Posts

Showing posts from 2022

ສຳມະນາວິຊາການ ຂອງວິທະຍາໄລ ວິທະຍາສາດ ສຸຂະພາບ

Image
  ສຳມະນາທາງດ້ານວິຊາການ ທີ່ຈັດຂຶ້ນໂດຍ ວິທະຍາໄລ ວິທະຍາສາດ ສຸຂະພາບ ພາຍໃຕ້ຫົວຂໍ້ "ຍຸດທະສາດການພັດທະນາສາທາລະນະສຸກໃຫ້ກວ້າງໄກ ໃສ່ໃຈຮັກສາສຸຂະພາບຊຸມຊົນ ຮ່ວມສົ່ງເສີມວຽກງານຄົ້ນຄວ້າໃຫ້ມີຄວາມຍືນຍົງ" ຈັດທີ່ ຫ້ອງປະຊຸມນະຄອນໄກສອນພົມວິຫານ, ວັນທີ 8 ທັນວາ 2022 ໃນຄັ້ງນີ້ຂ້າພະເຈົ້າໄດ້ຮັບກຽດບັນລະຍາຍໃນຫົວຂໍ້ "ຍຸດທະສາດການພັດທະນາ 5ດີ 1ພໍໃຈ" ເຊິ່ງຫົວຂໍ້ນີ້ ຂ້າພະເຈົ້າໄດ້ນໍາໃຊ້ຍຸດທະສາດ ທີ່ເປັນເຄື່ອງມືໃນການຍົກສູງຄຸນນະພາບການບໍລິການ "5ສໍ-ໄຄເຊັນ-ການບໍລິຫານຄຸນນະພາບໂດຍລວມ" ມາບັນລະຍາຍ ແລະ ຮ່ວມການຄົ້ນຄວ້າ. ລິ້ງຂ້າງລຸ່ມນີ້ແມ່ນບົດສະເໜີ (ແບບເຕັມ) ແລະ ປື້ມ "ແນວຄິດພື້ນຖານກ່ຽວກັບເຄື່ອງມື "5ສໍ-ໄຄເຊັນ ແລະ ການບໍລິຫານຄຸນນະພາບໂດຍລວມ" ທີ່ທ່ານສາມາດດາວໂລດໄດ້ເລືຍ ຂໍສະແດງຄວາມຂອບໃຈມາຍັງທ່ານຜູ້ບໍລິຫານ ວສສ ທຸກທ່ານ ທີ່ໃຫ້ກຽດເຊີນຂ້າພະເຈົ້າໃນຄັ້ງນີ້ ຄວາມຄິດພື້ນຖານກ່ຽວກັບ 5ສໍ-ໄຄເຊັນ ແລະ ການບໍລິຫານໂດຍລວມ ບົດສະເໜີ (Power point) ກ່ຽວກັບ5ສໍ-ໄຄເຊັນ ແລະ ການບໍລິຫານໂດຍລວມ

ອົບຮົມຜູ້ບໍລິຫານໂຮງໝໍ 16 ກຸມພາ 2022

Image
               ການຍົກລະດັບທິດສະດີຄວາມຮູ້ ແລະ ທັກສະໃນການບໍລິຫານ-ຄຸ້ມຄອງໂຮງໝໍ,  ແມ່ນເປົ້າໝາຍໜຶ່ງໃນການພັດທະນາຄຸນນະພາບພະນັກງານຊີ້ນໍາໆພາໃນທຸກຂົງເຂດວຽກງານ, ໂດຍສະເພາະບັນດາຫົວໜ້າໜ່ວຍງານທີ່ໃຫ້ບໍລິການທາງວິຊາການ ແລະ ບັນດາໜ່ວຍງານດ້ານກົງຈັກການບໍລິຫານ ພາຍໃນໂຮງໝໍແຂວງ. ການບໍລິຫານຄຸ້ມຄອງທີ່ມີປະສິດທິພາບ ຈະສົ່ງຜົນທີ່ມີຄຸນນະພາບໃນການຍົກສູງການບໍລິການ ເຊິ່ງຈະສົ່ງຜົນໂດຍທາງອ້ອມໃນການສ້າງສັດທາ, ຄວາມເຊື່ອໝັ້ນ ແລະ ໄວ້ວາງໃຈຈາກຜູ້ມາໃຊ້ບໍລິການໃນສະຖານການບໍລິການດ້ານສາທາລະນະສຸກ.                ເພື່ອບັນລຸເປົ້າໝາຍດັ່ງກ່າວນັ້ນ, ຄະນະນໍາໃນທຸກຂົງເຂດວຽກງານພາຍໃນໂຮງໝໍ, ໂດຍສະເພາະບັນດາຫົວໜ້າໜ່ວຍງານ, ຫົວໜ້າຕຶກ, ບັນດາຫົວໜ້າໜ່ວຍງານໃນກຸ່ມບໍລິຫານ ຕ້ອງມີຄວາມຮູ້ໃນລະດັບທີ່ດີສົມຄວນ ແລະຄວາມເຂົ້າໃຈໃນການບໍລິຫານ ແລະ ຄຸ້ມຄອງໂຮງໝໍ, ໂດຍສະເພາະການບໍລິຫານ ແລະ ຄຸ້ມຄອງວຽກງານຕ່າງໆ ໃນຂົງເຂດທີ່ຕົນຮັບຜິດຊອບ                ຜູ້ບໍລິຫານໃນລະດັບຕ່າງໆຈະເປັນແກ່ນນໍາໃນວຽກງານການບໍລິຫານ ກໍ່ຄືການຄຸ້ມຄອງໃນຂົງເຂດຄວາມຮັບຜິດຊອບຂອງຕົນເອງ ຕາມພາລະບົດບາດ ແລະ ຕໍາແໜ່ງງານທີ່ໄດ້ກຳນົດໄວ້. ເຖິງແມ່ນວ່າ ວຽກງານການບໍລິຫານ-ຄຸ້ມຄອງໃນໄລຍະຜ່ານມາໄດ້ມີຄວາມສຳເລັດ ແລະ ໝາກຜົນແດ່ແລ້ວ, ແຕ່ຍັງມີອ