ຄວາມໝາຍຂອງວິທີການກວດຫາເຊື້ອພະຍາດ ດ້ວຍເຕັກນິກ rtRT-PCR

 

        ວັນທີ 31 ທັນວາ 2019 ເປັນມື້ສຸດທ້າຍຂອງປີ (ຕາມປົກກະຕິ) ແລະ ເປັນວັນໜຶ່ງທີ່ຜູ້ຄົນທົ່ວໂລກມີຄວາມສຸກ ແລະ ມ່ວນຊື່ນທີ່ສຸດໃນການສະເຫຼືມສະຫຼອງສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່...ທຸກຄົນລໍຄອຍຢ່າງໃຈຈົດໃຈຈໍ່...

ແຕ່ທັນໃດນັ້ນ ກໍ່ມີຂ່າວທີ່ທຸກຄົນບໍ່ຢາກຟັງມາຈາກປະເທດເພື່ອນບ້ານເຮົາ, ປະເທດ ສປປ ຈີນ. ທີ່ເມືອງອູຮັນໄດ້ມີການລາຍງານເຖິງການເກີດໂລກລະບາດປອດອັກເສບຈາກໄວຣັດ (Viral Pneumonia) ໂດຍບໍ່ຮູ້ສາເຫດວ່າມາຈາກໃສ.

ຈົນເຖິງວັນທີ 9 ມັງກອນ 2020 ອົງການອະນາໄມໂລກລາຍງານວ່າ, ທາງການຈີນໄດ້ຄາດການ ການລະບາດດັ່ງກ່າວນີ້ແມ່ນເກີດຈາກເຊື້ອໄວຣັດໂຄໂຣນາສາຍພັນໃໝ່ Novel Coronavirus ແລະ ກວ່າຈະມີແບບວິທີວິເຄາະຫາເຊື້ອທີ່ເປັນມາດຕະຖານທຳອິດ (RT-PCR) ກໍ່ແກ່ຍາວເຖິງ 13 ມັງກອນ 2020 ແລ້ວ 

11 ກຸມພາ 2020 ອົງການອະນາໄມໂລກເອີ້ນຊື່ພະຍາດທີ່ເກີດຈາກໄວຣັດສາຍພັນໃໝ່ນີ້ວ່າ COVID-19, ໂດຍເຊື້ອໄວຣັດໄດ້ຖືກຕັ້ງຊື່ຢ່າງເປັນທາງການວ່າ "Severe Acute Respiratory Syndrome Coronavirus 2" ຫລື SARS-CoV-2.

ເຖິງປະຈຸບັນ, ການກວດ PCR ໄດ້ຄຸ້ນຫູຫລາຍໆທ່ານ, ໂດຍສະເພາະນັກວິຊາການ ຫລື ຜູ້ທີ່ກ່ຽວຂ້ອງ, ຜູ້ສົນໃຈ, ແຕ່ຈະເປັນພຽງການຮັບຮູ້ວ່າ, ຖ້າກວດ PCR ພົບເຫັນເຊື້ອພະຍາດ ສະແດງວ່າຕິດເຊື້ອແລ້ວ, ບໍ່ພົບເຊື້ອສະແດງວ່າບໍ່ຕິດເຊື້ອ ແຕ່ຖ້າພໍມີເວລາຈະຮຽນຮູ້ ຈະເປັນການດີທີ່ພວກເຮົາມີຄວາມເຂົ້າໃຈໃນລັກສະນະທາງວິຊາການຂອງການກວດແບບນີ້ຕື່ມອີກ ບາງທ່ານອາດຄິດວ່າ ເສຍເວລາ, ເພາະມັນບໍ່ແມ່ນໜ້າທີ່ເຮົາ, ຮູ້ບວກ, ຮູ້ລົບກະພໍແລ້ວ. ແຕ່ອີກມູມໜຶ່ງ ຖ້າເຮົາຮູ້ລະອຽດວ່າມັນມີວິທີການແນວໃດ, ມີຄວາມໝາຍແນວໃດ ມັນຈະເພື່ມພູນຄວາມຮູ້ທາງດ້ານເຕັກນິກວິທະຍາສາດໃຫ້ພວກເຮົາໄດ້.

        ກ່ຽວກັບເຕັກນິກການກວດດ້ວຍ PCR ນີ້ ຂ້າພະເຈົ້າໄດ້ລົງໃນບລັອກສ່ວນຕົວແລ້ວຄັ້ງໜຶ່ງ (25 ມີຖຸນາ 2021) https://chanthalaphamisith.blogspot.com/2021/06/rt-pcr.html ທ່ານສາມາດກົດລິ້ງເຂົ້າໄປເຖິງໄດ້.

