ຄວາມໝາຍ ແລະ ຄວາມແຕກຕ່າງຂອງຄໍາວ່າ "Pandemic" "Endemic" "Epidemic" "Outbreak"
ປະເດັນຍັງຮ້ອນເຖິງປະຈຸບັນໃນວົງການ ການແພດ ແລະ ສາທາລະນະສຸກໂລກ ຄົງຈະໜີບໍ່ພົ້ນເລື່ອງການລະບາດທົ່ວໂລກຂອງພະຍາດໂຄວິດ-19, ຈົນອົງການອະນາໄມໂລກເຖິງໄດ້ປະກາດຊັດເຈນວ່າ ສະຖານະການຕິດເຊື້ອໄວຣັດໂຄໂຣນາ 2019 ນັ້ນໄດ້ເຂົ້າສູ່ລະດັບ “Pandemic” ແລ້ວ.
ນັບແຕ່ນັ້ນມາກໍ່ໄດ້ຍິນຄໍາວ່າ “Pandemic” ມາຕະຫລອດ, ຕິດປາກຫລາຍທ່ານ, ເຫັນຫລາຍສື່ ແຕ່ທ່ານຮູ້ບໍ່ວ່າ, ຄໍາວ່າ ລະບາດ ໃນພາສາເຮົາຂ້ອນຂ້າງກ້ວາງ. ດັ່ງນັ້ນສິ່ງແລກສຸດເຮົາຕ້ອງທຳຄວາມເຂົ້າໃຈກ່ອນວ່າ ການລະບາດນັ້ນມີເຖິງ 4 ລະດັບດ້ວຍກັນ, ຄື:
ລະດັບທີ 1: Endemic ຫລື ພະຍາດປະຈໍາຖິ່ນ. ແມ່ນພະຍາດທີ່ເກີດຂຶ້ນປະຈໍາໃນພື້ນທີ່ນັ້ນ, ມີອັດຕາການເຈັບເປັນຄົງທີ່ ແລະ ສາມາດຄາດການໄດ້, ໂດຍຂອບເຂດຂອງພື້ນທີ່ອາດເປັນເມືອງ, ປະເທດ ຫລື ກຸ່ມປະເທດ ເຊັ່ນ ທະວີບ. ຕົວຢ່າງ ໄຂ້ເລືອດອອກໃນ ສປປ ລາວ, ມາລາເຣຍໃນທະວີບອາຟຣິກກາ ເປັນຕົ້ນ.
ລະດັບທີ 2: Outbreak ຫລື ການລະບາດ, ຄືເຫດການທີ່ມີຄົນເຈັບເປັນເພື່ມຂຶ້ນຜິດປົກກະຕິ ທັງໃນກໍລະນີພະຍາດປະຈໍາຖິ່ນ ແຕ່ມີຄົນເຈັບເພື່ມຂຶ້ນຫລາຍກວ່າທີ່ຄາດການ ຫລື ໃນກໍລະນີພະຍາດອຸບັດໃໝ່ (ເຖິງແມ່ນວ່າຈະມີຄົນເຈັບຜູ້ດ່ຽວກໍ່ຕາມ) ເຊັ່ນ: ການລະບາດຂອງໄວຣັດໂຄໂຣນາສາຍພັນໃໝ່ໃນເມືອງອູ່ຮານ (Wuhan) ແລະ ກາຍເປັນ Epidemic (ພະຍາດລະບາດ)
ລະດັບທີ 3: Epidemic (ພະຍາດລະບາດ) ເປັນການລະບາດຂອງພະຍາດທີ່ແຜ່ກະຈາຍກວ້າງຂຶ້ນໃນລັກສະນະທາງພູມສາດ, ເຊິ່ງພະຍາດລະບາດທີ່ແຜ່ໄປໃນພື້ນທີ່ ທີ່ກວ້າງຂຶ້ນນັ້ນເປັນການລະບາດທີ່ເພື່ມຂຶ້ນຢ່າງໄວວາ ແລະ ມີຈໍານວນຜູ້ຕິດເຊື້ອເກີນທີ່ຈໍານວນທີ່ຄາດການໄດ້, ເຊັ່ນ ໃນກໍລະນີການລະບາດຂອງພະຍາດໂຄວິດ-19 ໃນປະເທດຈີນ ແລະ ລະບາດຕໍ່ມາໃນປະເທດອື່ນໃນທະວີບອາຊີ ແລະ ຄ່ອຍທະວີຄວາມຮຸນແຮງຂຶ້ນເລື້ອຍໆ ຈົນໃນທີ່ສຸດກໍ່ຈັດເຂົ້າໃນລະດັບທີ 4
ລະດັບທີ 4: ເປັນລະດັບການລະບາດສູງສຸດທີ່ເອີ້ນວ່າ ການລະບາດໃຫຍ່/ທົ່ວໂລກ ຫຼື Pandemic ເປັນລັກສະນະຂອງການລະບາດຂອງພະຍາດທີ່ແຜ່ກະຈາຍໄປທົ່ວໂລກ, ເຊັ່ນ: ການລະບາດຂອງພະຍາດໂຄວິດ-19 ໃນປະຈຸບັນ.
