Posts

ສຳມະນາວິຊາການ ຂອງວິທະຍາໄລ ວິທະຍາສາດ ສຸຂະພາບ

Image
  ສຳມະນາທາງດ້ານວິຊາການ ທີ່ຈັດຂຶ້ນໂດຍ ວິທະຍາໄລ ວິທະຍາສາດ ສຸຂະພາບ ພາຍໃຕ້ຫົວຂໍ້ "ຍຸດທະສາດການພັດທະນາສາທາລະນະສຸກໃຫ້ກວ້າງໄກ ໃສ່ໃຈຮັກສາສຸຂະພາບຊຸມຊົນ ຮ່ວມສົ່ງເສີມວຽກງານຄົ້ນຄວ້າໃຫ້ມີຄວາມຍືນຍົງ" ຈັດທີ່ ຫ້ອງປະຊຸມນະຄອນໄກສອນພົມວິຫານ, ວັນທີ 8 ທັນວາ 2022 ໃນຄັ້ງນີ້ຂ້າພະເຈົ້າໄດ້ຮັບກຽດບັນລະຍາຍໃນຫົວຂໍ້ "ຍຸດທະສາດການພັດທະນາ 5ດີ 1ພໍໃຈ" ເຊິ່ງຫົວຂໍ້ນີ້ ຂ້າພະເຈົ້າໄດ້ນໍາໃຊ້ຍຸດທະສາດ ທີ່ເປັນເຄື່ອງມືໃນການຍົກສູງຄຸນນະພາບການບໍລິການ "5ສໍ-ໄຄເຊັນ-ການບໍລິຫານຄຸນນະພາບໂດຍລວມ" ມາບັນລະຍາຍ ແລະ ຮ່ວມການຄົ້ນຄວ້າ. ລິ້ງຂ້າງລຸ່ມນີ້ແມ່ນບົດສະເໜີ (ແບບເຕັມ) ແລະ ປື້ມ "ແນວຄິດພື້ນຖານກ່ຽວກັບເຄື່ອງມື "5ສໍ-ໄຄເຊັນ ແລະ ການບໍລິຫານຄຸນນະພາບໂດຍລວມ" ທີ່ທ່ານສາມາດດາວໂລດໄດ້ເລືຍ ຂໍສະແດງຄວາມຂອບໃຈມາຍັງທ່ານຜູ້ບໍລິຫານ ວສສ ທຸກທ່ານ ທີ່ໃຫ້ກຽດເຊີນຂ້າພະເຈົ້າໃນຄັ້ງນີ້ ຄວາມຄິດພື້ນຖານກ່ຽວກັບ 5ສໍ-ໄຄເຊັນ ແລະ ການບໍລິຫານໂດຍລວມ ບົດສະເໜີ (Power point) ກ່ຽວກັບ5ສໍ-ໄຄເຊັນ ແລະ ການບໍລິຫານໂດຍລວມ

