Posts

Showing posts from 2020

12 Foods to Boost Your Immune System

Image
       Coronavirus; it remains the topic of the day. People stock up on hand soap, use mouth masks and wear gloves. What are you doing to protect yourself from the virus? This article discusses 12 foods to boost your immune system and keep your body as healthy as possible.     Read more, click link below      12 foods to boost your immune system

ສຳເລັດກອງປະຊຸມທາງວິຊາການເລື່ອງການຕ້ອນຮັບທີ່ດີ ແລະ ທັດສະນະຄະຕິບວກ 19 ພະຈິກ 2020

Image
 

ສຳມະນາທາງວິຊາການເລື່ອງ "ການຕ້ອນຮັບ ແລະ ທັດສະນະຄະຕິບວກ ທີ່ໂຮງໝໍແຂວງ 19 ພະຈິກ 2020

Image
  "ສາວງາມກາງເວຫາ" ນີ້ແມ່ນຍຸດທະວິທີໜຶ່ງຂອງການບໍລິການລູກຄ້າທີ່ເຄື່ອງບິນ, ເຂົາໃຊ້ສາຍຕາ, ຮອຍຍິ້ມ ແລະ ສຳນວນການປາກເວົ້າທີ່ຍາກຈະລືມໄດ້ (ໃນພາບ: ພະນັກງານຕ້ອນຮັບເທິງເຄື່ອງບິນ ສາຍການບິນ Vietnam Airlines) ຂອບໃຈສຳລັບພາບຈາກ vietnam Airlines ແລະ ໂຮງໝໍແຂວງພວກເຮົາກໍ່ບໍ່ໄດ້ນ້ອຍໜ້າ, ໄດ້ຂຸ້ນຂ້ຽວເອົາໃຈໃສ່, ສ້າງຈິດສຳນຶກ, ມີສະຕິ ແລະ ມຸ້ງໝັ້ນໃນການໃຫ້ບໍລິການແກ່ຄົນເຈັບທີ່ມາໃຊ້ບໍລິການ ດ້ວຍການຕ້ອນຮັບທີ່ດີ, ອົບອຸ່ນ, ມີຄວາມສະດວກສະບາຍ, ແລະ ມຸ້ງໝັ້ນພັດທະນາ ແລະ ຍົກສູງຄຸນນະພາບຂອງວຽກງານການປິ່ນປົວໃຫ້ມີປະສິດທິພາບ ແລະ ປະສິດທິຜົນ, ເອົານະໂຍບາຍປ່ຽນວິກິດເປັນໂອກາດເຂົ້າສູ່ລວງເລິກ ແລະ ພ້ອມທີ່ສ້າງໂອກາດນັ້ນຂຶ້ນມາຢ່າງພາກພູມໃຈ. ລິ້ງຂ້າງລ່າງນີ້ແມ່ນບົດທີ່ນໍາສະເໜີໃນການສຳມະນາ, ໂຫຼດເລືຍ.... ເກັບໄວ້ອ່ານ ແລະ ບອກຕໍ່ໄປ ການບໍລິການທີ່ດີ ແລະ ທັດສະນະຄະຕິບວກ

ສະເໜີນະໂຍບາຍ 5ດີ 1ພໍໃຈ ທີ່ ວິທະຍາໄລ ວິທະຍາສາດ ສຸຂະພາບ 5 ພະຈິກ 2020

Image
  ເອກະສານສຳລັບການບັນລະຍາຍກ່ຽວກັບນະໂຍບາຍ 5ດີ 1ພໍໃຈ ໃຫ້ແກ່ນັກສຶກສາການແພດ- ການພະຍາຍານ ປີສຸດທ້າຍ ທີ່ ວິທະຍາໄລ ວິທະຍາສາດ ສຸຂະພາບ (ວວສ) ຄັ້ງວັນທີ 5 ພະຈິກ 2020 (ພ້ອມປື້ມແບບຮຽນສະບັບເອເລັກໂຕຣນິກກ່ຽວກັບການແປຜົນກວດເລືອດ ແລະ ການຮຽນພາສາອັງກິດ) ຟຣີ ນະໂຍບາຍ 5ດີ 1ພໍໃຈ ຄູ່ມືການແປຜົນການກວດວິເຄາະເລືອດ ແບບຮຽນໄວຍະກອນພາສາອັງກິດ