        ການກວດ PCR ຫລື Polymerase Chain Reaction ແມ່ນວິທີການກວດທີ່ໃຊ້ກັນຢ່າງກ້ວງຂວງໃນການສ້າງ ແລະ ເພື່ມຈໍານວນ DNA ຈໍາເພາະເຈາະຈົງ ທີ່ຕ້ອງການຊອກຫາ ຫລື ຕ້ອງການສຶກສາ-ວິໄຈ ຂຶ້ນໃນເວລາອັນວ່ອງໄວ, ເຊິ່ງນັກວິທະຍາສາດສາມາດເພື່ມຈໍານວນ DNA ທີ່ມີໃນຕົວຢ່າງພຽງເລັກໜ້ອຍ ໃຫ້ມີຈໍານວນເພື່ມຂຶ້ນຢ່າງຫລວງຫລາຍຈົນພຽງພໍສຳລັບການສຶກສາ-ວິໄຈ ລາຍລະອຽດຂອງ  DNA ນັ້ນໆ. ການກວດນີ້ຈະເປັນການກວດຈັບຫາສິ່ງວັດຖຸທາງພັນທຸກຳ (Genetic material) ຈາກສິ່ງມີຊີວິດໃດໜຶ່ງ, ເຊິ່ງນັ້ນໝາຍຄວາມວ່າ ອາດພົບໄດ້ທັງໂຕເຊື້ອພະຍາດທີ່ມີຊີວິດ ຫລື ເສດຊິ້ນສ່ວນຂອງເຊື້ອພະຍາດກໍ່ເປັນໄດ້.

        ເຖິງຕອນນີ້, ຫລາຍທ່ານອາດລືມໄປໃນເລື່ອງຂອງວິຊາຊີວະສາດທີ່ເຮົາເຄືຍຮຽນກັນຕັ້ງແຕ່ມັດທະຍົມ, ໂດຍສະເພາະຄູພວກເຮົາໄດ້ສອນກ່ຽວກັບຈຸລັງ (Cells), ອະນຸອົງປະກອບຂອງຈຸລັງ (Organelles), ແກ່ນຈຸລັງ (Nuclear), ການແບ່ງຈຸລັງ (Cell division), ໂຄຣໂມໂຊມ (Chromosomes), ຢີນ (genes), ສິ່ງວັດຖຸທາງພັນທຸກຳ (Genetic materials), ນູກລີອິກ ອາຊີດ (Nucleic acid), ການສັງເຄາະໂປຣຕີນ (Protein synthase) ແລະ ຂະບວນການຂອງມັນ...ແລະ ຫລາຍໆຢ່າງ, ຖ້າທ່ານຍັງຈື່ໃນຫົວຂໍ້ພວກນີ້, ຄວາມເຂົ້າໃຈໃນວິທີການຂອງ PCR ຈະບໍ່ເປັນບັນຫາຫຍັງເລືຍໃຫ້ກັບທ່ານ.

        ເຕັກນິກການກວດແບບ PCR ແມ່ນຖືກປະດິດຂຶ້ນໃນປີ 1983 ໂດຍນັກຊີວະເຄມີຊາວອາເມລິກາ ທ່ານ Kary Mullis ເຊິ່ງທ່ານເອງກໍ່ໄດ້ຮັບລາງວັນໂນເບວສາຂາເຄມີ (Nobel Prize in Chemistry) ຮ່ວມກັບ Michael Smith (ນັກຊີວະເຄມີ ແລະ ນັກທຸລະກິດ, ຊາວອັງກິດ-ການາດາ) ໃນປີ 1993.

        ເຕັກນິກດັ່ງກ່າວນີ້ໄດ້ຖືກພັດທະນາຕັ້ງແຕ່ບາດນັ້ນເປັນຕົ້ນມາ, ຈົນເຮັດໃຫ້ການກວດທີ່ເອີ້ນວ່າ PCR ນີ້ມີຫລາກຫລາຍແບບ, ຫລາຍການເອີ້ນຊື່ ແລະ ຫລາຍວິທີການຂຽນ, ເຊັ່ນ:

1. Standard ຫລື Conventional-PCR (cPCR)

2. Reverse Transcription-PCR (RT-PCR)

3. rtReverse Transcription-PCR (rtRT-PCR) ຫລື real time Reverse Transcription-PCR