ອົບຮົມຜູ້ບໍລິຫານໂຮງໝໍ 16 ກຸມພາ 2022

Image
               ການຍົກລະດັບທິດສະດີຄວາມຮູ້ ແລະ ທັກສະໃນການບໍລິຫານ-ຄຸ້ມຄອງໂຮງໝໍ,  ແມ່ນເປົ້າໝາຍໜຶ່ງໃນການພັດທະນາຄຸນນະພາບພະນັກງານຊີ້ນໍາໆພາໃນທຸກຂົງເຂດວຽກງານ, ໂດຍສະເພາະບັນດາຫົວໜ້າໜ່ວຍງານທີ່ໃຫ້ບໍລິການທາງວິຊາການ ແລະ ບັນດາໜ່ວຍງານດ້ານກົງຈັກການບໍລິຫານ ພາຍໃນໂຮງໝໍແຂວງ. ການບໍລິຫານຄຸ້ມຄອງທີ່ມີປະສິດທິພາບ ຈະສົ່ງຜົນທີ່ມີຄຸນນະພາບໃນການຍົກສູງການບໍລິການ ເຊິ່ງຈະສົ່ງຜົນໂດຍທາງອ້ອມໃນການສ້າງສັດທາ, ຄວາມເຊື່ອໝັ້ນ ແລະ ໄວ້ວາງໃຈຈາກຜູ້ມາໃຊ້ບໍລິການໃນສະຖານການບໍລິການດ້ານສາທາລະນະສຸກ.                ເພື່ອບັນລຸເປົ້າໝາຍດັ່ງກ່າວນັ້ນ, ຄະນະນໍາໃນທຸກຂົງເຂດວຽກງານພາຍໃນໂຮງໝໍ, ໂດຍສະເພາະບັນດາຫົວໜ້າໜ່ວຍງານ, ຫົວໜ້າຕຶກ, ບັນດາຫົວໜ້າໜ່ວຍງານໃນກຸ່ມບໍລິຫານ ຕ້ອງມີຄວາມຮູ້ໃນລະດັບທີ່ດີສົມຄວນ ແລະຄວາມເຂົ້າໃຈໃນການບໍລິຫານ ແລະ ຄຸ້ມຄອງໂຮງໝໍ, ໂດຍສະເພາະການບໍລິຫານ ແລະ ຄຸ້ມຄອງວຽກງານຕ່າງໆ ໃນຂົງເຂດທີ່ຕົນຮັບຜິດຊອບ                ຜູ້ບໍລິຫານໃນລະດັບຕ່າງໆຈະເປັນແກ່ນນໍາໃນວຽກງານການບໍລິຫານ ກໍ່ຄືການຄຸ້ມຄອງໃນຂົງເຂດຄວາມຮັບຜິດຊອບຂອງຕົນເອງ ຕາມພາລະບົດບາດ ແລະ ຕໍາແໜ່ງງານທີ່ໄດ້ກຳນົດໄວ້. ເຖິງແມ່ນວ່າ ວຽກງານການບໍລິຫານ-ຄຸ້ມຄອງໃນໄລຍະຜ່ານມາໄດ້ມີຄວາມສຳເລັດ ແລະ ໝາກຜົນແດ່ແລ້ວ, ແຕ່ຍັງມີອ

ການຕິດເຊື້ອຫລັງໄດ້ຮັບວັກຊີນ Breakthrough Infection

Image
  ວັກຊີນແມ່ນເຄື່ອງມືທີ່ມີຄວາມສໍາຄັນໃນການປ້ອງກັນການຕິດເຊື້ອພະຍາດຕ່າງໆ, ປ້ອງກັນການເຈັບເປັນ ແລະ ການເສຍຊີວິດໃນປະຊາກອນທຸກກຸ່ມອາຍຸ. ປະມານການວ່າ ວັກຊີນສາມາດປ້ອງກັນການເສຍຊີວິດໄດ້ປີລະ 4 ຫາ 5 ລ້ານຄົນໃນທົ່ວໂລກ. ສິ່ງເລົ່ານີ້ມີຄວາມສຳຄັນຕໍ່ການຈັດການ ການລະບາດຂອງພະຍາດຕິດເຊື້ອໃນທົ່ວໂລກ ແລະ ຖືເປັນໜຶ່ງໃນວຽກງານສາທາລະນະສຸກທີ່ປະສົບຄວາມສຳເລັດຫລາຍທີ່ສຸດ. ການຕິດເຊື້ອຫລັງໄດ້ຮັບວັກຊີນ (Breakthrough infections) ໝາຍຄວາມວ່າແນວໃດ? ເຖິງແມ່ນວ່າ ວັກຊີນຈະຢຸດຄົນສ່ວນໃຫຍ່ບໍ່ໃຫ້ມີການເຈັບເປັນທີ່ຮ້າຍແຮງ, ແຕ່ກໍ່ບໍ່ມີວັກຊີນຊະນິດໃດທີ່ໄດ້ຜົນ 100%. ຜູ້ທີ່ໄດ້ຮັບວັກຊີນແລ້ວບາງຄົນຍັງອາດປະສົບກັບ “ການຕິດເຊື້ອຫລັງໄດ້ຮັບວັກຊີນ ຫລື Breakthrough infection” ເຊິ່ງພວກເຂົາຍັງຄົງຕິດເຊື້ອໄດ້ ເຖິງແມ່ນວ່າຈະໄດ້ຮັບວັກຊີນຄົບຖ້ວນແລ້ວກໍ່ຕາມ. ແຕ່ທີ່ສຳຄັນ ການຕິດເຊື້ອນັ້ນ ບໍ່ໄດ້ໝາຍຄວາມວ່າ ວັກຊີນບໍ່ສາມາດປ້ອງກັນໄດ້ຢ່າງມີປະສິດທິພາບ. ເວລາເກີດການຕິດເຊື້ອຫລັງໄດ້ຮັບວັກຊີນ (Breakthrough infections) ໃນຜູ້ທີ່ໄດ້ຮັບວັກຊີນ, ອາການຈະມີລັກສະນະເບົາບາງ, ບໍ່ຮຸນແຮງ ຫລື ອາດພົບການເຂົ້າໂຮງໝໍໜ້ອຍກວ່າ ຜູ້ຕິດເຊື້ອ ຫລື ເຈັບເປັນທ່ີ່ບໍ່ໄດ້ຮັບວັກຊີນ. ເມື່ອຜູ້ຄົນຈໍານວນຫລວງຫລາຍໃນຊຸມຊົນໄ

