ອົບຮົມຜູ້ບໍລິຫານໂຮງໝໍ 16 ກຸມພາ 2022


            ການຍົກລະດັບທິດສະດີຄວາມຮູ້ ແລະ ທັກສະໃນການບໍລິຫານ-ຄຸ້ມຄອງໂຮງໝໍ,  ແມ່ນເປົ້າໝາຍໜຶ່ງໃນການພັດທະນາຄຸນນະພາບພະນັກງານຊີ້ນໍາໆພາໃນທຸກຂົງເຂດວຽກງານ, ໂດຍສະເພາະບັນດາຫົວໜ້າໜ່ວຍງານທີ່ໃຫ້ບໍລິການທາງວິຊາການ ແລະ ບັນດາໜ່ວຍງານດ້ານກົງຈັກການບໍລິຫານ ພາຍໃນໂຮງໝໍແຂວງ. ການບໍລິຫານຄຸ້ມຄອງທີ່ມີປະສິດທິພາບ ຈະສົ່ງຜົນທີ່ມີຄຸນນະພາບໃນການຍົກສູງການບໍລິການ ເຊິ່ງຈະສົ່ງຜົນໂດຍທາງອ້ອມໃນການສ້າງສັດທາ, ຄວາມເຊື່ອໝັ້ນ ແລະ ໄວ້ວາງໃຈຈາກຜູ້ມາໃຊ້ບໍລິການໃນສະຖານການບໍລິການດ້ານສາທາລະນະສຸກ.

            ເພື່ອບັນລຸເປົ້າໝາຍດັ່ງກ່າວນັ້ນ, ຄະນະນໍາໃນທຸກຂົງເຂດວຽກງານພາຍໃນໂຮງໝໍ, ໂດຍສະເພາະບັນດາຫົວໜ້າໜ່ວຍງານ, ຫົວໜ້າຕຶກ, ບັນດາຫົວໜ້າໜ່ວຍງານໃນກຸ່ມບໍລິຫານ ຕ້ອງມີຄວາມຮູ້ໃນລະດັບທີ່ດີສົມຄວນ ແລະຄວາມເຂົ້າໃຈໃນການບໍລິຫານ ແລະ ຄຸ້ມຄອງໂຮງໝໍ, ໂດຍສະເພາະການບໍລິຫານ ແລະ ຄຸ້ມຄອງວຽກງານຕ່າງໆ ໃນຂົງເຂດທີ່ຕົນຮັບຜິດຊອບ

            ຜູ້ບໍລິຫານໃນລະດັບຕ່າງໆຈະເປັນແກ່ນນໍາໃນວຽກງານການບໍລິຫານ ກໍ່ຄືການຄຸ້ມຄອງໃນຂົງເຂດຄວາມຮັບຜິດຊອບຂອງຕົນເອງ ຕາມພາລະບົດບາດ ແລະ ຕໍາແໜ່ງງານທີ່ໄດ້ກຳນົດໄວ້. ເຖິງແມ່ນວ່າ ວຽກງານການບໍລິຫານ-ຄຸ້ມຄອງໃນໄລຍະຜ່ານມາໄດ້ມີຄວາມສຳເລັດ ແລະ ໝາກຜົນແດ່ແລ້ວ, ແຕ່ຍັງມີອີກຫລາຍບັນຫາ, ຫລາຍປະກົດການທີ່ຕິດພັນ, ເຊັ່ນ: ຄວາມຮູ້-ຄວາມເຂົ້າໃຈກ່ຽວກັບການບໍລິຫານ-ຄຸ້ມຄອງຂອງຜູ້ບໍລິຫານຍັງບໍ່ທັນສູງ ແລະ ຍັງບໍ່ທັນໄດ້ຮັບການປັບປຸງຢ່າງຕັ້ງໜ້າ, ຍັງມີຄວາມສັບສົນກັບລະບອບການຄຸ້ມຄອງໂຮງໝໍ, ນະໂຍບາຍດ້ານການບໍລິການສຸຂະພາບໃນບາງທັດສະນະຂອງຜູ້ບໍລິຫານຍັງບໍ່ຈະແຈ້ງ, ຄວາມເຂົ້າໃຈໃນນະໂຍບາຍ, ເຊັ່ນ: 5ດີ 1 ພໍໃຈ ຍັງເຫັນວ່າຕ້ອງໄດ້ຮັບການປັບປຸງ ແລະ ເຊື່ອມຊຶມຕື່ມ, ລະບົບ-ລະບຽບ, ການວາງແຜນການ, ການກວດກາ ແລະ ຕິດຕາມປະເມີນຜົນ, ການວິເຄາະບັນຫາພາຍໃນໜ່ວຍງານ ຫຼື ການສ້າງວິໄສທັດ ຍັງປະຕິບັດບໍ່ໄດ້ດີ ແລະ ບໍ່ມີຄວາມເປັນເອກະພາບ, ເຊິ່ງທັງໝົດນີ້ຕ້ອງໄດ້ຮັບການປັບປຸງ ແລະ ແກ້ໄຂໃນເວລາອັນດ່ວນ.