        ຈາກວິທີການທັງ 3 ແບບ ຂ້າງເທິງນັ້ນ, ຖ້າທ່ານແປຕາມຄວາມເຂົ້າໃຈໃນພາສາອັງກິດໂດຍວັດຈະນານຸກົມ, ທ່ານອາດຈະຄາດເຄື່ອນ ແລະ ຂາດເນື້ອແທ້-ຄວາມໝາຍຂອງມັນ, ດັ່ງນັ້ນຂ້າພະເຈົ້າຈິ່ງຂໍອະທິບາຍເທື່ອລະປະໂຫຍກ, ໂດຍຍຶດເອົາ rtReverse Transcription-PCR (rRT-PCR) ເປັນຫລັກ, ເພາະເປັນການກວດທີ່ພັດທະນາສູງສຸດແລ້ວ ແລະ ທັງເປັນການກວດທີ່ພວກເຮົາໃຫ້ຄວາມສົນໃຈ, ຄືການກວດຫາເຊື້ອໄວຣັດທີ່ກໍ່ໃຫ້ເກີດພະຍາດໂຄວິດ-19 (SARS-CoV-2)

I. ຄໍາວ່າ PCR ອາດພໍເຂົ້າໃຈແລ້ວ ຕາມທີ່ຂ້າພະເຈົ້າອະທິບາຍຂ້າງເທິງ. ອະທິບາຍຕາມເຕັກນິກແລ້ວ ມັນແມ່ນປະຕິກິລິຍາທີ່ຕໍ່ເນື່ອງຂອງເອນໄຊມ໌ Polymerase. ເອນໄຊມ໌ Polymerase ຫລື ຈະເອີ້ນໃຫ້ເຕັມແມ່ນ DNA Polymerase ເປັນເອນໄຊມ໌ທີ່ພົບໃນຈຸລັງຂອງສິ່ງທີ່ມີຊີວິດ, ມີໜ້າທີ່ສ້າງ DNA ສາຍໃໝ່ຕໍ່ຈາກ Primer ໂດຍການສຳເນົາ (Copy) ຈາກ DNA ຕັ້ງຕົ້ນ. ໜ້າທີ່ຕົ້ນຕໍແມ່ນຊ່ວຍເລັ່ງປະຕິກິລິຍາເຊື່ອມຕໍ່ Nucleotide ໃໝ່ເຂົ້າກັບ Primer. ຫລັງຈາກໄດ້ DNA ສາຍໃໝ່ແລ້ວ, ສາຍດັ່ງກ່າວກໍ່ຈະທຳການເກີດປະຕິກິລິຍາຕໍ່ເພື່ອຈໍາລອງສາຍໃໝ່ອອກມາຕື່ມ ເຊິ່ງປະຕິກິລິຍານີ້ຈະເກີດຕໍ່ເນື່ອງໄປເລື້ອຍໆ.

II. ຄໍາວ່າ Reverse Transcription ຖ້າແປກັນຕາມໂຕ ຄື ເປັນການຖອດລະຫັດຍ້ອນກັບ. ໃນຂະບວນການສັງເຄາະໂປຣຕີນ ຈະມີສອງຂັ້ນຕອນຄື: 1) ການຖອດລະຫັດ (Transcription) ແລະ 2) ການແປລະຫັດ (Translation).

ການຖອດລະຫັດ (Transcription) ແມ່ນຂະບວນການສ້າງສາຍ RNA ຈາກສາຍ DNA ແມ່ແບບ.

ດັ່ງນັ້ນ ການຖອດລະຫັດຍ້ອນກັບ (Reverse transcription) ແມ່ນການສ້າງສາຍ cDNA (Complementary-DNA) ຈາກສາຍ RNA ໂດຍເອນໄຊມ໌ reverse transcriptase. ທັງນີ້ ດ້ວຍຂໍ້ຈໍາກັດຂອງການກວດແບບ PCR, ມີສະເພາະແຕ່ເຊື້ອພະຍາດທີ່ມີພັນທຸກຳເປັນ DNA ເທົ່ານັ້ນຈິ່ງສາມາດເກີດປະຕິກິລິຍາໄດ້. ດັ່ງນັ້ນຖ້າເຊື້ອພະຍາດໃດທີ່ມີສານພັນທຸກຳແບບ RNA (ລວມເຖິງໄວຣັດທີ່ກໍ່ໃຫ້ເກີດພະຍາດໂຄວິດ-19 ຫລື SARS-CoV-2) ແມ່ນຕ້ອງໄດ້ປ່ຽນຈາກ RNA ເປັນ cDNA ກ່ອນຈິ່ງສາມາດເຂົ້າປະຕິກິລິຍາ PCR ໄດ້.

