16 ຂໍ້ຄວາມຈິ່ງກ່ຽວກັບສະໝອງຂອງຄົນເຮົາ (16 Human Brain Facts)

 

ສະໝອງກໍ່ເໜືອນກັບຄອມພິວເຕີ້ຂະໜາດໃຫຍ່ທີ່ຄວບຄຸມຮ່າງກາຍຂອງຄົນເຮົາ ແລະ ໃຫ້ພວກເຮົາໄດ້ນຶກຄິດ. ບັນດາຄວາມຮູ້ສຶກ ແລະ ສັນຍານຕ່າງໆໃນຮ່າງກາຍໄດ້ມີການໂອ້ລົມສົນທະນາກັບສະໝອງ, ແລະ ສະໝອງຈະສົ່ງສັນຍານຕອບຮັບ (ຫລືປະຕິເສດ) ອອກມາໄປຫາທຸກພາກສ່ວນຂອງຮ່າງກາຍ. ສະໝອງບັນຈຸໃນຫົວຂອງຄົນເຮົາ, ພະລັງງານທີ່ໃຊ້ສ່ວນຫລາຍແມ່ນຈາກການເຜົາຜານນໍ້າຕານ, ເຊິ່ງໄດ້ມາຈາກອາຫານທີ່ເຮົາກິນ. ສະໝອງຈະມີການປ່ຽນແປງຕະຫລອດເວລາ ແລະ ປັບເຂົ້າກັບສິ່ງຕ່າງໆທີ່ເກີດຂຶ້ນໃນຊີວິດຂອງຄົນເຮົາ. ສະໝອງເປັນອະໄວຍະວະທີ່ສັບສົນທີ່ສຸດ ແລະ ຍັງເປັນສິ່ງທີ່ນັກວິທະຍາສາດເຂົ້າໃຈຍາກທີ່ສຸດຊິ້ນໜິ່ງໃນຮ່າງກາຍຂອງພວກເຮົາ, ແລະ ນີ້ຄື 16 ສິ່ງທີ່ເປັນ ຄວາມຈິ່ງກັບກ່ຽວສະໝອງຂອງຄົນເຮົາ.... ໄປເບິ່ງກັນວ່າມີຫຍັງແດ່,

1.      1. ສະໝອງຂອງຜູ້ໃຫຍ່ມີນໍ້າໜັກເຖິງ 3 ປອນ (1.360,78 ກຣາມ ຫລື 1,36078  ກິໂລກຣາມ). ຕາມທຳມະດາແລ້ວຈະປະມານ 2% ຂອງນໍ້າໜັກຮ່າງກາຍ, ແຕ່ນໍາໃຊ້ພະລັງງານເກືອບ 20% ຂອງພະລັງງານຮ່າງກາຍທັງໝົດ (ຖືວ່າເປັນອະໄວຍະວະທີ່ໃຊ້ພະລັງງານຫລາຍ)

2.      2. ສະໝອງຈະລອຍຢູ່ໃນນໍ້າຊະນິດໜິ່ງທີ່ເອີ້ນວ່າ ‘’ cerebrospinal fluid’’. ນໍ້າດັ່ງກ່າວນີ້ຈະຊ່ວຍປົກປ້ອງສະ ໝອງຈາກອັນຕະລາຍຕ່າງໆ ແລະ ສະໜອງອາຫານໃຫ້ແກ່ຈຸລັງຂອງສະໝອງ.

3.      3.  ກະໂຫລກ (cranium) ເຊິ່ງປ້ອງກັນສະໝອງ, ປະກອບດ້ວຍກະດູກປະເພດຕ່າງໆຈຳນວນ 22 ຊິ້ນຕິດຕໍ່ກັນ

4.      4. ສະໝອງປະກອບດ້ວຍ 3 ພາກສ່ວນທີ່ແຕກຕ່າງກັນ, ຄື: Cerebrum,  Cerebellum, ແລະ brain stem. 

5.      5. ສະໝອງພາກສ່ວນໜ້າ (cerebrum) ເປັນພາກສ່ວນທີ່ໃຫຍກວ່າໜູ່ ແລະ ຮັບຜິດຊອບກ່ຽວກັບການຄິດ, ອາລົມ ແລະ ຄວາມຮູ້ສຶກ (ການສຳພັດ, ລົດຊາດ, ດົມກິ່ນ ແລະ ການເບິ່ງເຫັນ). ສ່ວນສະໝອງພາກສ່ວນຫລັງ (cerebellum ຫຼືວ່າສະໝອງນ້ອຍ) ຈະຊ່ວຍໃຫ້ພວກເຮົາມີຄວາມຊົງໂຕ (balance) ແລະ ຊ່ວຍປະສານງານການເຄື່ອນໄຫວຂອງຮ່າງກາຍ.

6.      6. ພາກສ່ວນ brain stem ຈະເປັນໂຕເຊື່ອມລະຫວ່າງສະໝອງ ແລະ ສັນຫລັງ, ນອກນັ້ນຍັງຮັບຜິດຊອບກ່ຽວກັບການເຕັ້ນຂອງຫົວໃຈ, ການຫາຍໃຈ, ແລະ ການລະລາຍອາຫານ.

