Posts

Showing posts from November, 2021

ຄວາມໝາຍ ແລະ ຄວາມແຕກຕ່າງຂອງຄໍາວ່າ "Pandemic" "Endemic" "Epidemic" "Outbreak"

Image
            ປະເດັນຍັງຮ້ອນເຖິງປະຈຸບັນໃນວົງການ ການແພດ ແລະ ສາທາລະນະສຸກໂລກ ຄົງຈະໜີບໍ່ພົ້ນເລື່ອງການລະບາດທົ່ວໂລກຂອງພະຍາດໂຄວິດ-19, ຈົນອົງການອະນາໄມໂລກເຖິງໄດ້ປະກາດຊັດເຈນວ່າ ສະຖານະການຕິດເຊື້ອໄວຣັດໂຄໂຣນາ 2019 ນັ້ນໄດ້ເຂົ້າສູ່ລະດັບ “Pandemic” ແລ້ວ.           ນັບແຕ່ນັ້ນມາກໍ່ໄດ້ຍິນຄໍາວ່າ “Pandemic” ມາຕະຫລອດ, ຕິດປາກຫລາຍທ່ານ, ເຫັນຫລາຍສື່ ແຕ່ທ່ານຮູ້ບໍ່ວ່າ, ຄໍາວ່າ ລະບາດ ໃນພາສາເຮົາຂ້ອນຂ້າງກ້ວາງ. ດັ່ງນັ້ນສິ່ງແລກສຸດເຮົາຕ້ອງທຳຄວາມເຂົ້າໃຈກ່ອນວ່າ ການລະບາດນັ້ນມີເຖິງ 4 ລະດັບດ້ວຍກັນ, ຄື:           ລະດັບທີ 1: Endemic ຫລື ພະຍາດປະຈໍາຖິ່ນ. ແມ່ນພະຍາດທີ່ເກີດຂຶ້ນປະຈໍາໃນພື້ນທີ່ນັ້ນ, ມີອັດຕາການເຈັບເປັນຄົງທີ່ ແລະ ສາມາດຄາດການໄດ້, ໂດຍຂອບເຂດຂອງພື້ນທີ່ອາດເປັນເມືອງ, ປະເທດ ຫລື ກຸ່ມປະເທດ ເຊັ່ນ ທະວີບ. ຕົວຢ່າງ ໄຂ້ເລືອດອອກໃນ ສປປ ລາວ, ມາລາເຣຍໃນທະວີບອາຟຣິກກາ ເປັນຕົ້ນ.           ລະດັບທີ 2: Outbreak ຫລື ການລະບາດ , ຄືເຫດການທີ່ມີຄົນເຈັບເປັນເພື່ມຂຶ້ນຜິດປົກກະຕິ ທັງໃນກໍລະນີພະຍາດປະຈໍາຖິ່ນ ແຕ່ມີຄົນເຈັບເພື່ມຂຶ້ນຫລາຍກວ່າທີ່ຄາດການ ຫລື ໃນກໍລະນີພະຍາດອຸບັດໃໝ່ (ເຖິງແມ່ນວ່າຈະມີຄົນເຈັບຜູ້ດ່ຽວກໍ່ຕາມ) ເຊັ່ນ: ການລະບາດຂອງໄວຣັດໂຄໂຣນາສາຍພັນໃໝ່ໃນເມືອງອູ່ຮານ