ການກວດດ້ວຍເຕັກນິກ RT-PCR ແມ່ນຫຍັງ

 


            ຈາກປາຍປີ 2019, ໂລກຂອງພວກເຮົາໄດ້ພົບກັບພະຍາດອຸບັດໃໝ່, ເຫດການໃໝ່ທີ່ພວກເຮົາເກືອບຈະຕັ້ງໂຕບໍ່ທັນ ພະຍາດໂຄວິດ-19 (ເວົ້າແບບງ່າຍໆ), ຈາກນັ້ນຈິ່ງມີຄໍາໃໝ່ອອກມາ... New normal (ທຸກທ່ານແປກັນເອງ, ຂ້າພະເຈົ້າຢ້ານແປບໍ່ຖືກ,​ ແຕ່ຂໍໃຫ້ທ່ານໄດ້ລອງສົມທຽບແຕ່ກ່ອນຍຸກຂອງໂຄວິດ ແລະ ຫລັງໂຄວິດ ແບບແຜນດຳລົງຊີວິດ ແລະ ການເຄື່ອນໄຫວສັງຄົມ ມັນມີການປ່ຽນແປງແບບໃດ)

          ທີ່ເຫັນໜັກສຸດ ກໍ່ຄືຝ່າຍຮັກສາສຸຂະພາບ, ເປັນຄວາມທ້າທາຍໃໝ່ຂອງພວກເຮົາ, ການຊອກຫາກໍລະນີ, ບົ່ງມະຕິ ແລະ ການປິ່ນປົວຮັກສາ... ທຸກຢ່າງເກືອບວ່າໃໝ່ທັງນັ້ນ. ຂ້າພະເຈົ້າຄິດວ່າ ວິຊາການຜູ້ໃດຊອກຄວາມຮູ້ອັນໃດໄດ້ທີ່ຈະເຮັດໃຫ້ພະຍາດນີ້ດັບສູນໄປ...(ຫລືຢ່າງໜ້ອຍກໍ່ບໍ່ມີໃຜຕາຍ) ຜູ້ນັ້ນຄວນເປັນວິລະບຸລຸດ ແລະ ສ້າງວິລະກຳປະຫວັດສາດຂອງໂລກເຮົາໃນສະຕະວັດນີ້.

ສິ່ງໜຶ່ງທີ່ຢາກຍົກມາເປັນບົດຄວາມທາງວິຊາການໃນ Blog ນີ້ ແມ່ນການກວດຫາເຊື້ອພະຍາດດັ່ງກ່າວ ດ້ວຍວິທີທາງ PCR (Polymerase Chain Reaction). ການກວດດ້ວຍເຕັກນິກ PCR ມັນໄດ້ເຂົ້າມາມີບົດບາດຢ່າງໃຫຍ່ຫລວງໃນວຽກງານການກວດຫາເຊື້ອໂຄວິດ ແລະ ມີຊື່ສຽງໃນສະຖານະການໂຄວິດປະຈຸບັນ. ແຕ່ຂ້າພະເຈົ້າຄິດວ່າ ຫລາຍຄົນເອີ້ນຕິດປາກ PCR, ແຕ່ມີຫລາຍໃນນັ້ນບໍ່ເຂົ້າໃຈວ່າມັນແມ່ນຫຍັງ, ທຳງານກັນແນວໃດ (ຂໍໂທດທີ່ເວົ້າຜິດ)

ເທັກນິກການກວດແບບ PCR ແມ່ນຖືກປະດິດຂຶ້ນໃນປີ 1983 ໂດຍນັກຊີວະເຄມີຊາວອາເມລິກາ ທ່ານ Kary Mullis ເຊິ່ງທ່ານເອງກໍ່ໄດ້ຮັບລາງວັນໂນເບວສາຂາເຄມີ (Nobel Prize in Chemistry) ຮ່ວມກັບ Michael Smith (ນັກຊີວະເຄມີ ແລະ ນັກທຸລະກິດ, ຊາວອັງກິດ-ການາດາ) ໃນປີ 1993

ກ່ອນຈະເຂົ້າເນື້ອໃນທາງວິຊາການນັ້ນ ຂ້າພະເຈົ້າຂໍທຳຄວາມເຂົ້າໃຈກ່ຽວກັບຄວາມໝາຍຂອງ RT-PCR ເທື່ອລະຄໍາກັນກ່ອນ.