ວິທະຍາສາດຂອງການນອນ

Image
                 ຊ່ວງເວລາແຫ່ງການພັກຜ່ອນທີ່ດີທີ່ສຸດຂອງມະນຸດ... ບໍ່ແມ່ນການສະປາທີ່ຣີສອດຊາຍຫາດເມດີເຕຣາເນ, ບໍ່ແມ່ນການເຂົ້າຟັງການບັນເລງປະເພດ Symphony orchestra ຫລື ການເບິ່ງ Ballet... ແຕ່ເປັນການນອນຫລັບ. ການນອນຫລັບເປັນຊ່ວງທີ່ອະໄວຍະວະສ່ວນຕ່າງໆຂອງຮ່າງກາຍສ່ວນໃຫຍ່ຈະໄດ້ພັກການທຳງານຢ່າງເຕັມທີ່.                ການນອນເປັນສ່ວນທີ່ສຳຄັນທີ່ສຸດທີ່ສົ່ງຜົນກະທົບຕໍ່ສຸຂະພາບ ທັງທາງກົງ ແລະ ທາງອ້ອມ, ເປັນທັງວິທະຍາສາດ ແລະ ວິຖີຊີວິດໜຶ່ງທີ່ມະນຸດຕ້ອງໄດ້ຈັດການໃຫ້ເໝາະສົມ ແລະ ເຮັດໃຫ້ດີທີ່ສຸດ. ແຕ່ສ່ວນຫລາຍມະນຸດເຮົາຍັງເຫັນຄວາມສຳຄັນນີ້ໜ້ອຍ, ຫລື ກົງກັນຂ້າມກັບສຸພາສິດທີ່ມັກໄດ້ຍິນວ່າ “ຄົນນອນຫລາຍ ແມ່ນຄົນຂີ້ຄ້ານ”.                ຫລາຍທ່ານອາດເຫັນປະກົດການ, ຖ້າຄືນໃດນອນໄດ້ບໍ່ຄ່ອຍດີ, ນອນບໍ່ພຽງພໍ, ພໍຕື່ນເຊົ້າມາຈະຮູ້ສຶກງຸດງິດງ່າຍ, ຄວາມຈໍາບໍ່ຄ່ອຍດີປານໃດ, ທຳງານກໍ່ຫລົງໆລືມໆ, ຄິດຫຍັງກໍ່ບໍ່ອອກ, ຕັດສິນໃຈຜິດພາດ, ເຮັດວຽກງານບໍ່ໄດ້ຄຸນນະພາບ ແລະ ຈະເລື່ມສັ່ນຄອນຕໍ່ສຸຂະພາບ ເຊັ່ນ: ເກີດຄວາມດັນເລືອດສູງ, ເບົາຫວານ, ການມີເພດສຳພັນຫລຸດລົງ ເປັນຕົ້ນ.                ບັນຫາເລື່ອງການນອນບໍ່ຫລັບ ສ່ວນໃຫຍ່ແລ້ວ ຈະມີບັນຫາຢູ່ 3 ກຸ່ມຫລັກ, ຄື:                1. ນອນບໍ່ຫລັບ ຫລື ເ

ຄວາມໝາຍ ແລະ ຄວາມແຕກຕ່າງຂອງຄໍາວ່າ "Pandemic" "Endemic" "Epidemic" "Outbreak"

