ຄູ່ມືວິເຄາະສະບັບໃໝ່ "Interpretation of Blood Cell Histogram" ມາແລ້ວ

 


        ສະບາຍດີບັນດາທ່່ານທີ່ເຄົາລົບ,

        ຂ້າພະເຈົ້າຫາຍໜ້າຫາຍຕາໄປຕັ້ງນານ, ພໍຈື່ໄດ້ຕັ້ງແຕ່ປາຍປີ 2020 ພູ້ນແລະ. ຊ່ວງນັ້ນ (ທ້າຍປີ 2020) ຫລາຍຄົນກະຄືຊິລືມບັນຫາໂຄວິດ, ຕົວເຈົ້າບັນຫາ, ບໍ່ເຄືຍເຫັນໜ້າຕາ ແຕ່ຄົນທັງໂລກໃບນີ້ພາກັນຢ້ານໝົດທີບ (ລວມຂ້າພະເຈົ້າດ້ວຍ), ຊ່ວງນັ້ນມີການຜ່ອນຄາຍຫລາຍ, ໄປມາສະດວກ (ສະເພາະພາຍໃນປະເທດ), ຂ້າພະເຈົ້າເອງກະໄດ້ໄປຮ່ວມຫລາຍກອງປະຊຸມ ບໍ່ວ່າທາງໃຕ້ ແລະ ທາງເໜືອ, ທ່ຽວວັງວຽງ, ພັກຜ່ອນກັບຄອບຄົວຢູ່ປາກຊ່ອງແດນງາມ, ຊົມສວນກາເຟສະໜຸກຫລາຍບັນດາທ່ານ, ນີ້ຍັງບໍ່ລວມເຖິງຄວາມສະໜຸກສະໜານໃນການສະເຫຼືມສະຫຼອງວັນປີໃໝ່ຕາມປະເພນີລາວເຮົາ, ເວັ້ນໄປປີໜຶ່ງ ທຸກຄົນຄົງຄິດຮອດ ວັນສົງການ ຫຼິ້ນກັນເຕັມທີ່.... ແຕ່ທີ່ໃດໄດ້, ພໍປີໃໝ່ແລ້ວ, ເຈົ້າບັນຫາເກົ່າ ໂຄວິດ ກັບຄືນມາພໍດີ. ມາຮອບນີ້ ຕ່າງຈາກຮອບແລ້ວ, ໜັກໜ່ວງບັນດາທ່ານ, ສະຫວັນນະເຂດຂ້າພະເຂົ້າ ຮອດມື້ນີ້ມີຕົວເລກຜູ້ຕີດເຊື້ອສະສົມເຕາະຫລັກຮ້ອຍກວ່າ ແລະ ຍັງບໍ່ມີທີທ່າວ່າຈະຢຸດ (ແຕ່ເປັນພວກນໍາເຂົ້າ). ສ່ວນພີ່ນ້ອງທາງແຂວງອື່ນກະຄືຊິລໍຄອຍ ໂດຍສະເພາະພີ່ນ້ອງທາງນະຄອນຫລວງ ວ່າເມື່ອໃດຈະໝົດ, ຄິດຕາມຂ່າວທຸກວັນ,​ ບາງວັນເກືອບສູນ ຫລື ສູນແລ້ວ, ເຊົ້າມາພັດວ່າຫ້າ ວ່າສິບ, ອາລົມສາວໂຄວິດນິປານສາວນ້ອຍຂຶ້ນໃໝ່ແທ້ນໍ, ບາດເທື່ອດີ ເທື່ອຮ້າຍ ໃຈທຸກຄົນ ໂຫລດບໍ່ດີ ຄັນເປັນແບບຊີ້ ລັອກດາວອີກຈັກສິບຄັ້ງກໍ່ບໍ່ມີວັນຊິ້ນສຸດ.