1. Polymerase ຫລື ຈະເອີ້ນໃຫ້ເຕັມແມ່ນ DNA Polymerase ເປັນເອນໄຊມ໌ທີ່ພົບໃນຈຸລັງຂອງສິ່ງທີ່ມີຊີວິດ, ມີໜ້າທີ່ສ້າງ DNA ສາຍໃໝ່ຕໍ່ຈາກ Primer ໂດຍການສຳເນົາ (Copy) ຈາກ DNA ຕັ້ງຕົ້ນ. ໜ້າທີ່ຕົ້ນຕໍແມ່ນຊ່ວຍເລັ່ງປະຕິກິລິຍາເຊື່ອມຕໍ່ Nucleotide ໃໝ່ເຂົ້າກັບ Primer.

- Primer (ຈະອອກແບບຮ່ວມກັບໂຕກວດຈັບ ຫລື Probe ທີ່ມີການຕິດສີ Fluorescence ໄວ້) ເປັນ DNA ເລື່ມຕົ້ນສາຍສັ້ນໆທີ່ມີລໍາດັບ base ເປັນຄູ່ທີ່ສອດຄ່ອງ (ສົມຄູ່) ກັບ DNA ທີ່ເປັນຕົ້ນແບບໃນການສັງເຄາະ DNA ສາຍໃໝ່ (ສົມມຸດ ຖ້າຢາກຮູ້ວ່າໃນຕົວຢ່າງມີ DNA ຂອງພະຍາດ ຫລື ສິ່ງໃດໜຶ່ງ,​ ຕົວຢ່າງ ໄວຣັດໂຄວິດ, ເຮົາຕ້ອງສ້າງ Primer ທີ່ມີລໍາດັບຄູ່ base ໃຫ້ສົມຄູ່ກັບລຳດັບຄູ່ base ຂອງເຊື້ອໄວຣັດໂຄວິດ. ຖ້າຕົວຢ່າງຫາກມີເຊື້ອໄວຣັດໂຄວິດຢູ່, ຄູ່ base ຂອງ primer ຈະເຂົ້າໄປຈັບຄູ່ກັບ base ຂອງ DNA ຂອງເຊື້ອໄວຣັດ, ຈາກນັ້ນກໍ່ຈະມີການເພື່ມຈໍານວນຂຶ້ນຈົນສາມາດແປຜົນໄດ້)

- ລະວັງເຂົ້າໃຈຜິດ: ໃນຄວາມໝາຍພາສາອັງກິດທົ່ວໄປ, Primer ແມ່ນ ແປ້ງຮອງພື້ນ (ຫລື ຄຣີມຮອງພື້ນ) ເພື່ອປັບປຸງພື້ນຜິວໜັງ (ໂດຍສະເພາະໜ້າ) ກ່ອນການແຕ່ງໜ້າ, ໂດຍມັນຈະເຮັດໃຫ້ຮູຂຸມໃນໜ້ານ້ອຍລົງ, ຜິວໜ້າຂາວ-ໃສ ແລະ ຮອງພື້ນຕິດທົນນານ.

