Posts

Showing posts from April, 2017

Money supply: M2 (ປະລິມານເງິນ)

Image
ປະລິມານເງິນ ຫລື M2”  (ພາສາອັງກິດ: money supply) ໝາຍເຖິງຈຳນວນເງິນທັງໝົດ ຖືໂດຍບຸກຄົນ ແລະ ອົງກອນ ນອກເໜືອຈາກສະຖາບັນການເງິນລວມທັງທະນາຄານກາງໃນເສດຖະກິດໃດໜຶ່ງ. ຂໍ້ມູນກ່ຽວກັບປະລິມານເງິນ ຖືກບັນທຶກ ແລະ ເປີດເຜີຍ ຍ້ອນບັນດານັກວິເຄາະທາງດ້ານເສດຖະກິດ ເຊື່ອກັນວ່າມັນມີຜົນກະທົບຕໍ່ກັບການເຄື່ອນໄຫວທາງດ້ານເສດຖະກິດ ແລະ ລະດັບລາຄາໃນໂຕຈິງ. ນອກຈາກນີ້​ ປະລິມານເງິນຍັງຖືເປັນເຄື່ອງມືສຳຄັນໃນການຄວບຄຸມອັດຕາເງິນເຟີ້. ໂດຍທົ່ວໄປ ຖ້າຄວາມຕ້ອງການຕໍ່ປະລິງມານເງິນຢູ່ໃນສະພາວະສົມດຸນ ການເພີ່ມປະລິມານເງິນຈະນຳໄປສູ່ອັດຕາເງິນເຟີ້ທີ່ສູງຂຶ້ນ. ປະລິມານເງິນປະກອບມີ: ເງິນແຄບ ແລະ ເງິນກວ້າງ ທີ່ໃນທາງເສດຖະສາດ ໂດຍທົ່ວໄປຈະໃຊ້ໂຕອັກສອນ M ບວກກັບໂຕເລກ, ເຊັ່ນ M 0 , M 1 , M 2 , M 3 ເປັນເຄື່ອງໝາຍ. ໂຕເລກຍິ່ງໃຫຍ່ຂຶ້ນເທົ່າໃດ ຄວາມກ້ວາງຍິ່ງໃຫຍ່ຂຶ້ນນຳ. ໝາຍຄວາມວ່າ M 0 ແມ່ນເງິນແຄບທີ່ສຸດ ແລະ ກວ້າງຂຶ້ນຕາມໂຕເລກ. M 0: ເງິນຕາໂຕຈິງ. ແມ່ນການວັດແທນປະລິມານເງິນໂດຍເງິນສົດທີ່ໝຸນວຽນໃນເສດຖະກິດ ແລະ ທີ່ຝາກໄວ້ນຳທະນາຄານກາງ. ມັນແມ່ນປະລິມານເງິນທີ່ແຄບທີ່ສຸດ ແລະ ທີ່ມີສະພາບຄ່ອງສູງທີ່ສຸດ. M 1: M 0 + ເງິນຝາກບັນຊີກະແສລາຍວັນ. M 2: M 1 + ເງິນຝາກບັນຊີປະຈຳມູນຄ່າບໍ່ຫຼາຍ , ເງິນຝາກບັນຊີອອມ , ກອງ

Present continuous tense (ປະຈຸບັນຕໍ່ເນື່ອງ)

