ມະຫັດສະຈັນທັດສະນະຄະຕິບວກ ແລະ ການຕ້ອນຮັບທີ່ດີ

 


The Ocean Villa, Danang beach-front resort (Just last year before COVID came)


        ສະບາຍດີບັນດາທ່ານ, 
        ກັບມາພົບກັນອີກ, ກໍ່ຫວັງສະເໜີວ່າທຸກທ່ານຄົງມີຄວາມສຸກກັບຊີວິດ ກໍ່ຄື ການທໍາງານ, ຄອບຄົວ ແລະ ສິ່ງອື່ນໆ,​ ຂ້າພະເຈົ້າກໍ່ເໝືອນກັນ, ມີຄວາມສຸກສະເໝີເມື່ອກັບມາທີ່ blog ນີ້.
        ຄັ້ງນີ້ຕາມເຄືຍ, ຂ້າພະເຈົ້າມີບົດສະເໜີຢູ່ສອງບົດ ທີ່ຈະມາໃຫ້ທ່ານໄດ້ອ່ານພໍແກ້ງ້ວງ ຫຼື ແກ້ເຊັງ, ແຕ່ຖ້າທ່່ານພໍມີເວລາກໍແຊຣ໌ຄວາມຄິດເຫັນມາ ເພື່ອປັບປຸງກັນຕໍ່ໄປ.
        ປະຈຸບັນທີ່ສະຖານທີ່ທໍາງານຂອງຂ້າພະເຈົ້າ (ໂຮງໝໍແຂວງສະຫວັນນະເຂດ) ພວກເຮົາກຳລັງໃຈຈົດໃຈຈໍ່ໃນການຈັດຕັ້ງ ແລະ ຜັນຂະຫຍາຍນະໂຍບາຍຍົກສູງຄຸນນະພາບ ທີ່ເອີ້ນວ່າ "5ດີ 1ພໍໃຈ" (ລາຍລະອຽດທ່ານສາມາດກັບໄປເບິ່ງທີ່ blog ກ່ອນໜ້ານີ້). ແຕ່ເລື່ອງຂອງການຕ້ອນຮັບດີນັ້ນ, ຂ້າພະເຈົ້າຄິດວ່າມັນເປັນການບໍລິການທີ່ບໍ່ສາມາດຈັບຕ້ອງ ແລະ ດົມກິ່ນຂອງມັນໄດ້, ມັນແມ່ນນາມມະທໍາໜຶ່ງ, ແຕ່ມັນກໍ່ເປັນຈຸດເລື່ມຕົ້ນ ຫຼື ບັນໄດຂັ້ນແລກໃນການເຮັດໃຫ້ການບໍລິການມີຄວາມປະທັບໃຈ. ການບໍລິການທີ່ດີ ອາດຈະກ່າວເຖິງທັດສະນະຄະຕິທີ່ດີເລີດດ້ວຍ. ສະນັ້ນອີກບົດໜຶ່ງ ຂ້າພະເຈົ້າໄດ້ເວົ້າກ່ຽວກັບທັດສະນະຄະຕິບວກ.
        ສອງລິ້ງຂ້າງລ່າງແມ່ນບົດສະເໜີ, ດາວໂຫຼດເລືຍ ແລ້ວມາສົນທະນາກັນ
        
        ຂອບໃຈ



Amazon forest, Ham Hoi An Amusement park

Comments

Popular posts from this blog

ປັດຊະຍາ: ວັດຖຸ ແລະ ຈິດໃຈ. ສະຕິແມ່ນຫຍັງ

ປັດຊະຍາ: ບັນດາຄູ່ມາດຕະເກນພື້ນຖານຂອງວິທີສັດຈະວິພາກວັດຖຸນິຍົມ

ປັດຊະຍາ: ຄວາມສຳນຶກກ່ຽວກັບກົດເກນ