- ຄູ່ Base: ສາຍ DNA (Deoxyribonucleic Acid) ເປັນສາຍ Polynucleotide ສອງສາຍທີ່່ກ້ຽວກອດກັນໂດຍອາໃສຄູ່ Base ທັງສອງສາຍຈັບກັນຕາມຄູ່: Adenine (A) ຈັບຄູ່ກັບ Thymine (T) ແລະ Guanine (G) ຈັບຄູ່ກັບ Cytosine (C). ການຈັບກັບຂອງຄູ່  base ຈະສະຫລັບກັນໄປ ແລະ ເປັນໜຶ່ງດ່ຽວ, ເຊິ່ງເຫດຜົນດັ່ງກ່າວ DNA ຂອງສິ່ງທີ່ມີຊີວິດທັງຫລາຍຈິ່ງບໍ່ຄືກັນໄດ້.

2. Chain Reaction ແປຕາມໂຕບັນດາທ່ານ, ຄືປະຕິກິລິຍາທີ່ເກາະກາຍກັນໄປ, ເໝືອນຕ່ອງໂສ້ຫັ້ນແລະທ່ານ, ຜົນຈາກປະຕິກິລິຍາໜຶ່ງຈະໄປຮ່ວມທຳປະຕິກິລິຍາອີກ.....ເລື້ອຍໆໄປ.

3. RT (Real Time) ບໍ່ມີຄວາມໝາຍທາງເຕັກນິກ, ແປຕາມພາສາອັງກິດ: ເວລາຈິງ, ໃນຄະນະນັ້ນ...(ປະມານນີ້)

ເມື່ອແປລວມກັນ (ເປັນຄວາມໝາຍດ້ານເຕັກນິກ) ແມ່ນປະຕິກິລິຍາທີ່ເປັນຕ່ອງໂສ້ຂອງເອນໄຊມ໌ Polymerase, ແມ່ນເຕັກນິກທີ່ໃຊ້ໃນການເພື່ມຈໍານວນ (amplification) DNA ທີ່ຕ້ອງການສຶກສາຢ່າງຈໍາເພາະ ແລະ ສາມາດຕິດຕາມປະລິມານການເພື່ມຈໍານວນຂອງ DNA ເປົ້າໝາຍໄດ້ໃນທຸກໆຮອບຂອງການເພື່ມຈໍານວນໃນຂະນະທີ່ປະຕິກິລິຍາກຳລັງດຳເນີນຢູ່ ຕັ້ງແຕ່ເລື່ມຕົ້ນຈົນຊິ້ນສຸດປະຕິກິລິຍາ (Real time detection)

ປະຕິກິລິຍາຕ່ອງໂສ້ Polymerase ຈະເປັນການຄວບຄຸມອຸນະພູມໃນ 3 ຂັ້ນຕອນ (1 ຮອບ), ຄື:

1. Denaturation ເປັນຂັ້ນຕອນການຄາຍກ່ຽວຂອງສາຍ DNA (ໃຊ້ອຸນະພູມ 92-95 ອົງສາ C)

2. Annealing ເປັນຂັ້ນຕອນການຈັບຂອງ Primer ກັບສາຍ DNA ຕົ້ນແບບ (ໃຊ້ອຸນະພູມ 37-60 ອົງສາ C)

3. Extension ເປັນຂັ້ນຕອນການສ້າງສາຍ DNA ສາຍໃໝ່ ໂດຍໃຊ້ເອນໄຊມ໌ DNA Polymerase (ໃຊ້ອຸນະພູມ 72-75 ອົງສາ C)

ເມື່ອກວດພົບ DNA ເປົ້າໝາຍ, Probe ທີ່ມີການຕິດສີ Fluorescence ໄວ້ ຈະເຮືອງແສງອອກມາ, ໂດຍປະລິມານສັນຍານເຮືອງແສງທີ່ປ່ອຍອອກມານີ້ ຈະເປັນສັດສ່ວນໂດຍກົງກັບປະລິມານ DNA ທີ່ເພືີ່ມຂຶ້ນຈາກປະຕິກິລິຍາໃນແຕ່ລະຮອບ.

