ໃນຊ່ວງເດືອນເມສາ 2016 (ຫລັງປີໃໜ່ລາວ) ພໍດີທິມງານຂອງຂ້າພະເຈົ້າໄດ້ຮັບເຊີນເຂົ້າຮ່ວມກອງປະຊຸມລະຫວ່າງຊາດກ່ຽວກັບການຂຽນບົດນິພົນທາງວິທະຍາສາດ ທີ່ ມະຫາວິທະຍາໄລແພດສາດ ແລະ ການຢາເຫ້ວ (ນະຄອນເຫ້ວ, ສ.ສ ຫວຽດນາມ). ຫລັງຈາກປິດກອງປະຊຸມແລ້ວ,ທິມງານຂອງຈ້າພະເຈົ້າໄດ້ເດີນທາງໄປພັກຜ່ອນຕໍ່ທີ່ເມືອງດານັງ. ທິມງານພັກຜ່ອນ ແລະ ທ່ຽວຫລິ້ນເທິງພູບານາ ( Ba Na Hill Resort ) , ສ່ວນຂ້າພະເຈົ້າເອົາໂອກາດນີ້ໄປຕີກັອຟທີ່ຕີນພູບານານັ້ນເຫລະ. ເດີ່ນກອັຟບານາຮິວ ( Ba Na Hills Golf Club ) ເປັນເດີ່ນກັອຟໃໜ່ແຫ່ງທີສາມຢູ່ດານັງ, ຫາກໍ່ເປີດກ່ອນສອງ ຫລື ສາມເດືອນກ່ອນຂ້າພະເຈົ້າມານີ້ແລະ, ອອກແບບໂດຍ Luke Donald ນັກກັອຟອາຊີບທີ່ມີຊື່ສຽງ, ເປັນເດີ່ນມາດຕະຖານລະດັບໂລກ (PGA Standard) 72 ພາຣ໌, 18 ຫລຸມ, ລວມໄລຍະທັງໜົດ 7.857 yards . ຫຍ້າງາມຫລາຍ, fairway ພໍດີ (ບໍ່ໃຫ່ຍບໍ່ນ້ອຍ) ອ້ອມຮອບໄປດ້ວຍພູ, ຕີສະບາຍ, Banker ແລະ water hazard ບໍ່ຫລາຍປານໃດ. ບັນຍາກາດສຸດຍອດ, ຊ່ວງຫລຸມ 1 ຫາ 9 ສະໜາມຂ້ອນຂ້າງຮາບພຽງ, ແຕ່ຫລັງຈາກນັ້ນ (ຫລຸມ 10 ໄປ) ແມ່ນຕີຂຶ້ນພູ. ສຳລັບສິ່ງອຳນວຍຄວາມສະດວກໃນເດີ່ນກໍ່ດີຫລາຍ, ຮ້ານອາຫານຝະລັ່ງຊັ້ນດີ (ສະເຕັກແຊບສຸດໆ) ມີຫ້ອງນອນພັກຜ່ອນ, ຫ້ອງຂາຍເຄື່ອງກອັຟ, ຫ້ອງອາບນໍ້າທີ່ສວຍງາມ ...