Image
            ປະເດັນຍັງຮ້ອນເຖິງປະຈຸບັນໃນວົງການ ການແພດ ແລະ ສາທາລະນະສຸກໂລກ ຄົງຈະໜີບໍ່ພົ້ນເລື່ອງການລະບາດທົ່ວໂລກຂອງພະຍາດໂຄວິດ-19, ຈົນອົງການອະນາໄມໂລກເຖິງໄດ້ປະກາດຊັດເຈນວ່າ ສະຖານະການຕິດເຊື້ອໄວຣັດໂຄໂຣນາ 2019 ນັ້ນໄດ້ເຂົ້າສູ່ລະດັບ “Pandemic” ແລ້ວ.           ນັບແຕ່ນັ້ນມາກໍ່ໄດ້ຍິນຄໍາວ່າ “Pandemic” ມາຕະຫລອດ, ຕິດປາກຫລາຍທ່ານ, ເຫັນຫລາຍສື່ ແຕ່ທ່ານຮູ້ບໍ່ວ່າ, ຄໍາວ່າ ລະບາດ ໃນພາສາເຮົາຂ້ອນຂ້າງກ້ວາງ. ດັ່ງນັ້ນສິ່ງແລກສຸດເຮົາຕ້ອງທຳຄວາມເຂົ້າໃຈກ່ອນວ່າ ການລະບາດນັ້ນມີເຖິງ 4 ລະດັບດ້ວຍກັນ, ຄື:           ລະດັບທີ 1: Endemic ຫລື ພະຍາດປະຈໍາຖິ່ນ. ແມ່ນພະຍາດທີ່ເກີດຂຶ້ນປະຈໍາໃນພື້ນທີ່ນັ້ນ, ມີອັດຕາການເຈັບເປັນຄົງທີ່ ແລະ ສາມາດຄາດການໄດ້, ໂດຍຂອບເຂດຂອງພື້ນທີ່ອາດເປັນເມືອງ, ປະເທດ ຫລື ກຸ່ມປະເທດ ເຊັ່ນ ທະວີບ. ຕົວຢ່າງ ໄຂ້ເລືອດອອກໃນ ສປປ ລາວ, ມາລາເຣຍໃນທະວີບອາຟຣິກກາ ເປັນຕົ້ນ.           ລະດັບທີ 2: Outbreak ຫລື ການລະບາດ , ຄືເຫດການທີ່ມີຄົນເຈັບເປັນເພື່ມຂຶ້ນຜິດປົກກະຕິ ທັງໃນກໍລະນີພະຍາດປະຈໍາຖິ່ນ ແຕ່ມີຄົນເຈັບເພື່ມຂຶ້ນຫລາຍກວ່າທີ່ຄາດການ ຫລື ໃນກໍລະນີພະຍາດອຸບັດໃໝ່ (ເຖິງແມ່ນວ່າຈະມີຄົນເຈັບຜູ້ດ່ຽວກໍ່ຕາມ) ເຊັ່ນ: ການລະບາດຂອງໄວຣັດໂຄໂຣນາສາຍພັນໃໝ່ໃນເມືອງອູ່ຮານ

ຄວາມໝາຍຂອງວິທີການກວດຫາເຊື້ອພະຍາດ ດ້ວຍເຕັກນິກ rtRT-PCR

Image
            ວັນທີ 31 ທັນວາ 2019 ເປັນມື້ສຸດທ້າຍຂອງປີ (ຕາມປົກກະຕິ) ແລະ ເປັນວັນໜຶ່ງທີ່ຜູ້ຄົນທົ່ວໂລກມີຄວາມສຸກ ແລະ ມ່ວນຊື່ນທີ່ສຸດໃນການສະເຫຼືມສະຫຼອງສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່...ທຸກຄົນລໍຄອຍຢ່າງໃຈຈົດໃຈຈໍ່... ແຕ່ທັນໃດນັ້ນ ກໍ່ມີຂ່າວທີ່ທຸກຄົນບໍ່ຢາກຟັງມາຈາກປະເທດເພື່ອນບ້ານເຮົາ, ປະເທດ ສປປ ຈີນ. ທີ່ເມືອງອູຮັນໄດ້ມີການລາຍງານເຖິງການເກີດໂລກລະບາດປອດອັກເສບຈາກໄວຣັດ (Viral Pneumonia) ໂດຍບໍ່ຮູ້ສາເຫດວ່າມາຈາກໃສ. ຈົນເຖິງວັນທີ 9 ມັງກອນ 2020 ອົງການອະນາໄມໂລກລາຍງານວ່າ, ທາງການຈີນໄດ້ຄາດການ ການລະບາດດັ່ງກ່າວນີ້ແມ່ນເກີດຈາກເຊື້ອໄວຣັດໂຄໂຣນາສາຍພັນໃໝ່ Novel Coronavirus ແລະ ກວ່າຈະມີແບບວິທີວິເຄາະຫາເຊື້ອທີ່ເປັນມາດຕະຖານທຳອິດ (RT-PCR) ກໍ່ແກ່ຍາວເຖິງ 13 ມັງກອນ 2020 ແລ້ວ  11 ກຸມພາ 2020 ອົງການອະນາໄມໂລກເອີ້ນຊື່ພະຍາດທີ່ເກີດຈາກໄວຣັດສາຍພັນໃໝ່ນີ້ວ່າ COVID-19, ໂດຍເຊື້ອໄວຣັດໄດ້ຖືກຕັ້ງຊື່ຢ່າງເປັນທາງການວ່າ "Severe Acute Respiratory Syndrome Coronavirus 2" ຫລື SARS-CoV-2. ເຖິງປະຈຸບັນ, ການກວດ PCR ໄດ້ຄຸ້ນຫູຫລາຍໆທ່ານ, ໂດຍສະເພາະນັກວິຊາການ ຫລື ຜູ້ທີ່ກ່ຽວຂ້ອງ, ຜູ້ສົນໃຈ, ແຕ່ຈະເປັນພຽງການຮັບຮູ້ວ່າ, ຖ້າກວດ PCR ພົບເຫັນເຊື້ອພະຍາດ ສະ