ພະຍາດເສັ້ນເລືອດສະໝອງ (Cerebrovascular disease, “Stroke”)

Image
  ພະຍາດເສັ້ນເລືອດສະໝອງ (Cerebrovascular disease ຫຼື Cerebrovascular accident ຫຼື Stroke ) ເປັນອາການໜິ່ງທີ່ເລືອດບໍ່ສາມາດໄຫຼວຽນໄປລ້ຽງສະໝອງໄດ້ ເຮັດໃຫ້ສະໝອງຂາດເລືອດ ແລະ ອົກຊີເຈນ,​ ເຊິ່ງເກີດຈາກເສັ້ນເລືອດທີ່ລໍາລຽງເລືອດໄປລ້ຽງສະໝອງຕີບຕັນ ຫລື ແຕກສົ່ງຜົນໃຫ້ຈຸລັງຂອງສະໝອງຕາຍ ແລະ ເປັນສາຍເຫດໜິ່ງຂອງການເສຍຊີວິດ ແລະ ການພິການຖາວອນໃນທົ່ວໂລກ. ອົງການອະນາໄມໂລກໄດ້ໃຫ້ຄໍານິຍາມກ່ຽວກັບພະຍາດເສັ້ນເລືອດສະໝອງຄື “ Rapidly developed clinical signs of focal (global) disturbance of cerebral function lasting more than 24 hours or leading to death, with no apparent cause other than a vascular origin ” ພະຍາດເສັ້ນເລືອດສະໝອງເປັນບັນຫາດ້ານສາທາລະນະສຸກທີ່ສຳຄັນໃນທົ່ວໂລກ, ອົງການອຳມະພາດໂລກ (World Stroke Organization: WSO , https://www.world-stroke.org/ ) ລາຍງານວ່າ, ພະຍາດເສັ້ນເລືອດສະໝອງເປັນສາຍເຫດສຳຄັນຂອງການເສຍຊີວິດໃນທົ່ວໂລກ, ທົ່ວໂລກມີຄົນເຈັບທີ່ເປັນພະຍາດນີ້ປະມານ 80 ລ້ານຄົນ ແລະ ພິການຈາກພະຍາດເສັ້ນເລືອດສະໝອງປະມານ 50 ລ້ານຄົນ, ໂດຍສະເພາະໃນກຸ່ມປະຊາກອນທີ່ມີອາຍຸ 60 ປີຂຶ້ນໄປ. ຄາດການວ່າໃນແຕ່ລະປີຈະມີຜູ້ເສຍຊີວິດຈາກພະຍາດດັ່ງກ່າວນີ້ເຖິງປະມານ 6

Laboratory Overview and specimen

Image
      Two links below are presentations on Laboratory in general and also about specimen for laboratory determination. The details of the presentation is focused on physicain who use laboratory tests for diagnosis, treatment and prevention. Click on the link for downloading the contents Laboratory overview Laboratory specimen