        ນັ້ນແລະທີ່ພວກເຮົາໄດ້ມີການເວັ້ນວັກກັນອີກ, ພວກເຮົາທຳງານໜັກ, ປະຊູມວາງແຜນ, ຈັດຕັ້ງໂຮງໝໍສະໜາມ, ຈັດສັນບຸກຄະລາກອນ, ຊອກຫາອຸປະກອນການແພດ,​ ເຮັດວຽກປ້ອງກັນ, ແກ້ບັນຫານີ້ຕົກ ບັນຫາອື່ນອອກມາ. ເຈົ້າບັນຫາໂຄວິດນິຕັ້ງມີລັກສະນະພິເສດແທ້ໆໃດ, ພວກເຮົາຕ້ອງໄດ້ຄິດຮອບທີບແທ້ໆ, ຈັກຊິຫ້ອງຜ່າຕັດ, ຫ້ອງເກີດລູກ,​ ຫ້ອງຟອກໄຂ່ຫລັງ... ສຳລັບຜູ້ຕິດເຊື້ອ,​ ບາງຄັ້ງພວກເຮົາກະເຈິທາງຕັນ.... ແຕ່ທິມງານກະເຮົາໂຕລອດທຸກຄັ້ງ,​ ທຸກບັນຫາຕ້ອງມີທາງອອກ.

        ຊ່ວງນີ້ກໍ່ຍັງຢູ່ໃນມາດຕະການຄວບຄຸມຢູ່, ແຕ່ກະໄດ້ຜ່ອນຄາຍຫລາຍ, ອອກນອກບ້ານກິນເຂົ້າໄດ້ (ກັບຄົນຮູ້ໃຈເດີ, ຊັ້ນມີບັນຫາໃດ), ຫລິ້ນກິລາ ໂດຍສະເພາະບານເຕາະ ທີ່ຂ້າພະເຈົ້າຫຼິ້ນປະຈໍາ, ອອກຮອບຕິກັອຟກັບໜູ່...ຖືວ່າ ຄວາມສຸກສະບັບເດື່ມກຳລັງກັບມາ...

        ແລະ ກະພໍມີເວລາມານັ່ງຄິດ ທົບທວນ ອັນໃດທີ່ເຮົາ (ນັກວິເຄາະ) ຈະສາມາດຊ່ວຍວິຊາການໃນວຽກງານການບົ່ງມະຕິ ແລະ ປິ່ນປົວ,​ ຈິ່ງຄິດເຫັນເລື່ອງການນໍາໃຊ້ຜົນການກວດທາງເລືອດວິທະຍາ ທີ່ເຮົາມັກເອີ້ນຕິດຫູວ່າ “ກວດ CBC”. ນັບວ່າເປັນເວລາເກືອບຊາວປີແລ້ວທີ່ເຕັກໂນໂລການກວດເລືອດດ້ວຍເຄື່ອງໂອໂຕເມດ (Cell Counter) ເຂົ້າມາປ່ຽນແທນການກວດເລືອດແບບດັ່ງເດື່ມ, ເຮັດໃຫ້ການບໍລິການໃນສາຂານີ້ມີຄວາມເປັນທັນສະໄໝ, ການກວດວ່ອງໄວ, ໃຊ້ຕົວຢ່າງໜ້ອຍ, ຜົນການກວດມີຫລາຍ Parameters, ມີຄວາມຖືກຕ້ອງ ແລະ ເຊື່ອຖືສູງ, ຄວາມອາດສາມາດໃນປະລິມານການກວດສູງ. ເຄື່ອງດັ່ງກ່າວນີ້ມີໃຫ້ບໍລິການເກືອບທຸກໂຮງໝໍແລ້ວ, ແລະ ກ້ວງໄປເຖິງລະດັບໂຮງໝໍເມືອງ ແລະ ສຸກສາລາ.

