ກົດໝາຍ 12 ໂຕະ (The twelve tables Law)
ກົດໝາຍ 12 ໂຕະ ເປັນກົດໝາຍບູຮານອັນເປັນຮາກຖານຂອງກົດໝາຍໂຣມັນ. ກົດໝາຍ 12ໂຕະນີ້ເປັນຫົວໃຈຂອງລັດຖະທຳມະນູນຂອງຊາວໂຣມັນ ແລະ ແກນກາງຂອງ "ຈາຮີດປະເພນີບັນພະຊົນ" ເຊິ່ງໄດ້ເລີ່ມສ້າງເມື່ອ 450 ປີກ່ອນ ຄ.ສ ໂດຍລວມເອົາກົດໝາຍທີ່ມີຄວາມສໍາຄັນ ແລະຮູ້ຈັກກັນຢ່າງກ້ວາງຂວງໃນສະໄໝນັ້ນເຂົ້າເປັນໝວດໝູ່ໃນຮູບຂອງການຈາລືກໄວ້ເທິງໂຕະທອງເຫຼືອງ ເພື່ອນໍາໄປຕັ້ງໄວ້ໃກ້ກັບທີ່ສາທາລະນະກາງເມືອງ. ກົດໝາຍນີ້ໄດ້ມີບົດບັນຍັດທີ່ຄວບຄຸມເຖິງກົດເກນທີ່ຄວບຄຸມຄວາມປະພຶດຂອງຄົນໃນສັງຄົມໂດຍອາໃສຮີດຄອງປະເພນີທີ່ສະສົມມາ ແລະ ສາສະໜາເປັນຫຼັກ.
ສາເຫດການຊຸກຍູ້ໃຫ້ມີການບັນຍັດກົດໝາຍ 12ໂຕະເກີດຈາກບັນຫາຄວາມຂັດແຍ່ງລະຫວ່າງຄົນສອງຊົນຊັ້ນຄື: ຝ່າຍ patricians
ເຊິ່ງເປັນຄົນຊັ້ນສູງໄດ້ແກ່ຜູ້ປົກຄອງ ແລະ ພະນັກງານຊັ້ນສູງ ແລະ ຝ່າຍ plebeians
ເຊິ່ງເປັນຊົນຊັ້ນທີ່ຖືກປົກຄອງ ໄດ້ແກ່ ຊາວນາ, ຊ່າງ, ພໍ່ຄ້າ ລວມທັງສະເລືຍເສິກຄົນຕ່າງດ້າວ ແລະ ຂ້າທາດ.
ການອອກກົດໝາຍການບັງຄັບໃຊ້ກົດໝາຍ ຫຼືການຊີ້ຂາດຕັດສິນຄະດີ ເປັນອໍານາດຂອງ patricians. ທັງໝົດນີ້ກໍ່ໃຫ້ເກີດຄວາມບໍ່ພໍໃຈແກ່ plebeians ເຊີ່ງບໍ່ມີໂອກາດໄດ້ຮູ້ວ່າກົດໝາຍທີ່ໃຊ້ຢູ່ເປັນແນວໃດ,
ໄດ້ມີການຮຽກຮ້ອງໃຫ້ນໍາກົດໝາຍເຫຼົ່ານັ້ນອອກມາຂຽນໃຫ້ປະກົດເປັນລາຍລັກອັກສອນ.
ຈົນໃນຊ່ວງ 450 ກ່ອນ ຄ.ສ
ຈື່ງໄດ້ຈັດການຮວບຮວມຮີດຄອງປະເພນີ ທີ່ໃຊ້ເປັນກົດໝາຍຢູ່ໃນຂະນະນັ້ນ ບັນທຶກລົງແຜ່ນທອງເຫຼືອງ
12 ແຜ່ນ, ຕັ້ງໄວ້ໃນທີ່ສາທາລະນະກາງເມືອງ.