ມະຫັດສະຈັນທັດສະນະຄະຕິບວກ ແລະ ການຕ້ອນຮັບທີ່ດີ

Image
  The Ocean Villa, Danang beach-front resort (Just last year before COVID came)          ສະບາຍດີບັນດາທ່ານ,           ກັບມາພົບກັນອີກ, ກໍ່ຫວັງສະເໜີວ່າທຸກທ່ານຄົງມີຄວາມສຸກກັບຊີວິດ ກໍ່ຄື ການທໍາງານ, ຄອບຄົວ ແລະ ສິ່ງອື່ນໆ,​ ຂ້າພະເຈົ້າກໍ່ເໝືອນກັນ, ມີຄວາມສຸກສະເໝີເມື່ອກັບມາທີ່ blog ນີ້.          ຄັ້ງນີ້ຕາມເຄືຍ, ຂ້າພະເຈົ້າມີບົດສະເໜີຢູ່ສອງບົດ ທີ່ຈະມາໃຫ້ທ່ານໄດ້ອ່ານພໍແກ້ງ້ວງ ຫຼື ແກ້ເຊັງ, ແຕ່ຖ້າທ່່ານພໍມີເວລາກໍແຊຣ໌ຄວາມຄິດເຫັນມາ ເພື່ອປັບປຸງກັນຕໍ່ໄປ.          ປະຈຸບັນທີ່ສະຖານທີ່ທໍາງານຂອງຂ້າພະເຈົ້າ (ໂຮງໝໍແຂວງສະຫວັນນະເຂດ) ພວກເຮົາກຳລັງໃຈຈົດໃຈຈໍ່ໃນການຈັດຕັ້ງ ແລະ ຜັນຂະຫຍາຍນະໂຍບາຍຍົກສູງຄຸນນະພາບ ທີ່ເອີ້ນວ່າ "5ດີ 1ພໍໃຈ" (ລາຍລະອຽດທ່ານສາມາດກັບໄປເບິ່ງທີ່ blog ກ່ອນໜ້ານີ້). ແຕ່ເລື່ອງຂອງການຕ້ອນຮັບດີນັ້ນ, ຂ້າພະເຈົ້າຄິດວ່າມັນເປັນການບໍລິການທີ່ບໍ່ສາມາດຈັບຕ້ອງ ແລະ ດົມກິ່ນຂອງມັນໄດ້, ມັນແມ່ນນາມມະທໍາໜຶ່ງ, ແຕ່ມັນກໍ່ເປັນຈຸດເລື່ມຕົ້ນ ຫຼື ບັນໄດຂັ້ນແລກໃນການເຮັດໃຫ້ການບໍລິການມີຄວາມປະທັບໃຈ. ການບໍລິການທີ່ດີ ອາດຈະກ່າວເຖິງທັດສະນະຄະຕິທີ່ດີເລີດດ້ວຍ. ສະນັ້ນອີກບົດໜຶ່ງ ຂ້າພະເຈົ້າໄດ້ເວົ້າກ່ຽວກັບທັດສະນະຄະຕິບວກ.          ສອງລິ້ງຂ້າງລ່າ

ແຜນກຳນົດພະນັກງານ 2020 ແລະ ແຜນຍົກສູງການບໍລິຫານ/ບໍລິການ ຢູ່ໂຮງໝໍແຂວງສະຫວັນນະເຂດ

Image
  24 ສິງຫາ 2020 ທີ່ ສະໜາມກັອຟ ລອງວຽງ, ກພນຄ ສະບາຍດີບັນດາທ່ານ, ຕັ້ງແຕ່ທ້າຍເດືອນທີ່ແລ້ວ ຈົນເຖິງບັດນີ້ ທ້າຍເດືອນກັນຍາແລ້ວ, ຂ້າພະເຈົ້າບໍ່ສາມາດຈັດແຈງເວລາເພື່ອຫາສິ່ງໃດໜຶ່ງມາໂອ້ລົມກັບທ່ານ, ຂ້າພະເຈົ້າບໍ່ໄດ້ໄປໃສ, ທຳງານຕາມປົກກະຕິ, ຕີກັອຟບາງຄັ້ງຄາວ, ເຕາະບານບາງຈັງຫວະ, ພົບປະເພື່ອນຝູງພໍປະມານ...ກັບມາພົບກັນອີກດ້ວຍໂຈດທີ່ສຳຄັນ, ທ່ານລອງຄິດຕິວ່າ ໃນຊີວິດບໍ່ເຄືຍເຈັບເປັນຫຍັງບໍ່ ແລະ ບໍ່ເຄືຍເຂົ້າໂຮງໝໍບໍ່, ຂ້າພະເຈົ້າຄິດວ່າ ຫຼີກລ້ຽງຍາກ, ຊີວິດທຸກມື້ນີ້ຕ້ອງແຂ່ງຂັນ, ແກ້ງແຍ້ງ, ທໍາງານ... ສະນັ້ນການຮັກສາສຸຂະພາບ ຫຼື ຈະດູແລຕົນເອງດ້ານການນອນ, ການກິນ ຫຼື ພັກຜ່ອນ ແມ່ນອາດຫາຍາກແດ່ (ແຕ່ຍົກເວັ້ນຂ້າພະເຈົ້າ, ຍາກຊໍ່າໃດ ກໍ່ຊອກເວລາຫຼິ້ນກິລາໃຫ້ໄດ້... ເພາະໃຈມັກ). ດັ່ງນັ້ນ ທ່ານຊິຢູ່ຈັກປີໃນບົນໂລກມານຍາແຫ່ງນີ້, ຄິດວ່າ ຈັກວັນໝິ່ງທີ່ອາດຕ້ອງໄປຢູ່ດີ, ໄປພົບໝໍ... ແລະ ຄວາມຫວັງຂອງທ່ານແມ່ນຫຍັງ, ສິ່ງໃດທີ່ທ່ານຄາດຫວັງຢາກໄດ້ຈາກສະຖານທີ່ແຫ່ງນັ້ນ. (ເຖິງວ່າໃນຊີວິດແຫ່ງຄວາມຝັນນັ້ນ, ທຸກຄົນຈະຫຼີກເວັ້ນໄປສະຖານທີ່ 3ຮ ຄື: ໂຮງພັກ (ຄຸກ), ໂຮງໝໍ, ໂຮງເຢັນ (ເກັບສົບ) ແຕ່ຫຼົບມັນໄດ້ບໍ່ລະ, ຈະຂຶ້ນພູ, ລົງຂຸມ, ມຸດໃຕ້ນໍ້າ ກະຫຼີກມັນບໍ່ພົ້ນ... ບໍ່ພົບບັນຫາໃດກະບັນຫາໜຶ່ງ, ແຕ່ທີ່ແນ້ໆ

