Posts

Showing posts from June, 2021

Good morning July and here's 20 Jolly Facts about July

Image
  July was named after the famous Roman general Julius Caesar; it was selected by the Roman senate, being the month he was born in . Lying between June and August, July is the seventh month of the Gregorian calendar. As we’re at the beginning of the second half of the year, it’s a great time to start on a new foot. It’s also a great point to start working on any of those new year’s resolutions that you’ve put off attempting for the first half of the year! Like all other months, July has a pretty storied history worth taking a closer look at! So, let’s do just that and look at the origins of the month, the interesting observances it has, and some significant points in history that happened to fall in July! Fact 1: July was named after the famous Roman general Julius Caesar by the Roman senate; as it was the month he was born in. Julius Caesar was a formidable military general and statesman who was largely responsible for changing the Roman Republic into the Roman Empire.

ການກວດດ້ວຍເຕັກນິກ RT-PCR ແມ່ນຫຍັງ

Image
                 ຈາກປາຍປີ 2019, ໂລກຂອງພວກເຮົາໄດ້ພົບກັບພະຍາດອຸບັດໃໝ່, ເຫດການໃໝ່ທີ່ພວກເຮົາເກືອບຈະຕັ້ງໂຕບໍ່ທັນ “ ພະຍາດໂຄວິດ-19 ” (ເວົ້າແບບງ່າຍໆ), ຈາກນັ້ນຈິ່ງມີຄໍາໃໝ່ອອກມາ... New normal (ທຸກທ່ານແປກັນເອງ, ຂ້າພະເຈົ້າຢ້ານແປບໍ່ຖືກ,​ ແຕ່ຂໍໃຫ້ທ່ານໄດ້ລອງສົມທຽບແຕ່ກ່ອນຍຸກຂອງໂຄວິດ ແລະ ຫລັງໂຄວິດ ແບບແຜນດຳລົງຊີວິດ ແລະ ການເຄື່ອນໄຫວສັງຄົມ ມັນມີການປ່ຽນແປງແບບໃດ)           ທີ່ເຫັນໜັກສຸດ ກໍ່ຄືຝ່າຍຮັກສາສຸຂະພາບ, ເປັນຄວາມທ້າທາຍໃໝ່ຂອງພວກເຮົາ, ການຊອກຫາກໍລະນີ, ບົ່ງມະຕິ ແລະ ການປິ່ນປົວຮັກສາ... ທຸກຢ່າງເກືອບວ່າໃໝ່ທັງນັ້ນ. ຂ້າພະເຈົ້າຄິດວ່າ ວິຊາການຜູ້ໃດຊອກຄວາມຮູ້ອັນໃດໄດ້ທີ່ຈະເຮັດໃຫ້ພະຍາດນີ້ດັບສູນໄປ...(ຫລືຢ່າງໜ້ອຍກໍ່ບໍ່ມີໃຜຕາຍ) ຜູ້ນັ້ນຄວນເປັນວິລະບຸລຸດ ແລະ ສ້າງວິລະກຳປະຫວັດສາດຂອງໂລກເຮົາໃນສະຕະວັດນີ້. ສິ່ງໜຶ່ງທີ່ຢາກຍົກມາເປັນບົດຄວາມທາງວິຊາການໃນ Blog ນີ້ ແມ່ນການກວດຫາເຊື້ອພະຍາດດັ່ງກ່າວ ດ້ວຍວິທີທາງ PCR (Polymerase Chain Reaction) . ການກວດດ້ວຍເຕັກນິກ PCR ມັນໄດ້ເຂົ້າມາມີບົດບາດຢ່າງໃຫຍ່ຫລວງໃນວຽກງານການກວດຫາເຊື້ອໂຄວິດ ແລະ ມີຊື່ສຽງໃນສະຖານະການໂຄວິດປະຈຸບັນ. ແຕ່ຂ້າພະເຈົ້າຄິດວ່າ ຫລາຍຄົນເອີ້ນຕິດປາກ PCR , ແຕ່ມີຫລາຍໃນນັ້ນບໍ່ເຂົ້າໃຈວ່າມັ

ຄູ່ມືວິເຄາະສະບັບໃໝ່ "Interpretation of Blood Cell Histogram" ມາແລ້ວ

Image
            ສະບາຍດີບັນດາທ່່ານທີ່ເຄົາລົບ,           ຂ້າພະເຈົ້າຫາຍໜ້າຫາຍຕາໄປຕັ້ງນານ, ພໍຈື່ໄດ້ຕັ້ງແຕ່ປາຍປີ 2020 ພູ້ນແລະ. ຊ່ວງນັ້ນ (ທ້າຍປີ 2020) ຫລາຍຄົນກະຄືຊິລືມບັນຫາໂຄວິດ, ຕົວເຈົ້າບັນຫາ, ບໍ່ເຄືຍເຫັນໜ້າຕາ ແຕ່ຄົນທັງໂລກໃບນີ້ພາກັນຢ້ານໝົດທີບ (ລວມຂ້າພະເຈົ້າດ້ວຍ), ຊ່ວງນັ້ນມີການຜ່ອນຄາຍຫລາຍ, ໄປມາສະດວກ (ສະເພາະພາຍໃນປະເທດ), ຂ້າພະເຈົ້າເອງກະໄດ້ໄປຮ່ວມຫລາຍກອງປະຊຸມ ບໍ່ວ່າທາງໃຕ້ ແລະ ທາງເໜືອ, ທ່ຽວວັງວຽງ, ພັກຜ່ອນກັບຄອບຄົວຢູ່ປາກຊ່ອງແດນງາມ, ຊົມສວນກາເຟສະໜຸກຫລາຍບັນດາທ່ານ, ນີ້ຍັງບໍ່ລວມເຖິງຄວາມສະໜຸກສະໜານໃນການສະເຫຼືມສະຫຼອງວັນປີໃໝ່ຕາມປະເພນີລາວເຮົາ, ເວັ້ນໄປປີໜຶ່ງ ທຸກຄົນຄົງຄິດຮອດ ວັນສົງການ ຫຼິ້ນກັນເຕັມທີ່.... ແຕ່ທີ່ໃດໄດ້, ພໍປີໃໝ່ແລ້ວ, ເຈົ້າບັນຫາເກົ່າ ໂຄວິດ ກັບຄືນມາພໍດີ. ມາຮອບນີ້ ຕ່າງຈາກຮອບແລ້ວ, ໜັກໜ່ວງບັນດາທ່ານ, ສະຫວັນນະເຂດຂ້າພະເຂົ້າ ຮອດມື້ນີ້ມີຕົວເລກຜູ້ຕີດເຊື້ອສະສົມເຕາະຫລັກຮ້ອຍກວ່າ ແລະ ຍັງບໍ່ມີທີທ່າວ່າຈະຢຸດ (ແຕ່ເປັນພວກນໍາເຂົ້າ). ສ່ວນພີ່ນ້ອງທາງແຂວງອື່ນກະຄືຊິລໍຄອຍ ໂດຍສະເພາະພີ່ນ້ອງທາງນະຄອນຫລວງ ວ່າເມື່ອໃດຈະໝົດ, ຄິດຕາມຂ່າວທຸກວັນ,​ ບາງວັນເກືອບສູນ ຫລື ສູນແລ້ວ, ເຊົ້າມາພັດວ່າຫ້າ ວ່າສິບ, ອາລົມສາວໂຄວິດນິປານສາວນ້ອຍຂຶ້ນໃໝ່ແທ້ນໍ,