ຖ້າເຊື້ອພະຍາດທີ່ເຮົາຕ້ອງການຈະສຶກສາເປັນປະເພດ DNA ແລ້ວ ກໍ່ບໍ່ຈໍາເປັນຕ້ອງຜ່ານຂະບວນການຖອດລະຫັດຍ້ອນກັບ (Reverse transcription) ອີກ.

III. ຄໍາວ່າ Real Time ຄໍານີ້ບໍ່ສັບສົນ, ແປຕາມໂຕຄື ເວລາຈິງ, ເວລານັ້ນເລືຍ, ແຕ່ມີຄວາມໝາຍຄືແນວໃດ. ຕໍ່ບັນຫານີ້ຈະຂໍອະທິບາຍເລື່ອງ Conventional ແລະ Real Time ໄປພ້ອມໆກັນ. ໃນການພັດທະນາລະບົບການກວດແບບ PCR ແຕ່ຕົ້ນນັ້ນ ຈະເປັນການກວດແບບ Standard ຫລື Conventional PCR, ຈຸດອ່ອນຂອງລະບົບນີ້ແມ່ນ ຜົນການກວດຈະສາມາດຮູ້ໄດ້ຫລັງຈາກປະຕິກິລິຍາຊິ້ນສຸດລົງ ຫລື ລໍຖ້າການກວດຈົນຈົບຂະບວນການຈິ່ງສາມາດຮູ້ຜົນໄດ້ ແລະ ຜົນການກວດຍັງເປັນແບບຄຸນນະພາບ (Qualitative) ຄືການບໍ່ບອກຈໍານວນວ່າເທົ່າໃດ.

            ຫລັງຈາກນັ້ນໄດ້ມີການພັດທະນາມາເປັນແບບເວລາຈິງ ຫລື Real Time. ເຕັກນິກນີ້ໄດ້ມີການປະດິດດ້ວຍວິທີການເຮືອງແສງ ໂດຍມີການຕື່ມເມັດສີສະທ້ອນແສງ (Fluorescent dye) ໄວ້ທີ່ໂຕກວດຈັບ ຫລື Probe, ໂດຍຈະເຮືອງແສງຂຶ້ນທັນທີທີ່ມີ DNA ຖືກສັງເຄາະຂຶ້ນ ຫລື ມີການກວດພົບ DNA ເປົ້າໝາຍ ແລະ ເຄື່ອງກວດຈະສາມາດກວດຈັບໄດ້ ແລະ ລາຍງານຜົນທັນທີ, ເຖິງແມ່ນວ່າເຄື່ອງຍັງຈະທຳງານຕໍ່ໄປ, ປະຕິກິລິຍາກໍ່ຍັງເກີດຂຶ້ນຕໍ່ໄປ. ປະລິມານສັນຍານເຮືອງແສງທີ່ປ່ອຍອອກມານີ້ ຈະເປັນສັດສ່ວນໂດຍກົງກັບປະລິມານ DNA ທີ່ເພືີ່ມຂຶ້ນຈາກປະຕິກິລິຍາໃນແຕ່ລະຮອບ.

ນອກນັ້ນ, ການກວດແບບ rtRT-PCR ຍັງເປັນການກວດແບບປະລິມານ (quantitative) ເຊິ່ງນອກຈາກການລາຍງານເປັນຜົນບວກ ຫລື ຜົນລົບແລ້ວ, ຍັງມີຄ່າທີ່ເອີ້ນວ່າ Cycle threshold ຫລື ຄ່າ Ct ໃຫ້ພວກເຮົາໄດ້ນໍາໃຊ້ເຂົ້າໃນການແປຜົນອີກດ້ວຍ.

ຄ່າ Ct ແມ່ນຈໍານວນຮອບຂອງເຄື່ອງ Thermal Cycler ຫລື PCR Machine ໃນການເພື່ມ (amplification) ຈໍານວນ DNA. ການກຳນົດຄ່າ Ct (Ct Cut-off value) ເພື່ອແປຜົນແມ່ນມີຄວາມແຕກຕ່າງກັນໃນແຕ່ລະຫ້ອງວິເຄາະ (ອີງຕາມເຄື່ອງມື ແລະ ນໍ້າຢາທີ່ໃຊ້) ແລະ ມີຄວາມແຕກຕ່າງກັນໃນແຕ່ລະປະເທດ, ຕົວຢ່າງ ສະພາວິໄຈການແພດອິນເດຍ (Indian Council of medical research) ໄດ້ກຳນົດຄ່າ Ct ສຳລັບການກວດຫາເຊື້ອພະຍາດໂຄວິດ-19 ຄື:

ຖ້າຄ່າ Ct ຕໍ່າກວ່າ 35 ແມ່ນໃຫ້ຜົນເປັນບວກ;

ຖ້າຄ່າ Ct ສູງກວ່າ 35 ແມ່ນໃຫ້ຜົນເປັນລົບ.

