ແຜນກຳນົດພະນັກງານ 2020 ແລະ ແຜນຍົກສູງການບໍລິຫານ/ບໍລິການ ຢູ່ໂຮງໝໍແຂວງສະຫວັນນະເຂດ

 

24 ສິງຫາ 2020 ທີ່ ສະໜາມກັອຟ ລອງວຽງ, ກພນຄ

ສະບາຍດີບັນດາທ່ານ,

ຕັ້ງແຕ່ທ້າຍເດືອນທີ່ແລ້ວ ຈົນເຖິງບັດນີ້ ທ້າຍເດືອນກັນຍາແລ້ວ, ຂ້າພະເຈົ້າບໍ່ສາມາດຈັດແຈງເວລາເພື່ອຫາສິ່ງໃດໜຶ່ງມາໂອ້ລົມກັບທ່ານ, ຂ້າພະເຈົ້າບໍ່ໄດ້ໄປໃສ, ທຳງານຕາມປົກກະຕິ, ຕີກັອຟບາງຄັ້ງຄາວ, ເຕາະບານບາງຈັງຫວະ, ພົບປະເພື່ອນຝູງພໍປະມານ...ກັບມາພົບກັນອີກດ້ວຍໂຈດທີ່ສຳຄັນ, ທ່ານລອງຄິດຕິວ່າ ໃນຊີວິດບໍ່ເຄືຍເຈັບເປັນຫຍັງບໍ່ ແລະ ບໍ່ເຄືຍເຂົ້າໂຮງໝໍບໍ່, ຂ້າພະເຈົ້າຄິດວ່າ ຫຼີກລ້ຽງຍາກ, ຊີວິດທຸກມື້ນີ້ຕ້ອງແຂ່ງຂັນ, ແກ້ງແຍ້ງ, ທໍາງານ... ສະນັ້ນການຮັກສາສຸຂະພາບ ຫຼື ຈະດູແລຕົນເອງດ້ານການນອນ, ການກິນ ຫຼື ພັກຜ່ອນ ແມ່ນອາດຫາຍາກແດ່ (ແຕ່ຍົກເວັ້ນຂ້າພະເຈົ້າ, ຍາກຊໍ່າໃດ ກໍ່ຊອກເວລາຫຼິ້ນກິລາໃຫ້ໄດ້... ເພາະໃຈມັກ). ດັ່ງນັ້ນ ທ່ານຊິຢູ່ຈັກປີໃນບົນໂລກມານຍາແຫ່ງນີ້, ຄິດວ່າ ຈັກວັນໝິ່ງທີ່ອາດຕ້ອງໄປຢູ່ດີ, ໄປພົບໝໍ... ແລະ ຄວາມຫວັງຂອງທ່ານແມ່ນຫຍັງ, ສິ່ງໃດທີ່ທ່ານຄາດຫວັງຢາກໄດ້ຈາກສະຖານທີ່ແຫ່ງນັ້ນ. (ເຖິງວ່າໃນຊີວິດແຫ່ງຄວາມຝັນນັ້ນ, ທຸກຄົນຈະຫຼີກເວັ້ນໄປສະຖານທີ່ 3ຮ ຄື: ໂຮງພັກ (ຄຸກ), ໂຮງໝໍ, ໂຮງເຢັນ (ເກັບສົບ) ແຕ່ຫຼົບມັນໄດ້ບໍ່ລະ, ຈະຂຶ້ນພູ, ລົງຂຸມ, ມຸດໃຕ້ນໍ້າ ກະຫຼີກມັນບໍ່ພົ້ນ... ບໍ່ພົບບັນຫາໃດກະບັນຫາໜຶ່ງ, ແຕ່ທີ່ແນ້ໆ ເລື່ອງຂອງ ຮ ໂຮງໝໍ, ມັນເປັນເງົາຕາມໂຕ)

ດັ່ງນັ້ນໂຈດທີ່ຂ້າພະເຈົ້າຢາກສົນທະນາ ແລະ ລະດົມສະໝອງຈາກທ່ານຄື "ພວກເຮົາຈະຊ່ວຍພັດທະນາຄຸນນະພາບການບໍລິການໃນໂຮງໝໍແຂວງສະຫວັນນະເຂດດ້ວຍວິທີໃດ" 

ຂໍຄໍາເຫັນ ແລະ ມັນສະໜອງຈາກທ່ານ, ຊ່ວຍແຊຣ໌ມາເລືຍ, ຂອບໃຈ

ສຳລັບເອກະສານຂ້າງລ້າງແມ່ນແຜນການຍົກສຸງຄຸນນະພາບຂອງຂ້າພະເຈົ້າ, ໂຫຼດໄປເລືຍທ່ານ, ໄປອ່ານເບິ່ງ ຫລື ຊິມີຄໍາແນະນໍາແນວໃດ, ເຊີນ ບັນດາທ່ານ

ແຜນຍົກສູງການບໍລິຫານ/ບໍລິການ

ແຜນກຳນົດພະນັກງານ

Comments

Popular posts from this blog

ປັດຊະຍາ: ວັດຖຸ ແລະ ຈິດໃຈ. ສະຕິແມ່ນຫຍັງ

ປັດຊະຍາ: ບັນດາຄູ່ມາດຕະເກນພື້ນຖານຂອງວິທີສັດຈະວິພາກວັດຖຸນິຍົມ

ປັດຊະຍາ: ຄວາມສຳນຶກກ່ຽວກັບກົດເກນ