ການຕິດເຊື້ອຫລັງໄດ້ຮັບວັກຊີນ Breakthrough Infection

 


ວັກຊີນແມ່ນເຄື່ອງມືທີ່ມີຄວາມສໍາຄັນໃນການປ້ອງກັນການຕິດເຊື້ອພະຍາດຕ່າງໆ, ປ້ອງກັນການເຈັບເປັນ ແລະ ການເສຍຊີວິດໃນປະຊາກອນທຸກກຸ່ມອາຍຸ. ປະມານການວ່າ ວັກຊີນສາມາດປ້ອງກັນການເສຍຊີວິດໄດ້ປີລະ 4 ຫາ 5 ລ້ານຄົນໃນທົ່ວໂລກ. ສິ່ງເລົ່ານີ້ມີຄວາມສຳຄັນຕໍ່ການຈັດການ ການລະບາດຂອງພະຍາດຕິດເຊື້ອໃນທົ່ວໂລກ ແລະ ຖືເປັນໜຶ່ງໃນວຽກງານສາທາລະນະສຸກທີ່ປະສົບຄວາມສຳເລັດຫລາຍທີ່ສຸດ.

ການຕິດເຊື້ອຫລັງໄດ້ຮັບວັກຊີນ (Breakthrough infections) ໝາຍຄວາມວ່າແນວໃດ?

ເຖິງແມ່ນວ່າ ວັກຊີນຈະຢຸດຄົນສ່ວນໃຫຍ່ບໍ່ໃຫ້ມີການເຈັບເປັນທີ່ຮ້າຍແຮງ, ແຕ່ກໍ່ບໍ່ມີວັກຊີນຊະນິດໃດທີ່ໄດ້ຜົນ 100%. ຜູ້ທີ່ໄດ້ຮັບວັກຊີນແລ້ວບາງຄົນຍັງອາດປະສົບກັບ “ການຕິດເຊື້ອຫລັງໄດ້ຮັບວັກຊີນ ຫລື Breakthrough infection” ເຊິ່ງພວກເຂົາຍັງຄົງຕິດເຊື້ອໄດ້ ເຖິງແມ່ນວ່າຈະໄດ້ຮັບວັກຊີນຄົບຖ້ວນແລ້ວກໍ່ຕາມ. ແຕ່ທີ່ສຳຄັນ ການຕິດເຊື້ອນັ້ນ ບໍ່ໄດ້ໝາຍຄວາມວ່າ ວັກຊີນບໍ່ສາມາດປ້ອງກັນໄດ້ຢ່າງມີປະສິດທິພາບ.

ເວລາເກີດການຕິດເຊື້ອຫລັງໄດ້ຮັບວັກຊີນ (Breakthrough infections) ໃນຜູ້ທີ່ໄດ້ຮັບວັກຊີນ, ອາການຈະມີລັກສະນະເບົາບາງ, ບໍ່ຮຸນແຮງ ຫລື ອາດພົບການເຂົ້າໂຮງໝໍໜ້ອຍກວ່າ ຜູ້ຕິດເຊື້ອ ຫລື ເຈັບເປັນທ່ີ່ບໍ່ໄດ້ຮັບວັກຊີນ.

ເມື່ອຜູ້ຄົນຈໍານວນຫລວງຫລາຍໃນຊຸມຊົນໄດ້ຮັບວັກຊີນ, ຈະຊ່ວຍຫລຸດຜ່ອນການກະຈາຍ ຫລື ການແຜເຊື້ອພະຍາດຕ່າງໆ. ເຖິງຢ່າງໃດກໍ່ຕາມ ບຸກຄົນທີ່ໄດ້ຮັບວັກຊີນ ແລະ ຕິດເຊື້ອຫລັງໄດ້ຮັບວັກຊີນ (Breakthrough infections) ແມ່ນຍັງສາມາດແຜ່ເຊື້ອໄປໃຫ້ຜູ້ອື່ນໄດ້.

