Body Mass Index


ດັດຊະນີມວນກາຍ (Body Mass Index, BMI)
ວັນກ່ອນຂ້າພະເຈົ້າໄດ້ Post  ກ່ຽວກັບ “fitness”  ເຊິ່ງກ່ຽວຂ້ອງກັບການໃຊ້ພາສາ ແລະ ສຳນວນທີ່ກ່ຽວກັບຄຳສັບດັ່ງກ່າວ.
ດັ່ງທີ່ຮູ້ກັນວ່າຜູ້ຄົນປະຈຸບັນມາໃສ່ໃຈກ່ຽວກັບສຸຂະພາບກັນຫລາຍ, ເຫັນໄດ້ຈາກການກິນ, ການດຳລົງຊີວິດ ແລະ ການອອກກຳລັງກາຍ, ຊົມເຊືຍ, ອີກບໍ່ນານອາຍຸຍືນສະເລ່ຍຂອງຄົນລາວເຮົາອາດທະລຸ 100 ປີກະໄດ້...(ເຊິ່ງແມ່ນໜິ່ງໃນດັດຊະນີການພັດທະນາຊັບພະຍາກອນມະນຸດ Human Development Index, HDI, ເຊິ່ງໃຊ້ເປັນດັດຊະນີການຈັດປະເພດປະເທດດ້ອຍພັດທະນາ,​ ພັດທະນາ...)
ມີກຸ່ມບ່າວ- ສາວຈຳນວນໜິ່ງຊໍ້າພັດຄິດຕ່າງ, ການໄປສູນອອກກຳລັງກາຍກໍ່ເພື່ອລົດນໍ້າໜັກ, ຮັກສາຮຸ່ນຮອຍ. ບາງຄົນແຮງຢ້ານແຕ່ຕຸ້ຍ (ອວ້ນ), ບາງຄົນເຫັນແຂ່ງ- ຂາທໍ່ໄມ້ຈິ້ມແຂ້ວກະຍັງພາກັນລົດນໍ້າໜັກຢູ່, ອົດຢູ່, ອົດກິນ... ຊ່າງລໍາບາກແນະອັນຢາກງາມນິ.
ໃນທາງການແພດພວກເຮົາກໍ່ມີເຄື່ອງມືໃນການວິໄຈວ່າ ທ່ານເປັນຄົນຈ່ອຍ, ໄດ້ມາດຕະຖານ ຫລື ຕຸ້ຍ,​ ເຊິ່ງພວກເຮົາເອີ້ນວ່າ ‘’ດັດຊະນີມວນກາຍ, Body mass index’’. ຂໍແນະນໍາໃຫ້ທ່ານເອົາໄປຄິດໄລ່ເບິ່ງໂຕເອງກ່ອນຈິ່ງວາງແຜນຈະເພື່ມ ຫລື ລົດນໍ້າໜັກຈະດີກວ່າ, ຈັ່ງຊິສາມາດເວົ້າວ່າ ‘’ສົມນໍ້າສົມເນື້ອ’’
ດັດຊະນີມວນກາຍແມ່ນເຄື່ອງມືໃນການວັດແທກປະລິມານໄຂມັນໃນຮ່າງກາຍ, ມັນຄືວິທີໃນການເບິ່ງຄວາມສຳພັນລະຫວ່າງນໍ້າໜັກ (Weight) ກັບສ່ວນສູງ (Height), ໂດຍດັດຊະນີທີ່ມີພີ້ນຖານມາຈາກວິທະຍາສາດທີ່ຈະຊ່ວຍວິເຄາະວ່າ ທ່ານ ມີນໍ້າໜັກໜ້ອຍເກີນໄປ ຫລື ມີນໍ້າໜັກໄດ້ຕາມມາດຕະຖານ ຫລື ມີນໍ້າໜັກເກີນ (ອວ້ນ). ພ້ອມນັ້ນຍັງສາມາດຊ່ວຍໃຫ້ທ່ານຮູ້ວ່າທ່ານກຳລັງສ່ຽງທີ່ຈະມີພະຍາດແຊກຊ້ອນທີ່ເກີດຈາກຄວາມອ້ວນຫລື ບໍ່.
ຄົນອ້ວນຈະມີສຸຂະພາບບໍ່ດີ ແລະ ມີແນວໂນ້ມເຈັບເປັນໄດ້ງ່າຍ, ​ເຊັ່ນ: ພະຍາດເບົາຫວານ, ຄວາມດັນເລືອດສູງ, ພະຍາດຫົວໃຈເປັນຕົ້ນ.
ການຄິດໄລ່ດັດຊະນີມວນກາຍສາມາດໃຊ້ໄດ້ກັບທຸກເພດທີ່ມີອາຍຸແຕ່ 18 ເຖິງ 65 ປີ (ບໍ່ເໜາະສົມໃຊ້ກັບເດັກໄວລຸ້ນ, ຄົນຖືພາ, ຜູ້ທີ່ມີອາຍຸເກີນ 65 ປີ ແລະ ນັກກິລາ)





ສູດຄິດໄລ່:


ການແປຜົນ
BMI
ມາດຕະຖານສາກົນ (ຢູໂຣບ)
BMI
ມາດຕະຖານເອເຊຍ
ການແປຜົນ
< 18.5
< 18.5
ນໍ້າໜັກໜ້ອຍກວ່າມາດຕະຖານ (ຈ່ອຍ)
18.5-24.9
18.5-22.9
ປົກກະຕິ
25-29.9
23-24.9
ຕຸ້ຍລະດັບ 1
30-34.9
25-29.9
ຕຸ້ຍລະດັບ 2
35-39.9
ຫລາຍກວ່າຫລືເທົ່າກັບ 30
ຕຸ້ຍລະດັບ 3

ແນະນຳການຄິດໄລ່ດ້ວຍ application:
ທ່ານທີ່ໃຊ້ smart phone ສາມາດໂຫລດ application ການຄິດໄລ່ BMI ໄດ້ຈາກຕະຫລາດ application, ທັງລະບົບປະຕິບັດການ Android ( Sumsung, Heuwei) ແລະ iOS ( iPhone) ເຊິ່ງທັງສອງລະບົບນີ້ມີທັງໃຫ້ຟຣີ ແລະ ຊື້ຂາຍ.

- ສຳລັບຜູ້ທີ່ໃຊ້ລະບົບ iOS ( iPhone) ຂ້າພະເຈົ້າຂໍແນະນຳ “BMI Healthy Weight Calculator” application (ຂ້າພະເຈົ້າໃຊ້ຢູ່ປະຈຸບັນ) ເພາະເຫັນວ່າໃຊ້ງານງ່າຍ ແລະ ອອກແບບແອບທີ່ສວຍງາມ ແລະ ສຳຄັນຄື ‘’ຂອງຟຣີ’’


ວັນໜ້າຈະເອົາຄວາມຮູ້ກ່ຽວກັບຄວາມຕ້ອງການພະລັງງານຂອງຮ່າງກ່າຍມາຝາກ.
ພົບກັນໃໜ່



Comments

Popular posts from this blog

ປັດຊະຍາ: ວັດຖຸ ແລະ ຈິດໃຈ. ສະຕິແມ່ນຫຍັງ

ປັດຊະຍາ: ບັນດາຄູ່ມາດຕະເກນພື້ນຖານຂອງວິທີສັດຈະວິພາກວັດຖຸນິຍົມ

ປັດຊະຍາ: ຄວາມສຳນຶກກ່ຽວກັບກົດເກນ