ອາດເວົ້າໄດ້ວ່າເປັນການເລີ່ມຕົ້ນຂອງຫຼັກການທີ່ວ່າ ກົດໝາຍຄວນເປັນສີ່ງທີ່ເປີດເຜີຍໃຫ້ຄົນທົ່ວໄປໄດ້ຮູ້ໄດ້ເຫັນ
ແລະສຶກສາຫາເຫດຜົນໄດ້.
ໂຕະທີ 1 ໂຕະທີ 2: ໂຕະທີ 3 ເປັນເລື່ອງທີ່ກ່ຽວກັບວິທີທີ່ຈະພິຈາລະນາຄວາມ ທາງກົດໝາຍແພ່ງ
ແລະການບັງຄັບຄະດີ ເຊັ່ນ:
- ຖ້າຫາກຄູ່ຄວາມຝ່າຍໃດ ບໍ່ມາສານກ່ອນທ່ຽງ,
ສານກໍ່ຈະພິພາກສາຄະດີໃຫ້ຄູ່ຄວາມອີກຝ່າຍທີ່ມາສານກ່ອນນັ້ນຊະນະຄະດີ.
- ຖ້າຫາກຄູ່ຄວາມຝ່າຍໃດຫາພະຍານບໍ່ໄດ້ ກໍ່ໃຫ້ຮ້ອງດັງໆ
ທີ່ປະຕູໜ້າເຮືອນຂອງຕົນເອງ ເພື່ອຊອກຫາພະຍານ.
- ໃນຄະດີທີ່ຈໍາເລີຍຍອມຮັບໃຊ້ໜີ້ສິນ
ຫຼືຄະດີທີ່ສານໄດ້ພິພາກສາໃຫ້ຈໍາເລີຍໃຊ້ເງິນ ກໍ່ໃຫ້ຈໍາເລີຍສໍາລະເງິນພາຍໃນ 30ວັນ.
ໂຕະທີ4 ເປັນເລື່ອງກ່ຽວກັບອໍານາດຫົວໜ້າຄອບຄົວເຊັ່ນ:
- ພໍ່ ລະຫວ່າງທີ່ມີຊີວິດ ມີອໍານາດເດັດຂາດເໜືອລູກອັນຊອບດ້ວຍກົດໝາຍ
ພໍ່ອາດກັກຂັງລູກ ຫຼືຂ້ຽນຕີ ຫຼື ລ່າມໂສ້ ໃຫ້ເຮັດວຽກຫຼືບໍ່ຖືກໃຈຫຍັງ
ກໍ່ສາມາດຂ້າລູກຕົນເອງກໍ່ໄດ້ ຕະຫຼອດເຖິງເອົາລູກໄປຂາຍກໍ່ໄດ້.
- ເດັກນ້ອຍທີ່ຄອດອອກມາຮູບຮ່າງທີ່ຜິດປົກກະຕິຫຼາຍ
ຈະເອົາໄປຂ້າກໍ່ໄດ້.
ໂຕະທີ5 ໂຕະທີ 6 ໂຕະທີ 7 ເປັນເລື່ອງກ່ຽວກັບ ມໍລະດົກ ແລະ ຊັບສິນເຊັ່ນ:
-ຊາຍຜູ້ເປັນຫົວໜ້າຄອບຄົວທີ່ຕາຍໄປແລ້ວໂດຍບໍ່ໄດ້ເຮັດພິໄນກຳໄວ້
ໃຫ້ຍາດຝ່າຍຊາຍທີ່ໄກ້ຊິດທີ່ສຸດເປັນຜູ້ສືບທອດອຳນາດຕໍ່ໄປ.
-ຖ້າຊາຍໃດອິດສະລະຕາຍລົງໂດຍບໍ່ມີຜູ້ສືບທອດ
ໃຫ້ຊັບສົມບັດຂອງຊາຍຄົນນັ້ນຕົກເປັນຜູ້ອຸປະຖໍາ.
-ໝາກໄມ້ຫຼົ່ນຕົກໄປໃນບ້ານຂອງຜູ້ອື່ນ
ເຈົ້າຂອງໝາກໄມ້ຍັງຄົງເປັນເຈົ້າຂອງໝາກໄມ້ນັ້ນຢູ່.
