕໍ່ສູ້ກັບທຳມະຊາດແລະສັງຄົມໂດຍຜ່ານຂະບວນວິວັດແຫ່ງການຜະລິດແລະການເຄື່ອນໄຫວຂອງຊີວິດສັງຄົມ ເພື່ອດັດສ້າງໂລກທຳມະຊາດສັງຄົມຕາມຄາມຮຽກຮ້ອງຕ້ອງການແຫ່ງການດຳລົງຊີວິດຂອງສັງຄົມ
    ຜ່ານພຶດຕິກຳຕົວຈິງຢູ່ໃນການຜະລິດການເຄື່ອນໄຫວດຳລົງຊີວິດແລະການຊອກຮູ້ທຳມະຊາດສັງຄົມຂອງຄົນເຮົາເປັນເວລາດົນນານຄົນເຮົາກໍສາມາດສະສົມໄດ້ຄວາມຮູ້ກ່ຽວກັບທຳມະຊາດສັງຄົມນັບມື້ນັບຫຼາຍແລະອຸດົມສົມບູນຂື້ນຢ່າງບໍ່ຢຸດຢັ້ງດັ່ງນັ້ນປັດຊະຍາໃນຖານະເປັນລະບົບບັນດາທັດສະນະແລະຄວາມສຳນຶກລວມທີ່ສຸດຂອງຄົນເຮົາກ່ຽວກັບໂລກຈຶ່ງຄ່ອຍໆກຳເນີດຂື້ນແລະຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.
4. ບັນຫາພື້ນຖານປັດຊະຍາແມ່ນຫຍັງ?ຈົ່ງອະທິບາຍ
ບັນຫາພື້ນຖານປັດຊະຍາແມ່ນ ບັນດາປະກົດການທາງດ້ານວັດຖຸ (ການຄົງຕົວ) ແລະບັນດາປະກົດການທີ່ຂື້ນກັບສະຕິ (ຈິດໃຈ) ຂອງຄົນເຮົາເທົ່ານັ້ນວັດຖຸແລະຈິດໃຈແມ່ນສອງມາດຕະເກນທີ່ກວ້າງຂວາງກວ່າໝູ່ທີ່ໃຊ້ເພື້ອຊີ້ບອກເຖິງສອງປະກົດການນັ້ນ.
-         ການແກ້ໄຂບັນຫາພື້ນຖານປັດຊະຍາຕາມທັດສະນະວັດຖຸນິຍົມແລະຈິດນິຍົມ
·        -  ປັດຊະຍາວັດຖຸນິຍົມຕິດພັນກັບວິທະຍະສາດ, ວັດຖຸແມ່ນມີກ່ອນບັນດາສິ່ງປະກົດການທີ່ເຮົາຮູ້ແລະເຫັນໄດ້ນັ້ນພຽງແຕ່ແມ່ນການສັງລວມບັນດາຄວາມຮູ້ສຶກດ້ວຍອິນຊີຂອງຄົນເຮົາເທົ່ານັ້ນ.
·       -   ປັດຊະຍາວັດຖຸຈິຕະນິຍົມພົວພັນກັບສາດສະໜາແລະຜະລິດຕະພັນຂອງມັນສະໝອງຍ້ອນຈິດໃຈສຳບູນນີ້ຄົງຕົວຂະຫຍາຍຕົວຈຶ່ງສ້າງໂລກທຳມະຊາດແລະສ້າງມະນຸດຂື້ນຢູ່ພື້ນໜ້າໂລກນີ້.

5. ເປົ້າໝາຍຄົ້ນຄ້ວາປັດຊະຍາແມ່ນຫຍັງ?ເປັນຫຍັງຈຶ່ງຕ້ອງຮ່ຳຮຽນປັດຊະຍາ?
ເປົ້າໝາຍຄົ້ນຄ້ວາປັດຊະຍາແມ່ນຄົ້ນຄ້ວາເຖິງບັນດາກົດເກນລວມທີ່ສຸດການເຄື່ອນເໜັງການຂະຫຍາຍຕົວຂອງໂລກທຳມະຊາດສັງຄົມແລະຈິຕະນາການບົນພື້ນຖານການແກ້ໄຂບັນຫາພື້ນຖານປັດຊະຍາຢ່າງຖືກຕ້ອງ
-         ຈະຕ້ອງຮ່ຳຮຽນປັດຊະຍາຍ້ອນ:
·         ເຮັດໃຫ້ທຸກຄົນຮັບຮູ້ແຫ່ງການກຳເນີດ,ການພັດທະນາຂອງໂລກທຳມະຊາດສັງຄົມຢ່າງຖືກຕ້ອງແລະຊອກຫາສ່ອງທາງເພື່ອດຳເນີນການດັດສ້າງໂລກບົນພື້ນຖານວິທີວິທະຍາສາດ
·         ຄົ້ນຄ້ວາຫາຂໍ້ຂັດແຍ່ງຂອງບັນຫາຕ່າງໆໃນຊີວິດປະຈຳວັນແລະໃຊ້ວິທີ່ການອັນສອດຄ່ອງເພື່ອແກ້ໄຂບັນຫາຂໍ້ຂັດແຍ່ງດັ່ງກ່າວໃຫ້ຖືກຕອ້ງຕາມກົດເກນ

·         ຍົກລະດັບທິດສະດີໂດຍໃຫ້ຕິດພັນກັບພຶດຕິກຳແລະສ້າງທັດສະນະອັນຖືກຕ້ອງໃນການດຳລົງຊີວິດ.


Comments

  1. ້ປັດຊະຍາຈັນຍາສາດເເມ່ນຍັງ

    ReplyDelete

Post a Comment

Popular posts from this blog

ປັດຊະຍາ: ວັດຖຸ ແລະ ຈິດໃຈ. ສະຕິແມ່ນຫຍັງ

ປັດຊະຍາ: ບັນດາຄູ່ມາດຕະເກນພື້ນຖານຂອງວິທີສັດຈະວິພາກວັດຖຸນິຍົມ

ປັດຊະຍາ: ຄວາມສຳນຶກກ່ຽວກັບກົດເກນ