Variants of Concern "ເຊື້ອກາຍພັນທີ່ໜ້າກັງວົນ" ແລະ ເລື່ອງຂອງຊື່ໂຄວິດສາຍພັນຕ່າງໆ


ຈາກການທີ່ມີການລະບາດຂອງພະຍາດໂຄວິດ-19 ໃນທົ່ວໂລກ ເຊິ່ງເລື່ມມາຕັ້ງແຕ່ປາຍປີ 2019, ນັກວິທະຍາສາດ ແລະ ອົງການອະນາໄມໂລກຕ່າງກໍ່ໄດ້ມີການຄົ້ນຄວ້າ ຊອກຫາເຊື້ອທີ່ເປັນສາເຫດ ຈົນຄົ້ນພົບເຊື້ອໄວຣັດທີ່ເປັນສາຍເຫດຂອງພະຍາດດັ່ງກ່າວ ຄື SARS-CoV-2.

ມາເຖິງປະຈຸບັນ ເຊື້ອດັ່ງກ່າວນີ້ໄດ້ມີການປ່ຽນແປງທາງພັນທຸກຳ ແລະ ກາຍພັນມາຫລາຍຄັ້ງ ພ້ອມທັງມີການຮຽກຊື່ໃໝ່ໃຫ້ແກ່ສາຍພັນໃໝ່ທີ່ເກີດຂຶ້ນມານັ້ນ, ເຊັ່ນ: ສາຍພັນອັງກິດ, ສາຍພັນອາຟຣິກກາໃຕ້, ສາຍພັນບຣາຊີນ, ສາຍພັນອິນເດຍ.... (ຍັງບໍ່ແນ່ຊັດວ່າຊິມີສາຍພັນໃໝ່ຕື່ມອີກບໍ່ໃນອະນາຄົດ), ເຊິ່ງນອກຈາກຊື່ສາຍພັນທີ່ເອີ້ນຕາມຊື່ປະເທດແລ້ວ, ເບື້ອງນັກວິທະຍາສາດກໍ່ມີຊື່ສາຍພັນໃນຮູບແບບລະຫັດຄຽງຄູ່ກັນໄປ ເຊັ່ນ: ສາຍພັນອັງກິດ, ຊື່ວິທະຍາສາດແມ່ນ B.1.1.7, ສາຍພັນອິນເດຍ B.1.617.2 ເປັນຕົ້ນ...

ແຕ່ສິ່ງທີ່ໜ້າສົນໃຈຄືການຮຽກຊື່ສາຍພັນຕາມຊື່ປະເທດທີ່ສາຍພັນນັ້ນເກີດຂຶ້ນ, ເຊັ່ນ: ສາຍພັນທີ່ເກີດ ແລະ ຄົ້ນພົບທີ່ອັງກິດ ຈະເອີ້ນວ່າ ສາຍພັນອັງກິດ...ເຊິ່ງການຕັ້ງຊື່ແບບນີ້ ຈະເຮັດໃຫ້ປະເທດທີ່ເກີດສາຍພັນນັ້ນມີຄວາມຮູ້ສຶກວ່າ ເປັນຕົ້ນເຫດຂອງການກາຍພັນ, ເປັນຕົ້ນເຫດຂອງການລະບາດຂອງສາຍພັນນັ້ນໆ, ເຮັດໃຫ້ສັງຄົມອາດມີການລັງກຽດ ຫລື ແບ່ງແຍກພົນລະເມືອງທີ່ມາແຕ່ປະເທດນັ້ນໆ, ດັ່ງທີ່ ດຣ. ມາເຣຍ ແວນ ເຄີກໂຮຟ (Dr. Maria Van Kerkhove) ນັກລະບາດວິທະຍາ ຜູ້ນໍາດ້ານເຕັກນິກພະຍາດໂຄວິດ-19 ຂອງອົງການອະນາໄມໂລກ ໂພສດ໌ຂໍ້ຄວາມທາງ Twitter ວ່າ ບໍ່ຄວນມີປະເທດໃດທີ່ຈະເສື່ອມເສຍຊື່ສຽງຈາກການກວດພົບ ແລະ ລາຍງານການພົບເຊື້ອກາຍພັນhttps://twitter.com/mvankerkhove/status/1399388137445543938 ພ້ອມທັງຮຽກຮ້ອງໃຫ້ນານາຊາດຊ່ວຍກັັັັັນສອດສ່ອງ ແລະ ແບ່ງປັນຂໍ້ມູນທາງວິທະຍາສາດເພື່ອຢຸດຢັ້ງການແພ່ລະບາດຂອງເຊື້ອໄວຣັດຊະນິດນີ້.

