Posts

Showing posts from September, 2020

ມະຫັດສະຈັນທັດສະນະຄະຕິບວກ ແລະ ການຕ້ອນຮັບທີ່ດີ

Image
  The Ocean Villa, Danang beach-front resort (Just last year before COVID came)          ສະບາຍດີບັນດາທ່ານ,           ກັບມາພົບກັນອີກ, ກໍ່ຫວັງສະເໜີວ່າທຸກທ່ານຄົງມີຄວາມສຸກກັບຊີວິດ ກໍ່ຄື ການທໍາງານ, ຄອບຄົວ ແລະ ສິ່ງອື່ນໆ,​ ຂ້າພະເຈົ້າກໍ່ເໝືອນກັນ, ມີຄວາມສຸກສະເໝີເມື່ອກັບມາທີ່ blog ນີ້.          ຄັ້ງນີ້ຕາມເຄືຍ, ຂ້າພະເຈົ້າມີບົດສະເໜີຢູ່ສອງບົດ ທີ່ຈະມາໃຫ້ທ່ານໄດ້ອ່ານພໍແກ້ງ້ວງ ຫຼື ແກ້ເຊັງ, ແຕ່ຖ້າທ່່ານພໍມີເວລາກໍແຊຣ໌ຄວາມຄິດເຫັນມາ ເພື່ອປັບປຸງກັນຕໍ່ໄປ.          ປະຈຸບັນທີ່ສະຖານທີ່ທໍາງານຂອງຂ້າພະເຈົ້າ (ໂຮງໝໍແຂວງສະຫວັນນະເຂດ) ພວກເຮົາກຳລັງໃຈຈົດໃຈຈໍ່ໃນການຈັດຕັ້ງ ແລະ ຜັນຂະຫຍາຍນະໂຍບາຍຍົກສູງຄຸນນະພາບ ທີ່ເອີ້ນວ່າ "5ດີ 1ພໍໃຈ" (ລາຍລະອຽດທ່ານສາມາດກັບໄປເບິ່ງທີ່ blog ກ່ອນໜ້ານີ້). ແຕ່ເລື່ອງຂອງການຕ້ອນຮັບດີນັ້ນ, ຂ້າພະເຈົ້າຄິດວ່າມັນເປັນການບໍລິການທີ່ບໍ່ສາມາດຈັບຕ້ອງ ແລະ ດົມກິ່ນຂອງມັນໄດ້, ມັນແມ່ນນາມມະທໍາໜຶ່ງ, ແຕ່ມັນກໍ່ເປັນຈຸດເລື່ມຕົ້ນ ຫຼື ບັນໄດຂັ້ນແລກໃນການເຮັດໃຫ້ການບໍລິການມີຄວາມປະທັບໃຈ. ການບໍລິການທີ່ດີ ອາດຈະກ່າວເຖິງທັດສະນະຄະຕິທີ່ດີເລີດດ້ວຍ. ສະນັ້ນອີກບົດໜຶ່ງ ຂ້າພະເຈົ້າໄດ້ເວົ້າກ່ຽວກັບທັດສະນະຄະຕິບວກ.          ສອງລິ້ງຂ້າງລ່າ

ແຜນກຳນົດພະນັກງານ 2020 ແລະ ແຜນຍົກສູງການບໍລິຫານ/ບໍລິການ ຢູ່ໂຮງໝໍແຂວງສະຫວັນນະເຂດ

Image
  24 ສິງຫາ 2020 ທີ່ ສະໜາມກັອຟ ລອງວຽງ, ກພນຄ ສະບາຍດີບັນດາທ່ານ, ຕັ້ງແຕ່ທ້າຍເດືອນທີ່ແລ້ວ ຈົນເຖິງບັດນີ້ ທ້າຍເດືອນກັນຍາແລ້ວ, ຂ້າພະເຈົ້າບໍ່ສາມາດຈັດແຈງເວລາເພື່ອຫາສິ່ງໃດໜຶ່ງມາໂອ້ລົມກັບທ່ານ, ຂ້າພະເຈົ້າບໍ່ໄດ້ໄປໃສ, ທຳງານຕາມປົກກະຕິ, ຕີກັອຟບາງຄັ້ງຄາວ, ເຕາະບານບາງຈັງຫວະ, ພົບປະເພື່ອນຝູງພໍປະມານ...ກັບມາພົບກັນອີກດ້ວຍໂຈດທີ່ສຳຄັນ, ທ່ານລອງຄິດຕິວ່າ ໃນຊີວິດບໍ່ເຄືຍເຈັບເປັນຫຍັງບໍ່ ແລະ ບໍ່ເຄືຍເຂົ້າໂຮງໝໍບໍ່, ຂ້າພະເຈົ້າຄິດວ່າ ຫຼີກລ້ຽງຍາກ, ຊີວິດທຸກມື້ນີ້ຕ້ອງແຂ່ງຂັນ, ແກ້ງແຍ້ງ, ທໍາງານ... ສະນັ້ນການຮັກສາສຸຂະພາບ ຫຼື ຈະດູແລຕົນເອງດ້ານການນອນ, ການກິນ ຫຼື ພັກຜ່ອນ ແມ່ນອາດຫາຍາກແດ່ (ແຕ່ຍົກເວັ້ນຂ້າພະເຈົ້າ, ຍາກຊໍ່າໃດ ກໍ່ຊອກເວລາຫຼິ້ນກິລາໃຫ້ໄດ້... ເພາະໃຈມັກ). ດັ່ງນັ້ນ ທ່ານຊິຢູ່ຈັກປີໃນບົນໂລກມານຍາແຫ່ງນີ້, ຄິດວ່າ ຈັກວັນໝິ່ງທີ່ອາດຕ້ອງໄປຢູ່ດີ, ໄປພົບໝໍ... ແລະ ຄວາມຫວັງຂອງທ່ານແມ່ນຫຍັງ, ສິ່ງໃດທີ່ທ່ານຄາດຫວັງຢາກໄດ້ຈາກສະຖານທີ່ແຫ່ງນັ້ນ. (ເຖິງວ່າໃນຊີວິດແຫ່ງຄວາມຝັນນັ້ນ, ທຸກຄົນຈະຫຼີກເວັ້ນໄປສະຖານທີ່ 3ຮ ຄື: ໂຮງພັກ (ຄຸກ), ໂຮງໝໍ, ໂຮງເຢັນ (ເກັບສົບ) ແຕ່ຫຼົບມັນໄດ້ບໍ່ລະ, ຈະຂຶ້ນພູ, ລົງຂຸມ, ມຸດໃຕ້ນໍ້າ ກະຫຼີກມັນບໍ່ພົ້ນ... ບໍ່ພົບບັນຫາໃດກະບັນຫາໜຶ່ງ, ແຕ່ທີ່ແນ້ໆ