        ແຕ່ສິ່ງໜຶ່ງທີ່ຂ້າພະເຈົ້າສັງເກດເຫັນວ່າ, ນັກວິຊາການຍັງບໍ່ທັນນໍາໃຊ້ຜົນການກວດທັງໝົດ, ສ່ວນຫລາຍຊິ້ນເຄືຍກັບເບິ່ງຜົນກວດ: ເລືອດຂາວ ລວມທັງປະເພດເມັດເລືອດຂາວ, ເລືອດແດງ, ເຮມາໂຕກຣິດ, ເກັດເລືອດ, ເຮໂມໂກລບີນ ເປັນຕົ້ນ. ແຕ່ຍັງອີກຫລາຍ Parameter ທີ່ວິຊາການຍັງບໍ່ນໍາໃຊ້ (ຫລື ອາດບໍ່ເຂົ້າໃຈ), ເຊັ່ນ, ດັດຊະນີເມັດເລືອດແດງ, ຄ່າການວັດແທກຂະໜາດເມັດເລືອດແດງ (Anisocytosis), ຄ່າເປີເຊັນມວນສານຂອງເກັດເລືອດ Plateletcrit (PCT).... ແລະ ທີ່ສຳຄັນ ໃບຜົນກວດຍັງສະແດງເຄື່ອງໝາຍ ແລະ ກຣາບ (ຮີສະໂຕກຣາມ) ທີ່ບົ່ງບອກເຖິງລັກສະນະຂອງເມັດເລືອດປະເພດຕ່າງໆ ທີ່ສະທ້ອນເຖິງຄວາມຜິດປົກກະຕິທີ່ເກີດຂຶ້ນໃນຮ່າງກາຍ ເຊິ່ງວິຊາການສາມາດນໍາໃຊ້ຮີສະໂຕກຣາມເລົ່ານັ້ນເຂົ້າໃນການຕັດສິນໃຈຕໍ່ການບົ່ງມະຕິ ແລະ ປິ່ນປົວ.

        ດັ່ງນັ້ນ ຂ້າພະເຈົ້າຈິ່ງລົງເລິກບັນຫາດັ່ງກ່າວ ໂດຍຈາກປະສົບການຕົວຈິ່ງ, ທິດສະດີ, ການຄົ້ນຄວ້າ ແລະ ໄດ້ສັງລວມມາເປັນຄູ່ມືສະບັບນີ້. ຂ້າພະເຈົ້າໄດ້ພະຍາຍາມທີ່ສຸດໃຫ້ຄູ່ມືສະບັບນີ້ມີຄວາມສົມບູນ, ແຕ່ຍ້ອນພະຍາດມີການວິວັດທະນາການ (ເໝືອນກັບໂຄວິດນີ້ແລະ, ກ່າຍພັນຕະຫລອດ) ດັ່ງນັ້ນ ຄູ່ມືນີ້ອາດມີການປັບປຸງອີກຕໍ່ໄປ.

        ລິ້ງລຸ່ມນີ້ແມ່ນລິ້ງໄປຫາຄູ່ມືດັ່ງກ່າວ, ກົດເລືຍ ທ່ານສາມາດດາວໂຫລດເກັບໄວ້ອ່ານ ຫລື ແຊຣ໌ຕໍ່ໃຫ້ໝູ່ເພື່ອນຮ່ວມອາຊີບໄດ້.

        ຂໍຂອບໃຈທີ່ທ່ານຕິດຕາມ ແລະ ຍິນດີຮັບຄໍາຕິຊົມ ເພື່ອປັບປຸງຄູ່ມືເຫຼັ້ມນີ້ໃຫ້ສົມບູນທີ່ສຸດ

        ຂໍຂອບໃຈ どうもありがとうございました


ຄູ່ມືການແປຜົນຮີສະໂຕກຣາມຂອງຈຸລັງເລືອດ

Comments

Popular posts from this blog

ປັດຊະຍາ: ວັດຖຸ ແລະ ຈິດໃຈ. ສະຕິແມ່ນຫຍັງ

ປັດຊະຍາ: ບັນດາຄູ່ມາດຕະເກນພື້ນຖານຂອງວິທີສັດຈະວິພາກວັດຖຸນິຍົມ

ປັດຊະຍາ: ຄວາມສຳນຶກກ່ຽວກັບກົດເກນ