Posts

Showing posts from August, 2020

16 ຂໍ້ຄວາມຈິ່ງກ່ຽວກັບສະໝອງຂອງຄົນເຮົາ (16 Human Brain Facts)

Image
  ສະໝອງກໍ່ເໜືອນກັບຄອມພິວເຕີ້ຂະໜາດໃຫຍ່ທີ່ຄວບຄຸມຮ່າງກາຍຂອງຄົນເຮົາ ແລະ ໃຫ້ພວກເຮົາໄດ້ນຶກຄິດ. ບັນດາຄວາມຮູ້ສຶກ ແລະ ສັນຍານຕ່າງໆໃນຮ່າງກາຍໄດ້ມີການໂອ້ລົມສົນທະນາກັບສະໝອງ, ແລະ ສະໝອງຈະສົ່ງສັນຍານຕອບຮັບ (ຫລືປະຕິເສດ) ອອກມາໄປຫາທຸກພາກສ່ວນຂອງຮ່າງກາຍ. ສະໝອງບັນຈຸໃນຫົວຂອງຄົນເຮົາ, ພະລັງງານທີ່ໃຊ້ສ່ວນຫລາຍແມ່ນຈາກການເຜົາຜານນໍ້າຕານ, ເຊິ່ງໄດ້ມາຈາກອາຫານທີ່ເຮົາກິນ. ສະໝອງຈະມີການປ່ຽນແປງຕະຫລອດເວລາ ແລະ ປັບເຂົ້າກັບສິ່ງຕ່າງໆທີ່ເກີດຂຶ້ນໃນຊີວິດຂອງຄົນເຮົາ. ສະໝອງເປັນອະໄວຍະວະທີ່ສັບສົນທີ່ສຸດ ແລະ ຍັງເປັນສິ່ງທີ່ນັກວິທະຍາສາດເຂົ້າໃຈຍາກທີ່ສຸດຊິ້ນໜິ່ງໃນຮ່າງກາຍຂອງພວກເຮົາ, ແລະ ນີ້ຄື 16 ສິ່ງທີ່ເປັນ ຄວາມຈິ່ງກັບກ່ຽວສະໝອງຂອງຄົນເຮົາ.... ໄປເບິ່ງກັນວ່າມີຫຍັງແດ່, 1.       1.  ສະໝອງຂອງຜູ້ໃຫຍ່ມີນໍ້າໜັກເຖິງ 3 ປອນ ( 1.360,78 ກຣາມ ຫລື 1,36078   ກິໂລກຣາມ). ຕາມທຳມະດາແລ້ວຈະປະມານ 2% ຂອງນໍ້າໜັກຮ່າງກາຍ, ແຕ່ນໍາໃຊ້ພະລັງງານເກືອບ 20% ຂອງພະລັງງານຮ່າງກາຍທັງໝົດ (ຖືວ່າເປັນອະໄວຍະວະທີ່ໃຊ້ພະລັງງານຫລາຍ) 2.       2.  ສະໝອງຈະລອຍຢູ່ໃນນໍ້າຊະນິດໜິ່ງທີ່ເອີ້ນວ່າ ‘’ cerebrospinal fluid ’’. ນໍ້າດັ່ງກ່າວນີ້ຈະຊ່ວຍປົກປ້ອງສະ ໝອງຈາກອັນຕະລາຍຕ່າງໆ ແລະ ສະໜອງອາຫານໃຫ້ແກ່ຈຸລັງຂອງ