Image
   Present continuous ຫລື present progressive ຄືຮູບປະໂຫຍກທີ່ໃຊ້ກັບເຫດການ ຫລື ການກະທຳທີ່ກຳລັງເກີດຂຶ້ນ ຫລື ດຳເນີນຢູ່ໃນຂະນະທີ່ເວົ້າຢູ່ນັ້ນ ຫລື ໃຊ້ກັບເຫດການ ຫລື ການກະທຳທີ່ເກີດຂຶ້ນໃນຊ່ວງໄລຍະເວລາໃດເວລາໜິ່ງໃນປະຈຸບັນ ຫລື ໃຊ້ກັບເຫດການ ຫລື ການກະທຳທີ່ເກີດຂຶ້ນຊໍ້າໆ ຫລື ໃຊ້ກັບອະນາຄົດທີ່ກຳນົດໄວ້ແນ່ນອນ. ຮູບປະໂຫຍກ: ປະທານ (subject) + (am/is/are) + V-ing (present participle) ຄວາມໜາຍ ແລະ ການນໍາໃຊ້: 1. ໃຊ້ Present Continuous ສຳລັບການກະທຳທີ່ກຳລັງດຳເນີນຢູ່ໃນຂະນະທີ່ເວົ້າຢູ່ນັ້ນ. ສ່ວນຫລາຍຈະມີສຳນວນການສະແດງເວລາໃນ Present Continuous tense ເຊັ່ນ:  now, right now, ແລະ at the moment. ·          Can you call back later? We are studying at the moment. ·          Shhh!! I‘m trying to concentrate! ·          Look, it‘s raining, again!! ·          They‘re playing basketball. ·          You are studying the Present Progressive right now. 2. Present Continuous ຍັງສາມາດສະແດງເວລາປະຈຸບັນທີ່ຍັງຈະສືບຕໍ່ໄປ, ການກະທຳທີ່ກຳລັງດຳເນີນຢູ່ແຕ່ບໍ່ໄດ້ເກີດຂຶ້ນໃນຂະນະທີ່ກຳລັງເວົ້າຢູ່. ສາມາດໃຊ້ສຳນວນການສະແດງເວລາ ເຊັ່ນ: as this week ຫລື th

Political joke: Presidental election

Image
Once upon a time, a man from America, a man from Nigeria and a man from China were involved in an argument. Chinese man : My country is the most improved country in the world. The day you conduct election, the next day you will know the winner. American man : It is a lie, it is a lie! My country, the day you conduct election, that day you know the winner. Nigerian man : As far as I am concerned, you are all joking. In my country, before the actual election, we know the winner!!!

ບົດສົນທະນາພາສາອັງກິດຕອນ: ການກ່າວສະແດງຄວາມເຫັນໃຈ

Image
ການກ່າວສະແດງຄວາມເຫັນໃຈເປັນການສະແດງເຖິງຄວາມຈິ່ງໃຈ, ຮັກແພງ ແລະ ເຫັນອົກເຫັນໃຈກັບຜູ້ທີ່ເຄາະຮ້າຍ ຫລື ຜູ້ທີ່ພົບກັບເລື່ອງລາວທີ່ບໍ່ດີ,​ ເຊິ່ງໃນພາສາອັງກິດກໍ່ສາມາດເວົ້າໄດ້ຫລາຍແບບ, ເຊັ່ນ: ·          I’m very sorry to hear that………………. ຫລື I was very sorry to hear of ………………… (ຂ້ອຍເສຍໃຈຫລາຍທີ່ໄດ້ຍິນວ່າ ........... ) ·          Please accept my sincere sympathy. (ຂໍສະແດງຄວາມເສຍໃຈດ້ວຍ) ·          How unfortunate ! (ມັນຊ່າງໂຊກຮ້າຍອາຫລີເນະ) ·          What a pity ! (ເປັນຕາໜ້າສົງສານ) ·          What a shame ! (ເປັນຕາລະອາຍເນະ) ສຳລັບການຕອບຮັບການສະແດງຄວາມເຫັນໃຈນັ້ນ, ສ່ວນຫລາຍມັກຈະເວົ້າວ່າ, ·          Thank you for your concern (ຂອບໃຈສຳລັບຄວາມເຫັນຫວ່າງເປັນໄຍຂອງເຈົ້າ) ·          Thank you. I appreciate it. (ຂອບໃຈ, ຂ້ອຍຊາບເຊິ້ງໃນນໍ້າໃຈຂອງເຈົ້າ) ຫລື ກ່າວສັ້ນໆວ່າ ‘’ຂອບໃຈ’’ ກະໄດ້