16 ຂໍ້ຄວາມຈິ່ງກ່ຽວກັບສະໝອງຂອງຄົນເຮົາ (16 Human Brain Facts)

Image
  ສະໝອງກໍ່ເໜືອນກັບຄອມພິວເຕີ້ຂະໜາດໃຫຍ່ທີ່ຄວບຄຸມຮ່າງກາຍຂອງຄົນເຮົາ ແລະ ໃຫ້ພວກເຮົາໄດ້ນຶກຄິດ. ບັນດາຄວາມຮູ້ສຶກ ແລະ ສັນຍານຕ່າງໆໃນຮ່າງກາຍໄດ້ມີການໂອ້ລົມສົນທະນາກັບສະໝອງ, ແລະ ສະໝອງຈະສົ່ງສັນຍານຕອບຮັບ (ຫລືປະຕິເສດ) ອອກມາໄປຫາທຸກພາກສ່ວນຂອງຮ່າງກາຍ. ສະໝອງບັນຈຸໃນຫົວຂອງຄົນເຮົາ, ພະລັງງານທີ່ໃຊ້ສ່ວນຫລາຍແມ່ນຈາກການເຜົາຜານນໍ້າຕານ, ເຊິ່ງໄດ້ມາຈາກອາຫານທີ່ເຮົາກິນ. ສະໝອງຈະມີການປ່ຽນແປງຕະຫລອດເວລາ ແລະ ປັບເຂົ້າກັບສິ່ງຕ່າງໆທີ່ເກີດຂຶ້ນໃນຊີວິດຂອງຄົນເຮົາ. ສະໝອງເປັນອະໄວຍະວະທີ່ສັບສົນທີ່ສຸດ ແລະ ຍັງເປັນສິ່ງທີ່ນັກວິທະຍາສາດເຂົ້າໃຈຍາກທີ່ສຸດຊິ້ນໜິ່ງໃນຮ່າງກາຍຂອງພວກເຮົາ, ແລະ ນີ້ຄື 16 ສິ່ງທີ່ເປັນ ຄວາມຈິ່ງກັບກ່ຽວສະໝອງຂອງຄົນເຮົາ.... ໄປເບິ່ງກັນວ່າມີຫຍັງແດ່, 1.       1.  ສະໝອງຂອງຜູ້ໃຫຍ່ມີນໍ້າໜັກເຖິງ 3 ປອນ ( 1.360,78 ກຣາມ ຫລື 1,36078   ກິໂລກຣາມ). ຕາມທຳມະດາແລ້ວຈະປະມານ 2% ຂອງນໍ້າໜັກຮ່າງກາຍ, ແຕ່ນໍາໃຊ້ພະລັງງານເກືອບ 20% ຂອງພະລັງງານຮ່າງກາຍທັງໝົດ (ຖືວ່າເປັນອະໄວຍະວະທີ່ໃຊ້ພະລັງງານຫລາຍ) 2.       2.  ສະໝອງຈະລອຍຢູ່ໃນນໍ້າຊະນິດໜິ່ງທີ່ເອີ້ນວ່າ ‘’ cerebrospinal fluid ’’. ນໍ້າດັ່ງກ່າວນີ້ຈະຊ່ວຍປົກປ້ອງສະ ໝອງຈາກອັນຕະລາຍຕ່າງໆ ແລະ ສະໜອງອາຫານໃຫ້ແກ່ຈຸລັງຂອງ