ຄ່າ Ct ແມ່ນຄ່າທີ່ກົງກັນຂ້າມກັບປະລິມານເຊື້ອ (Viral load); ຖ້າຄ່າ Viral load ຕໍ່າ ຈະມີຄ່າ Ct ສູງ (ໝາຍວ່າມີເຊື້ອໜ້ອຍ), ແຕ່ກົງກັນຂ້າມ ຖ້າຄ່າ Viral load ສູງ ຈະມີຄ່າ Ct ຕໍ່າ (ໝາຍວ່າມີເຊື້ອຫລາຍ).

ຍັງບໍ່ມີການຢັ້ງຢືນທີ່ແນ່ນອນ ແລະ ຍັງມີຄວາມເຫັນຂອງນັກວິທະຍາສາດທີ່ແຕກຕ່າງໃນການນໍາໃຊ້ຄ່າ Ct ເພື່ອບົ່ງບອກຄວາມຮຸນແຮງຂອງພະຍາດ. ເທົ່າທີ່ມີບົດຄົ້ນຄວ້າປະຈຸບັນທີ່ເອກະພາບເປັນສ່ວນໃຫຍ່ວ່າ ຄ່າ Ct ແມ່ນບໍ່ກ່ຽວຂ້ອງກັບຄວາມຮຸນແຮງຂອງພະຍາດ (severity) ແຕ່ຈະກ່ຽວຂ້ອງກັບລະດັບການຕິດເຊື້ອ (infectivity) ເພາະເຊື້ອພະຍາດທີ່ກວດພົບເຫັນດ້ວຍວິທີນີ້ (ໂດຍສະເພາະແມ່ນເຊື້ອ SARS-CoV-2) ແມ່ນເຊື້ອທີ່ໄດ້ຈາກດັງ ຫລື ຄໍ, ບໍ່ແມ່ນຈາກປອດໂດຍກົງ, ສະນັ້ນ ການນໍາໃຊ້ຄ່າ Ct ແມ່ນເພື່ອເບິ່ງຄວາມອາດສາມາດໃນການແຜ່ເຊື້ອຂອງຜູ້ຕິດເຊື້ອນັ້ນວ່າມີສູງເທົ່າໃດ, ຍິ່ງຄ່າ Ct  ຕໍ່າ ຍິ່ງມີອັດຕາການແຜ່ເຊື້ອສູງ, ແຕ່ຖ້າຄ່າ Ct ສູງ ຫລື ຈະພົ້ນຂີດ Cut-off ແລ້ວ ເຊັ່ນ: ຖ້າຄ່າລະຫວ່າງ 30 ຫາ 35 ທ່ານສາມາດແປໄດ້ສອງຢ່າງ:

1) ທ່ານຫາກໍ່ໄດ້ຮັບເຊື້ອໃໝ່ (ສັງເກດ ຖ້າກວດຄືນພາຍໃນ 3 ວັນ ຈະມີຄ່າ Ct ທີ່ຫລຸດລົງ)

2) ທ່ານກຳລັງຈະຫາຍດີແລ້ວ (ສັງເກດ ຖ້າກວດຄືນພາຍໃນ 3 ວັນ ຈະມີຄ່າ Ct ທີ່ເພື່ມຂຶ້ນ)

ສະຫລຸບ: ຖ້າຈະອ່ານ ຫລື ຂຽນວິທີການກວດຫາເຊື້ອພະຍາດໂຄວິດ ຫລື ການກວດຫາເຊື້ອ SARS-CoV-2 ໃຫ້ຖືກຕ້ອງທີ່ສຸດແມ່ນ rtRT-PCR ຫລືຂຽນເຕັມແມ່ນ real time Reverse transcription-Polymerase Chain Reaction.


Comments

Popular posts from this blog

ປັດຊະຍາ: ວັດຖຸ ແລະ ຈິດໃຈ. ສະຕິແມ່ນຫຍັງ

ປັດຊະຍາ: ບັນດາຄູ່ມາດຕະເກນພື້ນຖານຂອງວິທີສັດຈະວິພາກວັດຖຸນິຍົມ

ປັດຊະຍາ: ຄວາມສຳນຶກກ່ຽວກັບກົດເກນ