ຮຽນພາສາອັງກິດຜ່ານເລື່ອງເລົ່າຕະຫລົກ, ແຕ່ຊວນຄິດ

Image
$ 800 fee A man is getting into the shower just as his wife is finishing up her shower when the doorbell rings. The wife quickly wraps herself in a towel and runs downstairs. When she opens the door, there stands Bob, the next door neighbor. Before she says a word, Bob says, "I'll give you $800 to drop that towel." After thinking for a moment, the woman drops her towel and stands naked in front of Bob. After a few seconds, Bob hands her $800 dollars and leaves. The woman wraps back up in the towel and goes back upstairs. When she gets to the bathroom, her husband asks, "Who was that?" "It was Bob the next door neighbor," she replies. "Great!" the husband says, "Did he say anything about the $800 he owes me?" ເລື່ອງດັ່ງກ່າວສອນໃຫ້ເຮົາຮູ້ວ່າ ‘’ຄວາມບ້າຄັ້ງກັບຄວາມຢາກມັນສາມາດແລກໄດ້ດ້ວຍທຸກວິທີທາງ ແລະ ບາງຄັ້ງມັນກໍ່ແລກມາດ້ວຍວິທີນີ້ແລະ,​ ຈົ່ງພິຈາລະນາໃຫ້ດີກ່ອນຈະຮັບສິ່ງຂອງຈາກຄົນທີ່ບໍ່ຮູ້ຈັກ, ເພາະທ່ານອາດຈະເສຍທ່າໄດ້ທຸກເມື່ອ, ທຸກເວລາ’’

Shopping Centre “ສູນການຄ້າ”

Image
ມື້ນີ້ຈະພາທ່ານໄປເດີ່ນຫ້າງ, ສົມມຸດວ່າໄປກັບເພື່ອນທີ່ເວົ້າພາສາອັງກິດ ແລະ ເດີ່ນຫ້າງທີ່ນິວຢອກ (ສົມມຸດຫ້າງ Atlantic Terminal Mall ). ມາສຶກສາກັນວ່າຈະມີຄຳສັບໃດແດ່ທີ່ຕ້ອງຮູ້. Coffee shop ຮ້ານກາແຟ (ປະຈຸບັນຄົນສະຫັວນນະເຂດຮູ້ດີ, ເພາະຮ້ານກາແຟເກີດເຕັມບ້ານໄປໜົດແລ້ວ, ເອີ້ນວ່າ “ຍຸກປະຕິວັດກາແຟ” ກະວ່າໄດ້)   See you at the coffee shop . ເຈິກັນທີ່ຮ້ານກາແຟ Shop assistant ພະນັກງານຮ້ານຄ້າ  The shop assistant was very helpful . ພະນັກງານໃນຮ້ານຄ້າໃຫ້ຄວາມຊ່ວຍເຫລືອດີຫລາຍ Shopping bag ຖົງໃສ່ເຄື່ອງຂອງ   Her shopping bag is full of fruits . ໃນຖົງຊອບປິ້ງຂອງລາວເຕັມໄປດ້ວຍໜາກໄມ້ Shop opening hour ເວລາເປີດຮ້ານ   Can you tell me what the shop opening hour is, please? ຊ່ວຍບອກຂ້ອຍແດ່ວ່າຮ້ານເປີດຈັກໂມງ Shopper ລູກຄ້າ (ຜູ້ໄປເລະຊື້ເຄື່ອງ) This shop has low prices so there are a lot of shopper . ຮ້ານນີ້ເຄື່ອງລາຄາຖືກ, ດັ່ງນັ້ນລູກຄ້າຈິ່ງຫລາຍ Shoplifter   ພວກຂີ້ລັກຕາມຮ້ານ The shoplifter was caught yesterday . ຄົນຂີ້ລັກຖືກຈັບມື້ວານນີ້ Toyshop ຮ້ານຂາຍເຄື່ອງຫລິ້ນ Window shopping ເດີ່ນຫ້າງ