            ບັນຫາຂອງການໃຫ້ບໍລິການດ້ານສຸຂະພາບ ເຊິ່ງເປັນຜະລິດຕະພັນໜຶ່ງທີ່ບໍ່ສາມາດຜະລິດໄວ້ລ່ວງໜ້າ, ບໍ່ສາມາດຄາດເດົາຜົນໄດ້ ແລະ ບໍ່ມີຄວາມແນ່ນອນ, ເຊິ່ງກໍ່ຂຶ້ນກັບປັດໃຈການບໍລິຫານຈັດການທີ່ດີ, ຂຶ້ນກັບການບໍລິຫານຄົນ ແລະ ການບໍລິຫານຊັບພະຍາກອນອື່ນ. ການບໍລິຫານບໍ່ດີ ຈິ່ງເກີດມີການບໍລິການທີ່ບໍ່ມີຄຸນນະພາບເກີດຫາງສຽງຈົ່ມວ່າຈາກສັງຄົມ, ມີການສົ່ງຂ່າວຜ່ານລະບົບ ແລະ ກົນໄກຂອງລັດ, ໂດຍສະເພາະ ສະພາທ້ອງຖິ່ນ ແລະ ອີກສ່ວນໜຶ່ງກໍ່ຜ່ານການວິພາກ-ວິຈານໃນສື່ຕ່າງໆຕາມທີ່ຕົນສາມາດກະທໍາໄດ້, ເກີດມີການຮ້ອງຟ້ອງ ແລະ ດໍາເນີນຄະດີ ເຊິ່ງເຫັນວ່າມີຄວາມເຂັ້ມຂຸ້ນຫລາຍຂຶ້ນ ແລະ ບໍ່ມີທ່າອ່ຽງຈະຫລຸດລົງ.

        ວິທີການແກ້ໄຂປະກົດການເລົ່ານີ້ ເຖິງແມ່ນວ່າ ຜ່ານມາເຮົາຈະແກ້ບັນຫາໂດຍທາງກົງ ເຊັ່ນ: ລົງເລິກທີ່ກະໂຕຂອງພະນັກງານ, ການຍົກສູງຄວາມຮູ້-ຄວາມສາມາດ, ຫຼື ການສະໜອງເຄື່ອງມື-ອຸປະກອນການແພດທີ່ພຽງພໍແລ້ວ ແຕ່ອາດຈະເປັນການແກ້ບັນຫາທີ່ບໍ່ຍືນຍົງ, ແກ້ໄປຕາມທີ່ບັນຫາເກີດຂຶ້ນ, ດັ່ງນັ້ນ ການເລັ່ງໃຫ້ຄະນະນໍາຂອງບັນດາໜ່ວຍງານມີຄວາມຮູ້, ທັກສະ ແລະ ປະສົບການກ່ຽວກັບການບໍລິຫານ-ຄຸ້ມຄອງ ທີ່ດີ ຈະເຮັດໃຫ້ວຽກງານດັ່ງກ່າວໄດ້ດຳເນີນໄປຢ່າງເປັນລະບົບ, ມີປະສິດທິພາບ ແລະ ປະສິດທິຜົນ.

 ລິ້ງເອກະສານ

ການວິເຄາະແບບ SWOT

ວິທະຍາສາດການແພດ ແລະ ກົດໝາຍ


Comments

Popular posts from this blog

ປັດຊະຍາ: ວັດຖຸ ແລະ ຈິດໃຈ. ສະຕິແມ່ນຫຍັງ

ປັດຊະຍາ: ບັນດາຄູ່ມາດຕະເກນພື້ນຖານຂອງວິທີສັດຈະວິພາກວັດຖຸນິຍົມ

ປັດຊະຍາ: ຄວາມສຳນຶກກ່ຽວກັບກົດເກນ