ຜແດ່ທີ່ມີຄວາມສ່ຽງສູງຕໍ່ການຕິດເຊື້ອຫລັງໄດ້ຮັບວັກຊີນ (Breakthrough infections)
ມີລາຍງານການຕິດເຊື້ອຫລັງໄດ້ຮັບວັກຊີນ (Breakthrough infections) ຫລັງຈາກສັກວັກຊີນປ້ອງກັນພະຍາດຕ່າງໆແລ້ວ ເຊັ່ນ: ອີສຸກອີໃສ (Chicken pox), ໄຂ້ຫວັດໃຫ່ຍ (Influenza) ແລະ ໂຄວິດ-19. ຜູ້ທີ່ມີຄວາມສ່ຽງສູງສຸດຂອງການຕິດເຊື້ອຫລັງໄດ້ຮັບວັກຊີນ (Breakthrough infections) ໄດ້ແກ່ ຜູ້ສູງອາຍຸ, ຜູ້ທີ່ມີພູມກຸ້ມກັນອ່ອນແອ ເຖິງປານກາງ. ຄວາມສ່ຽງຂອງການຕິດເຊື້ອໃນກຸ່ມທີ່ບໍ່ໄດ້ຮັບການສັກວັກຊີນແມ່ນສູງສົມທຽບກັບກຸ່ມທີ່ໄດ້ຮັບວັກຊີນ.

ການຕິດເຊື້ອຫລັງໄດ້ຮັບວັກຊີນ (Breakthrough infections) ເປັນເລື່ອງທໍາມະດາບໍ່?
ການຕິດເຊື້ອຫລັງໄດ້ຮັບວັກຊີນ (Breakthrough infections) ຈະເກີດຫລາຍຂຶ້ນ ເມື່ອມີການເຈັບເປັນ ຫລື ມີເຊື້ອພະຍາດຈໍານວນຫລາຍໄຫລວຽນຢູ່ໃນຊຸມຊົນ. ເມື່ອມີຈໍານວນຄົນເຈັບເພື່ມຂຶ້ນ ແລະ ການແຜ່ກະຈາຍຂອງເຊື້ອພະຍາດໄວຂຶ້ນ ກໍ່ມີແນວໂນ້ມວ່າ ອາດມີເຊື້ອພະຍາດສາຍພັນໃໝ່ທີ່ອາດແຜ່ລະບາດຫລາຍຂຶ້ນ ແລະ ສິ່ງເລົ່ານີ້ສາມາດນໍາໄປສູ່ການຕິດເຊື້ອໂດຍລວມຫລາຍຂຶ້ນ ແລະ ມີສ່ວນເຮັດໃຫ້ຄວາມຖີ່ຂອງການຄົ້ນພົບການການຕິດເຊື້ອຫລັງໄດ້ຮັບວັກຊີນເພື່ມຂຶ້ນ.
ເຖິງຢ່າງໃດກໍ່ຕາມ, ວັກຊີນຍັງເປັນໜຶ່ງໃນການປ້ອງກັນທີ່ສຳຄັນ ແລະ ມີປະສິດທິພາບດີທີ່ສຸດໃນການປ້ອງກັນພະຍາດຕິດເຊື້ອຕ່າງໆ ແລະ ຜົນຮ້າຍທີ່ຕາມມາ.

ອ່ານຕໍ່, ກະລຸນາກົດລິ້ງເພື່ອດາວໂລດເອກະສານ

Comments

Popular posts from this blog

ປັດຊະຍາ: ວັດຖຸ ແລະ ຈິດໃຈ. ສະຕິແມ່ນຫຍັງ

ປັດຊະຍາ: ບັນດາຄູ່ມາດຕະເກນພື້ນຖານຂອງວິທີສັດຈະວິພາກວັດຖຸນິຍົມ

ປັດຊະຍາ: ຄວາມສຳນຶກກ່ຽວກັບກົດເກນ