 DNA ທີ່ເພື່ມຈາກປະຕິກິລິຍາ PCR ຈະເພື່ມເປັນລັກສະນະກຣາບຮູບໂຕ S (Exponential curve), ໂດຍແກ່ນ Y ສະແດງສັນຍານການເຮືອງແສງ ແລະ ແກ່ນ X ສະແດງຈໍານວນຮອບຂອງການເພື່ມຈໍານວນ

ຂໍ້ມູນທີ່ແນ່ນອນໃນການກວດພົບ DNA ແລະ ໃຊ້ໃນການແປຜົນແມ່ນ ການສະແດງຈໍານວນຮອບໃນຊ່ວງຂອງ Exponential phase ເຊິ່ງເປັນຊ່ວງທີ່ມີລະດັບສັນຍານເຮືອງແສງສູງເໜືອລະດັບ Threshold ແລະ ມີແນວໂນ້ມໃນການເພື່ມຈໍານວນແບບທະວີຄູນ (Exponential) ເທົ່ານັ້ນ. (ຂ້າພະເຈົ້າຈະມາພົບກັບທ່ານອີກກ່ຽວກັບຄ່າ Ct ຫລືື Cycle Threshold ໃນ Blog ໜ້າ)

ສຳລັບເຄື່ອງມືຫລັກໃນການກວດໂດຍເຕັກນິກ RT-PCR ແມ່ນ Thermal Cycler ຫລື PCR Machine. ຕາມທີ່ຊື່ຂອງເຄື່ອງບອກໄວ້, ເຄື່ອງດັ່ງກ່າວນີ້ເປັນເຄື່ອງປັບປ່ຽນອຸນະພູມເປັນຂັ້ນຕອນຕາມທີ່ຕັ້ງໄວ້ ແລະ ທຳງານໝູນວຽນກັນຫລາຍຮອບ, ໂດຍມີການຕັ້ງຄ່າໃນ 3 ຂັ້ນຕອນ (Denaturation, Annealing ແລະExtension). ສ່ວນຫລາຍການເພື່ມປະລິມານ DNA ແມ່ນຢູ່ໃນລະຫວ່າງ 25 ຫາ 40 ຮອບ ແລະ ຈະໃຊ້ເວລາທັງໝົດ 1,5 ຫາ 5 ຊົ່ວໂມງ.

ຈົບສຳລັບເລື່ອງຂອງ PCR ສະບັບທົ່ວໄປ, ສັ້ນໆ, ເຂົ້າໃຈງ່າຍ, ໂອກາດໜ້າ ຂ້າພະເຈົ້າຈະເກັບເອົາເລື່ອງຄ່າ Ct ມາຄົ້ນຄວ້າກັບທ່ານ. ເຖິງແມ່ນວ່າ ທ່ານຈະສົນໃຈຜົນການກວດຈາກ PCR ວ່າອອກບວກ (ພົບ) ຫລື ລົບ (ບໍ່ພົບ), ແຕ່ຄ່າ Ct ມັນສາມາດໃຫ້ທ່ານບາງລາຍລະອຽດ ແລະ ໝູນໃຊ້ມັນໄດ້, ໂດຍສະເພາະການຕິດຕາມຜູ້ຕິດເຊື້ອໂຄວິດ, ພົບກັນ Blog ໜ້າ.


Comments

  1. ຂອບໃຈອາຈານທີ່ໃຫ້ຄວາມຮູ້ ທີ່ມີປະໂຫຍດຫຼາຍ ໂດຍສະເພາະ "Primer"

    ReplyDelete

Post a Comment

Popular posts from this blog

ປັດຊະຍາ: ວັດຖຸ ແລະ ຈິດໃຈ. ສະຕິແມ່ນຫຍັງ

ປັດຊະຍາ: ບັນດາຄູ່ມາດຕະເກນພື້ນຖານຂອງວິທີສັດຈະວິພາກວັດຖຸນິຍົມ

ປັດຊະຍາ: ຄວາມສຳນຶກກ່ຽວກັບກົດເກນ