ໂຕະທີ 8 ເປັນເລື່ອງກ່ຽວກັບການລົງໂທດຜູ້ກະທຳຜິດທາງອາຍາເຊັ່ນ:
-ບຸກຄົນໃດທຳການໂຄສະນາໝິ່ນປະໝາດວ່າເຂົາກະທຳຜິດທາງອາຍາ
ຫຼືທາງລາມົກອະນາຈານ ໃຫ້ເອົາຜູ້ນັ້ນໄປຕີໃຫ້ຕາຍໄດ້.
-ຜູ້ໃດລັກຊັບໃນເວລາຄ່ຳຄືນ ໃຫ້ເອົາໄປຂ້າໄດ້ເລີຍ.
-ຜູ້ໃດວາງເພິງບ້ານເຮືອນຂອງຄົນອື່ນ
ໃຫ້ເອົາມາຜູກໄວ້ແລ້ວຕີ ແລະ ເຜົາທັງເປັນໄດ້ ແຕ່ຖ້າເກີດດ້ວຍຄວາມປະໝາດໃຫ້ເສຍຄ່າທຳຂັວນ
ແລ້ວລົງໂທດພໍສົມຄວນ.
-ສັດສີ່ຂ້າຂອງບຸກຄົນໃດເຂົ້າໄປທຳລາຍທີ່ດິນ
ເຄື່ອງປູກຂອງຜັງເສຍຫາຍ ສາມາດຍຶດເອົາສັດນັ້ນມາເປັນຂອງຕົວເອງໄດ້
ເວັ້ນແຕ່ເຈົ້າຂອງສັດຈະເສຍເງິນໄຖ່ເອົາກັບມາຄືນຕາມລາຄາເສຍຫາຍ.
ໂຕະທີ 9 ເປັນເລື່ອງກ່ຽວກັບອຳນາດຂອງລັດເຊັ່ນ:
-ກົດໝາຍໃດໆ
ທີ່ຈະກໍ່ໃຫ້ເປັນຄວາມເສຍຫາຍຢ່າງດຽວແກ່ເອກະຊົນນັ້ນ ຫ້າມມີເຫດບັງຄັບໃຊ້
-ລັດຖະສະພາເທົ່ານັ້ນທີ່ຈະມີອຳນາດອອກກົດໝາຍທີ່ກະທົບກະເທືອນເຖີງຖານະຂອງບຸກຄົນໄດ້.
ໂຕະທີ 10 ເປັນເລື່ອງກ່ຽວກັບກົດໝາຍສາດສະໜາເຊັ່ນ:
-ຫ້າມບໍ່ໃຫ້ຝັງ ຫຼືເຜົາສົບໃນເຂດກາງໃຈເມືອງ
-ຫ້າມບໍ່ໃຫ້ຜູ້ຍິງຂີດຂ່ວນແກ້ມ ຮ້ອງໄຫ້ພາຍໃນງານສົບ
ໂຕະທີ 11 ໂຕະທີ 12 ເປັນເລື່ອງກ່ຽວກັບກົດໝາຍເພີ່ມເຕິ່ມເຊັ່ນ:
-ຫ້າມບໍ່ໃຫ້ບຸກຄົນຕ່າງ ຊົນຊັ້ນວັນນະ ແຕ່ງງານກັນ
-ເມື່ອທາດ (ຄົນຮັບໃຊ້) ຂອງເຮົາໄປລັກຊັບ ຫຼື
ທຳຄວາມເສຍຫາຍຂອງບຸກຄົນອື່ນ ເຈົ້າທາດຕ້ອງຮັບໃຊ້ຄ່າເສຍຫາຍ ຫຼື
ມອບຕົວທາດໃຫ້ເຂົາໄປກໍ່ໄດ້
-ກົດໝາຍທີ່ວ່າງອອກພາຍຫຼັງ ຍ່ອມຍົກເລີກກົດໝາຍເດີ່ມທີ່ມີຂໍ້ຄວາມຂັດແຍ້ງກັນໄດ້.
Comments
Post a Comment