ພາສາອັງກິດທີ່ຄົນລາວເຮົາໃຊ້ບໍ່ຄ່ອຍຖືກ (ປານໃດ), ຕອນ Fitness “ໄປຟິດເນສ໌ກັນປະ”

Image
Fitness “ໄປຟິດເນສ໌ກັນປະ”   Fitness “ ໄປຟິດເນສ໌ກັນປະ ”   ເຫັນເວົ້າກັນຫລາຍໃນບັນດາບ່າວ- ສາວ ຜູ້ທີ່ຮັກຄວາມງາມ (ຂ້າພະເຈົ້າໜາຍວ່າທາງດ້ານຮູບຮ່າງ,​ ເຮືອນກາຍ ຫລື ເຊັກຊີ ນັ້ນເອງ). ທຸກຄົນຕື່ນຕົວໃນການຮັກສາສຸຂະພາບ ແລະ ອອກກຳລັງກາຍເປັນປະຈຳ, ​ຜູ້ມັກເຕາະບານ, ຕີກັອຟ (ເໜືອນຂ້າພະເຈົ້າ) ຫລື ອື່ນໆຕາມຖະໜັດ ແລະ ຄວາມມັກ... ບໍ່ວ່າກັນ. ມື້ໜິ່ງພໍດີມີເພື່ອນຕ່າງປະເທດຖາມທ່ານວ່າ ‘’ເຈົ້າເຮັດແນວໃດນິຄືຮູບຮ່າງ- ເຮືອນກາຍຄືງາມແທ້’’ ທ່ານເລືຍຕອບໄປວ່າ ‘’ຂ້ອຍໄປຟິດເນສ໌’’ ທຸກວັນ. ເພື່ອນຕ່າງປະເທດກໍ່ເກົາຫົວໜ້ອຍໜິ່ງ, ອ້າປາກງົງ.. ທ່ານກໍ່ຕອບຊໍ້າໄປອີກວ່າ ‘’ Yes, yes I go to fitness every day ’’ ມັນຍິ່ງເກົາຫົວກັນໃຫ່ຍ. ເພາະໃນຄວາມຈິ່ງແລ້ວ, ຄຳວ່າ   “Fitness” ມີຄວາມໜາຍວ່າ ‘’ສະພາບຂອງຮ່າງກາຍ’’. ດັ່ງນັ້ນຖ້າຢາກຊື່ຄວາມໜາຍໃຫ້ຖືກຕ້ອງຕ້ອງໃຊ້ຄຳວ່າ “Fitness center” ຫລື   “gym” ກະໄດ້ເຊັ່ນ: I’m going to the gym every day ຈະດີກວ່າ. 555 ແລ້ວເຈິກັນຢູ່ຟິດເນສ໌ 