ຄໍາປະກາດຂອງອົງການອະນາໄມໂລກທີ່ວ່າ ພະຍາດໂຄວິດ-19 ເປັນການລະບາດໃຫຍ່ທົ່ວໂລກ ຈິ່ງບໍ່ກ່ຽວຂ້ອງໃດໆກັບການປ່ຽນແປງລັກສະນະຂອງພະຍາດ, ແຕ່ເປັນການຍົກລະດັບສະຖານະຄໍາເຕື່ອນ ແລະ ຄວາມກັງວົນກ່ຽວກັບການແຜ່ກະຈາຍທາງພູມສາດ. ຄໍາປະກາດການລະບາດໃຫຍ່ມັກຈະໃຊ້ກັບພະຍາດໃໝ່ ທີ່ຜູ້ຄົນຍັງບໍ່ທັນມີພູມກຸ້ມກັນ ແລະ ແຜ່ກະຈາຍໄປທົ່ວໂລກເກີນຄວາມອາດສາມາດໃນການຄວບຄຸມ ແລະ ເກີນການຄາດເດົາ.
ອົງການອະນາໄມໂລກໄດ້ແບ່ງນິຍາມອອກເປັນ 3 ເງື່ອນໄຂຄື: ໜຶ່ງ: ພະຍາດໃໝ່ທີ່ເກີດໃນໝູ່ປະຊາກອນ. ສອງ: ຕິດເຊື້ອໃນຮ່າງກາຍມະນຸດ ແລະ ສົ່ງຜົນໃຫ້ເກີດການເຈັບເປັນຈົນເຖິງຊີວິດ ແລະ ສາມ: ເຊື້ອແຜ່ກະຈາຍໄດ້ງ່າຍລະວ່າງມະນຸດດ້ວຍກັນ ແລະ ສົ່ງຜົນກະຈາຍເປັນວົງກວ້າງຫລາຍຊຸມຊົນໃນປະເທດ ຫລື ໃນໂລກ.
ເຖິງຢ່າງໃດກໍ່ດີ ຫລັງຈາກການແຜ່ລະບາດເຖິງຂັ້ນສູງສຸດຂອງການລະບາດແລ້ວ, ພະຍາດລະບາດເລົ່ານີ້ກໍ່ອາດກາຍເປັນພະຍາດປະຈໍາຖິ່ນ ຫລື ພະຍາດລະບາດຕາມລະດູການຂອງທຸກປະເທດກໍ່ເປັນໄດ້.
ສອງປັດໃຈສຳຄັນທີ່ເຮັດໃຫ້ເຊື້ອກະຈາຍເປັນວົງກວ້າງຄື: ຄວາມສາມາດໃນການຕິດຕໍ່ຈາກຄົນໜຶ່ງໄປຫາຄົນອື່ນ ແລະ ການເດີນທາງຂອງຜູ້ຄົນໄປມາ.
Comments
Post a Comment