Variants of Concern "ເຊື້ອກາຍພັນທີ່ໜ້າກັງວົນ" ແລະ ເລື່ອງຂອງຊື່ໂຄວິດສາຍພັນຕ່າງໆ

Image
ຈາກການທີ່ມີການລະບາດຂອງພະຍາດໂຄວິດ-19 ໃນທົ່ວໂລກ ເຊິ່ງເລື່ມມາຕັ້ງແຕ່ປາຍປີ 2019, ນັກວິທະຍາສາດ ແລະ ອົງການອະນາໄມໂລກຕ່າງກໍ່ໄດ້ມີການຄົ້ນຄວ້າ ຊອກຫາເຊື້ອທີ່ເປັນສາເຫດ ຈົນຄົ້ນພົບເຊື້ອໄວຣັດທີ່ເປັນສາຍເຫດຂອງພະຍາດດັ່ງກ່າວ ຄື SARS-CoV-2 . ມາເຖິງປະຈຸບັນ ເຊື້ອດັ່ງກ່າວນີ້ໄດ້ມີການປ່ຽນແປງທາງພັນທຸກຳ ແລະ ກາຍພັນມາຫລາຍຄັ້ງ ພ້ອມທັງມີການຮຽກຊື່ໃໝ່ໃຫ້ແກ່ສາຍພັນໃໝ່ທີ່ເກີດຂຶ້ນມານັ້ນ, ເຊັ່ນ: ສາຍພັນອັງກິດ, ສາຍພັນອາຟຣິກກາໃຕ້, ສາຍພັນບຣາຊີນ, ສາຍພັນອິນເດຍ.... (ຍັງບໍ່ແນ່ຊັດວ່າຊິມີສາຍພັນໃໝ່ຕື່ມອີກບໍ່ໃນອະນາຄົດ), ເຊິ່ງນອກຈາກຊື່ສາຍພັນທີ່ເອີ້ນຕາມຊື່ປະເທດແລ້ວ, ເບື້ອງນັກວິທະຍາສາດກໍ່ມີຊື່ສາຍພັນໃນຮູບແບບລະຫັດຄຽງຄູ່ກັນໄປ ເຊັ່ນ: ສາຍພັນອັງກິດ, ຊື່ວິທະຍາສາດແມ່ນ B.1.1.7 , ສາຍພັນອິນເດຍ B.1.617.2 ເປັນຕົ້ນ... ແຕ່ສິ່ງທີ່ໜ້າສົນໃຈຄືການຮຽກຊື່ສາຍພັນຕາມຊື່ປະເທດທີ່ສາຍພັນນັ້ນເກີດຂຶ້ນ, ເຊັ່ນ: ສາຍພັນທີ່ເກີດ ແລະ ຄົ້ນພົບທີ່ອັງກິດ ຈະເອີ້ນວ່າ ສາຍພັນອັງກິດ...ເຊິ່ງການຕັ້ງຊື່ແບບນີ້ ຈະເຮັດໃຫ້ປະເທດທີ່ເກີດສາຍພັນນັ້ນມີຄວາມຮູ້ສຶກວ່າ ເປັນຕົ້ນເຫດຂອງການກາຍພັນ, ເປັນຕົ້ນເຫດຂອງການລະບາດຂອງສາຍພັນນັ້ນໆ, ເຮັດໃຫ້ສັງຄົມອາດມີການລັງກຽດ ຫລື ແບ່ງແຍກພົນລະເມືອງທີ່ມາແຕ່ປະເທດນັ້