empathy ແລະ sympathy

Image
ຄຳສັບ empathy ແລະ sympathy 1.       Sympathy, Sympathize, Sympathetic ຄືຄວາມເຫັນອົກເຫັນໃຈ,​ຄວາມເຂົ້າໃຈຕໍ່ຜູ້ອື່ນທີ່ກຳລັງຕົກຢູ່ໃນຍາມທຸກ, ເປັນຄວາມຮູ້ສຶກ “ໂອ້ໜ້າສົງສານຄົນນັ້ນ” Sympathy        ຄຳນາມ Sympathize      ຄຳກິລິຍາ Sympathetic     ຄຳຂະຫຍາຍນາມ I sympathize with you. ຂ້ອຍເຫັນໃຈເຈົ້າ We sympathize with the flood victims. ພວກເຮົາຮູ້ສຶກເຫັນອົກເຫັນໃຈຜູ້ປະສົບໄຟນໍ້າຖ້ວມ I really sympathize with my friend. ຂ້ອຍຮູ້ສຶກສົງສານໜູ່ຂອງຂ້ອຍຫລາຍ I have sympathy toward you. ຂ້ອຍສົງສານເຈົ້າ I feel sympathy for the mother of the boy who died in the car accident. ຂ້ອຍຮູ້ສຶກສົງສານແມ່ຂອງເດັກນ້ອຍຜູ້ນັ້ນທີ່ເສຍຊີວິດໃນອຸປະຕິເຫດລົດຕໍາ I feel sympathetic toward you. ຂອ້ຍສົງສານເຈົ້າ (ນິຍົມໃຊ້ກັບ toward ແຕ່ຈະໃຊ້ to ຫລື for ແທນກະໄດ້) All they want is a little sympathy. ເຂົາພຽງແຕ່ຕ້ອງການຄວາມເຫັນໃຈຈັກໜ້ອຍໜິ່ງ You don’t deserve my sympathy. ເຈົ້າບໍ່ຄວນທີ່ຈະໄດ້ຮັບຄວາມເຫັນໃຈ (ສົມນໍ້າໜ້າ !!!! ແຮງເດີ ) Sympathetic ແປວ່າ “ໜ້າສົງສານ ຫລື ໜ້າເຫັນໃຈ” His story is so sympathetic. ເລື່ອງຂອງເຂົາໜ້າເຫັນໃຈເຫລືອເກີນ This

ມາຮູ້ກັບຄຳສັບ ‘’excuse’’ ກັນດີກວ່າ

Image
-          ເມື່ອເປັນຄຳກິລິຍາ‘’ excuse” ຈະແປວ່າ “ຂໍໂທດ”,​ ຕົວຢ່າງເຊັ່ນ Excuse me, does this bus go to the City? ຂໍໂທດ, ລົດເມຄັນນີ້ໄປໃນເມືອງບໍ່? Excuse me, but will you show me the way to the station. ຂໍໂທດ, ຊ່ວຍບອກທາງໄປຫາສະຖານີໃຫ້ຂ້ອຍໄດ້ບໍ່? Please excuse me. I have to leave now. ຂໍອະນຸຍາດ, ຂ້ອຍຕ້ອງໄປກ່ອນ Would you excuse us for a moment? ພວກເຮົາຂໍເວລາແດ່ຈັກໜ້ອຍໜິ່ງໄດ້ບໍ່ ? -          ຖ້າຢູ່ໃນຄວາມໜາຍຂອງຄຳນາມ excuse ຈະໜາຍເຖິງ “ຂໍ້ແກ້ໂຕ, ຫລື ຂໍ້ອ້າງ” ຕົວຢ່າງເຊັ່ນ: There’s no excuse for rape. ບໍ່ມີຂໍ້ແກ້ໂຕສຳລັບການຂົ່ມຂືນ You must have a good excuse for being late. ເຈົ້າຕ້ອງມີຂໍ້ແກ້ໂຕດີໆຖ້າຫາກມາຊ້າ. Don’t give me any excuses! ບໍ່ຕ້ອງມາແກ້ໂຕເລືຍ It’s not an excuse. It’s a reason. ບໍ່ໄດ້ແກ້ໂຕ, ນີ້ແມ່ນເຫດຜົນ (ຂໍອະທິບາຍ) You're late. What's your excuse? ເຈົ້າມາຊ້າ. ຂໍ້ແກ້ໂຕຂອງເຈົ້າແມ່ນຫຍັງ? (ເປັນຫຍັງເຈົ້າຈິ່ງມາຊ້າ) It's not true. It's only an excuse. ມັນບໍ່ເປັນຄວາມຈິ່ງ, ມັນພຽງແຕ່ເປັນຂໍ້ອ້າງເທົ່ານັ້ນ. I am not making excuses. ຂ້ອຍບໍ່ໄດ້ແກ້ໂຕ Don't use other people as an e