7.      7. ສະໝອງແບ່ງອອກເປັນສອງສ່ວນ, ສ່ວນເບື້ອງຊ້າຍຈະຄວບຄຸມເບື້ອງຂວາຂອງຮ່າງກາຍ ແລະ ສ່ວນເບື້ອງຂວາຈະຄວບຄຸມເບື້ອງຊ້າຍຂອງຮ່າງກາຍ.

8.      8. ບັນດາເສັ້ນປະສາດສ່ວນໃຫຍ່ໃນຮ່າງກາຍຈະເຊື່ອມຕໍ່ກັບໄຂສັນຫລັງ, ແຕ່ວ່າຈະມີພຽງແຕ່ເສັ້ນປະສາດ 12 ເສັ້ນເທົ່ານັ້ນທີ່ອອກມາຈາກສະໝອງ. ມັນຈະຄວບຄຸມບັນດາໜ້າທີ່ໆສຳຄັນຂອງຮ່າງກາຍ, ເຊິ່ງລວມມີ: ການເບິ່ງເຫັນ, ການດົມກິ່ນ, ການເຄື່ອນໄຫວຂອງໃບໜ້າ ແລະ ອັດຕາການເຕັ້ນຂອງຫົວໃຈ.

9.      9. ສະໝອງປະກອບດ້ວຍຈຸລັງປະສາດຫລາຍຕື້ຈຸລັງທີ່ຮັບ ແລະ ສົ່ງສັນຍານຈາກພາກສ່ວນຕ່າງໆຂອງຮ່າງກາຍ

1        10. ທຸກໆຄວາມຊົງຈໍາຂອງຄົນເຮົາແມ່ນໄດ້ຖືກບັນທຶກໄວ້ຢ່າງປອດໄພທີ່ເຂດພິເສດໜິ່ງຂອງສະໝອງ ທີ່ເອີ້ນວ່າ ‘’ hippocampus ‘’.

          11. ສະໝອງຈະທຳງານໂດຍອາໃສກະແສໄຟຟ້າ, ເຊິ່ງກໍ່ເໜືອນກັນກັບພະລັງງານທີ່ເຮັດໃຫ້ດອກໄຟຮຸ່ງນັ້ນລະ! ພະລັງງານໄຟຟ້ານີ້ລະທີ່ເຮັດໃຫ້ສະໝອງທຳງານ ແລະ ໃຫ້ທ່ານໄດ້ຄິດ, ມີອາລົມ ແລະ ຄວາມຮູ້ສຶກ ແລະ ການເຄື່ອນໄຫວຂອງກ້າມຊີ້ນຕ່າງໆ.

         12. ສະໝອງໃຊ້ອົກຊີເຈນທີ່ເຮົາຫັນໃຈເຂົ້າໄປປະມານ 25%.

         13. ສະໝອງຍັງຮັບຜິດຊອບສຳລັບການຈະເລີນເຕີບໂຕ, ເຊິ່ງສານເຄມີທີ່ເອີ້ນວ່າ ‘’ hormones ‘’ ຈະຖືກຫລັ່ງອອກຈາກຕ່ອມພິເສດອັນໜິ່ງທີ່ຢູ່ໃນສະໝອງ, ທີ່ເອີ້ນວ່າ ‘’ pituitary gland ‘’.

 

1     14. ຈຸລັງພາຍໃນສະໝອງຈະມີຄົບຖ້ວນ ແລະ ຄົງໂຕມາແຕ່ມື້ທຳອິດຂອງຊີວິດ. ມັນບໍ່ກ່ຽວກັບຄວາມຄິດທີ່ວ່າ, ມັນເກີດຂຶ້ນມາຍ້ອນການຮຽນຮູ້ສິ່ງໃໜ່ໆ.

      15. ເພື່ອໃຫ້ສະໝອງທຳງານໄດ້ດີນັ້ນ, ພວກເຮົາຕ້ອງຮັບປະທານອາຫານທີ່ດີເຊິ່ງອຸດົມໄປດ້ວຍ ໂປແຕຊ້ຽມ (potassium), ແຄນຊ້ຽມ (calcium), ອາຊີດໄຂມັນ (fatty acids) ໂດຍສະເພາະແມ່ນ ໂອເມກາ 3.

      16. ສິ່ງສຸດທ້າຍ, ແຕ່ບໍ່ແມ່ນສິ່ງທ້າຍສຸດ, ສະໝອງຂອງຄົນເຮົາຈະໃຫຍ່ກວ່າສະໜອງຂອງສັດ 3 ເທົ່າ (ສົມທຽບກັບສັດທີ່ມີຂະໜາດໂຕເທົ່າກັນກັບຄົນເຮົາ)


Comments

Popular posts from this blog

ປັດຊະຍາ: ວັດຖຸ ແລະ ຈິດໃຈ. ສະຕິແມ່ນຫຍັງ

ປັດຊະຍາ: ບັນດາຄູ່ມາດຕະເກນພື້ນຖານຂອງວິທີສັດຈະວິພາກວັດຖຸນິຍົມ

ປັດຊະຍາ: ຄວາມສຳນຶກກ່ຽວກັບກົດເກນ