ດັ່ງນັ້ນ ອົງການອະນາໄມໂລກ ຈິ່ງຕັ້ງຊື່ໃໝ່ໃຫ້ໂຄວິດກາຍພັນຕາມອັກສອນເກຣັກ ແທນຊື່ປະເທດທີ່ຄົ້ນພົບ. ທັງນີ້ເພື່ອໃຫ້ງ່າຍຕໍ່ການອ້າງອີງ, ຫຼຸດຜ່ອນການເລືອກປະຕິບັດ (ຫຼື ລັງກຽດ) ຕໍ່ພົນລະເມືອງທີ່ມາຈາກປະເທດທີ່ກວດພົບເຊື້ອກາຍພັນເລົ່ານີ້ເປັນແຫ່ງແລກ.

ອົງການອະນາໄມໂລກໄດ້ຕັ້ງຊື່ເຊື້ອໄວຣັດໂຄໂຣນາທີ່ກໍ່ເຊື້ອພະຍາດໂຄວິດ-19 ສາຍພັນຕ່າງໆ, ໂດຍໄດ້ຈໍາແນກໄວ້ເປັນ 2 ກຸ່ມ ຄື:

1. ເຊື້ອກາຍພັນທີ່ໜ້າກັງວົນ (Variants of Concern, VOC), ເປັນເຊື້ອທີ່ມີການກາຍພັນໃນລະດັບທີ່ມີຄວາມສໍາຄັນຕໍ່ດ້ານສາທາລະນະສຸກຂອງໂລກ, ເຊັ່ນ: ແພ່ລະບາດໄດ້ງ່າຍຂຶ້ນ ຫລື ເຮັດໃຫ້ວັກຊີນມີປະສິດທິພາບຫຼຸດລົງ, ປະກອບດ້ວຍ:

- ອານຟາ (Alpha) ໃຊ້ຮຽກສາຍພັນ B.1.1.7 ທີ່ກວດພົບຄັ້ງແລກໃນອັງກິດ

- ເບຕາ (Beta) ໃຊ້ຮຽກສາຍພັນ B.1.351 ທີ່ກວດພົບຄັ້ງແລກໃນອາຟຣິກກາໃຕ້

- ກາມມາ (Gamma) ໃຊ້ຮຽກສາຍພັນ P.1 ທີ່ກວດພົບຄັ້ງແລກໃນບຣາຊີນ

- ເດວຕາ (Delta) ໃຊ້ຮຽກສາຍພັນ B.1.617.2 ທີ່ກວດພົບຄັ້ງແລກໃນອິນເດຍ

2. ເຊື້ອກາຍພັນທີ່ໜ້າສົນໃຈ (Variants of Interest, VOI), ປະກອບດ້ວຍ:

- ເອປໄຊລອນ (Epsilon) ໃຊ້ຮຽກສາຍພັນ B.1.427/B.1.429 ທີ່ກວດພົບຄັ້ງເເລກໃນສະຫະລັດອະເມລິກາ

- ຊີຕາ (Zeta) ໃຊ້ຮຽກສາຍພັນ P.2 ທີ່ກວດພົບຄັ້ງເເລກໃນບຣາຊີນ

- ອີຕາ (Eta) ໃຊ້ຮຽກສາຍພັນ B.1.525 ທີ່ກວດພົບຄັ້ງເເລກໃນຫລາຍປະເທດ

- ທີຕາ (Theta) ໃຊ້ຮຽກສາຍພັນ P.3 ທີ່ກວດພົບຄັ້ງເເລກໃນຟີລິບປິນ

- ໄອໂອຕາ (Iota) ໃຊ້ຮຽກສາຍພັນ B.1.526 ທີ່ກວດພົບຄັ້ງເເລກໃນສະຫະລັດອະເມລິກາ

- ແຄປປາ (Kappa) ໃຊ້ຮຽກສາຍພັນ B.1.617.1 ທີ່ກວດພົບຄັ້ງເເລກໃນອິນເດຍ

https://www.who.int/en/activities/tracking-SARS-CoV-2-variants/


Comments

Popular posts from this blog

ປັດຊະຍາ: ວັດຖຸ ແລະ ຈິດໃຈ. ສະຕິແມ່ນຫຍັງ

ປັດຊະຍາ: ບັນດາຄູ່ມາດຕະເກນພື້ນຖານຂອງວິທີສັດຈະວິພາກວັດຖຸນິຍົມ

ປັດຊະຍາ: ຄວາມສຳນຶກກ່ຽວກັບກົດເກນ